ກອງພັນໃຫຍ່ 584 ມອບເງິນອຸດໜູນ ໃຫ້ແກ່ນາຍທະຫານ ອອກຮັບອຸດໜູນເທື່ອດຽວ
ເວລາອອກຂ່າວ: 2026-05-20 09:09:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 129 | ຄວາມນິຍົມ: ![]()
ໃນວັນທີ 13 ພຶດສະພາ 2026 ຜ່ານມາ, ກອງພັນໃຫຍ່ 584 ໄດ້ຈັດພິທີມອບເງິນອຸດໜູນເທື່ອດຽວໃຫ້ແກ່ນາຍທະຫານທີ່ອອກທະຫານຮັບອຸດໜູນເທື່ອດຽວ. ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວຽງສະ ຫວັນ ດາລາແສນ ຫົວໜ້າການ ເມືອງ ກອງພັນໃຫຍ່ 584, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 584, ພະແນກການ, ຂະແໜງການທີ່ກ່ຽວຂ້ອງ, ກອງພັນ, ໂຮງໝໍ 119 ແລະ ບັນດານາຍທະຫານທີ່ໄດ້ຮັບອຸດໜູນ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ທອງວັນ ສຸວັນນະແສນ ຫົວໜ້າຂະແໜງພະນັກງານ ກອງພັນໃຫຍ່ 584 ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານອອກຮັບເງິນອຸດໜູນເທື່ອດຽວ. ໃນນັ້ນ, ນາຍທະຫານທີ່ອອກທະ ຫານຮັບອຸດໜູນເທື່ອດຽວໃນຄັ້ງນີ້ມີ 4 ສະຫາຍ, ສະຫາຍ ຮ້ອຍເອກ ເດດ ແກ້ວອຸໄທ, ສະຫາຍ ຮ້ອຍໂທ ນາງ ຫຼ້ານ້ອຍ ສີສົມບັດ, ສະຫາຍ ຮ້ອຍຕີ ນາງເດີມົວ ໄຊເກີ, ສະຫາຍ ຮ້ອຍຕີ ຄຳອ້າຍ ວົງນະລາດ ລວມເປັນເງິນທັງໝົດ 171.492.898 ກີບ.
ໂອກາດນີ້, ສະຫາຍ ພັນເອກ ວຽງສະຫວັນ ດາລາແສນ ໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍ ທີ່ໄດ້ທຸ່ມເທເຫື່ອ ແຮງສະຕິປັນຍາ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະ ແມ່ນການປັບປຸງກໍ່ສ້າງກົມກອງ. ການມອບເງິນອຸດໜູນໃນຄັ້ງນີ້ ແມ່ນການປະຕິບັດນະໂຍບາຍຂອງພັກ-ລັດ ກໍຄືນະໂຍບາຍຂອງກະຊວງປ້ອງກັນປະເທດທີ່ມີຕໍ່ນາຍ ແລະ ພົນທະຫານ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ພ້ອມກັນນັ້ນ, ຍັງໄດ້ຮຽກຮ້ອງໃຫ້ບັນດານາຍທະ ຫານທີ່ໄດ້ຮັບເງິນອຸດໜູນຄັ້ງນີ້ ຈົ່ງນຳເອົາເງິນດັ່ງກ່າວໄປພັດທະນາຄອບຄົວ ແລະ ຂະຫຍາຍເສດຖະກິດຂອງຕົນໃຫ້ມີຄວາມຈະເລີນກ້າວໜ້າ.
ໂດຍ: ຝື່ວື
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















