ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດກອງປະຊຸມສະພາສອບເສັງ ພາກຮຽນທີ II ສົກຮຽນ 2025-2026
ເວລາອອກຂ່າວ: 2026-05-20 09:10:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 124 | ຄວາມນິຍົມ: ![]()
ກອງປະຊຸມສະພາສອບເສັງພາກຮຽນທີ II ປະຈຳສົກຮຽນ 2025-2026 ຂອງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ 2026 ຜ່ານມາ. ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະ ນະທຳຊົນເຜົ່າກອງທັບ, ມີສະ ຫາຍ ພັນເອກ ຄຳສິງ ບຸດຈັນແພງ ຮັກສາການ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, ແຂກຖືກເຊີນຈາກ ກົມໂຮງຮຽນ, ກົມພະນັກງານ, ຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ຄະນະພະແນກ, ພະນັກງານ ແລະ ຄູ-ອາຈານທົ່ວໂຮງຮຽນ ເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາໂຮງຮຽນ ໄດ້ຜ່ານແຜນການສອບເສັງ ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ, ອະນຸກຳມະການ ສອບເສັງພາກຮຽນທີ II ປະຈຳສົກຮຽນ 2025-2026. ພ້ອມນີ້, ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຫົວໜ້າຫ້ອງສຶກສາໂຮງຮຽນ ໄດ້ຜ່ານກົດລະບຽບການສອບເສັງ, ສິດ ແລະ ໜ້າທີ່ ຂອງກຳມະການຍາມຫ້ອງສອບເສັງ ແລະ ຜ່ານຕາຕະລາງສອບເສັງ. ຈາກນັ້ນ, ກອງປະຊຸມຍັງໄດ້ພ້ອມກັນແລກປ່ຽນຄຳຄິດເຫັນຕໍ່ບັນດາເນື້ອໃນເອກະສານຕ່າງໆ ເພື່ອເຮັດໃຫ້ບັ້ນສອບເສັງພາກຮຽນທີ II ສົກຮຽນ 2025-2026 ມີຄວາມເປັນເອກະພາບ ແລະ ຮັບປະກັນໃຫ້ມີຜົນສຳເລັດ 100%. ທັງນີ້, ກໍເພື່ອເປັນການກວດກາຄືນໃນການຈັດຕັ້ງການຮຽນ-ການສອນ ໃນໄລຍະໜຶ່ງສົກຮຽນທີ່ຜ່ານມາຂອງ ຄູ-ອາຈານ ແລະ ນັກຮຽນ, ເປັນການປະຕິບັດຂັ້ນຕອນບາດກ້າວ ການຮຽນ-ການສອນ ຂອງລະບົບສາມັນສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາວາງອອກ, ເປັນການວັດແທກ, ປະເມີນຜົນການຮຽນ-ການສອນ, ທັງເປັນການຮັບປະກັນໃຫ້ບັ້ນດຳເນີນການສອບເສັງ ໃຫ້ນັກຮຽນຊັ້ນ ມໍ1, ມໍ2, ມໍ3, ມໍ5, ມໍ6 ແລະ ມໍ7 ເຂົ້າຮ່ວມສອບເສັງຢ່າງເປັນຂະບວນຟົດຟື້ນ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເຮັດໃຫ້ບັ້ນສອບເສັງບັນລຸຕາມແຜນການທີ່ວາງໄວ້ໃຫ້ໄດ້ຮັບຜົນສູງ.
ໂອກາດນີ້, ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ກໍໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ຖືກການແຕ່ງຕັ້ງຮັບຜິດຊອບນັ້ນ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ໄດ້ຮັບການມອບໝາຍໃຫ້ປະສົບຜົນສຳເລັດ, ຮັກ ສາຈັນຍາບັນ-ຈັນຍາທຳ, ຮັກສາຄວາມສະຫງົບໃຫ້ໄດ້ 100%, ປະຕິບັດຕາມກົດລະບຽບ ເພື່ອເຮັດໃຫ້ການສອບເສັງພາກຮຽນທີ II ສົກຮຽນ 2025-2026 ນີ້ ໄດ້ຮັບໝາກຜົນຕາມຄາດໝາຍ ທີ່ວາງໄວ້.
ໂດຍ: ໂອລິນ ມິ່ງມີໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















