ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ລະນຶກ​ເຫດການ​ປະຫວັດສາດ ກອງພັນ​ທີ 2 ຜ່າ​ວົງ​ປິດ​ລ້ອມ​ຂອງ​ສັດຕູ ຄົບຮອບ 67 ປີ (18/5/1959-18/5/2026)
ເວລາອອກຂ່າວ: 2026-05-19 09:13:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 746 | ຄວາມນິຍົມ:



ເຫດການ​ປະຫວັດສາດ ກອງພັນ​ທີ 2 ຜ່າ​ວົງ​ປິດ​ລ້ອມ​ຂອງ​ສັດຕູ ຄົບຮອບ 67 ປີ (18/5/ 1959-18/5/2026) ແມ່ນ​ເຫດການ​ປະ​ຫວັດ​ສາດ​ທີ່ສຳຄັນ ເພື່ອ​ເປັນ​ການ​ຢັ້ງຢືນ​ເຖິງ​ຜົນງານ ແລະ ນ້ຳໃຈ​ອັນ​ພິລະ​ອາດ​ຫານ​ຂອງ​ນັກຮົບ​ປະຕິວັດ​ລາວ ກໍ​ຄື​ກອງທັບ​ປະຊາຊົນ​ລາວ ໃນ​ການ​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາດ​ຊຶ່ງ​ພາຍ ຫຼັງ​ທີ່​ພວກ​ຈັກກະພັດ​ອາເມລິກາ ແລະ ລູກມື​ໄດ້​ຮັບ​ຄວາມ​ປະ​ລາ​ໄຊ​ຢ່າງ​ຕໍ່​ເນື່ອງ​ໃນ​ ການ​ດຳເນີນ​ກົນອຸບາຍ​ຫຼອກ​ເສືອ​ອອກ​ຈາກ​ຖ້ຳ ແລະ ກົນອຸບາຍ​ຫັນປ່ຽນ​ໂດຍ​ສັນຕິ ພວກ​ເຂົາ​ໄດ້​ຕັດສິນ​ໃຈ​ໂຄ່ນ​ລົ້ມ​ລັດຖະບານ​ປະສົມ​ຈີກ​ສັນຍາ​ວຽງ​ຈັນ ໃຊ້​ຄວາມ​ຮຸນ​ແຮງ​ຝືນ​ປະຕິວັດດ້ວຍ​ ກຳລັງ​ອາວຸດ ເພື່ອ​ຫວັງ​ດັບສູນ​ ກຳລັງ​ປະຕິວັດ​ພວກ​ເຂົາ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ລູກມື​ໃນ​ທຸກ​ເຂດ ແຂວງ​ອອກແຮງ​ປາບ​ປາມ​ກຳລັງ​ຮັກ​ຊາດ ຢ່າງ​ໂຫດຮ້າຍ​ປ່າ​ເຖື່ອນ ພ້ອມ​ດຽວ​ກັນ​ນີ້​ກໍ​ດຳເນີນ​ການ​ປິດ​ລ້ອມ​ນາບ​ຂູ່ ແລະ ຈັບ​ກຸມ​ຄຸມ​ຂັງ​ຜູ້ນຳ​ຂອງ​ແນວ​ລາວ​ຮັກ​ຊາດ.   ໂດຍ​ປະຕິບັດ​ຕາມ​ສັນຍາ​ວຽງ ຈັນ ປີ 1957 ວ່າ​ດ້ວຍ​ການ​ລວມ​ປະສົມ​ກຳລັງ​ທະຫານ​ຂອງ​ສອງ​ຝ່າຍ​ລະຫວ່າງ​ຝ່າຍ​ແນວ​ລາວ​ຮັກ​ຊາດ ແລະ ລັດຖະບານ​ແຫ່ງ​ລາຊະ​ອະ​ນາ​ຈັກ ກຳລັງ​ປະກອບ​ອາວຸດ​ຂອງ​ຝ່າຍ ປະເທດ​ລາວ ຈຳນວນ 1.500 ຄົນ ໄດ້​ຮັບ​ການຈັດຕັ້ງ​ມອບ​ໝາຍ​ໃຫ້​ເຂົ້າ​ຮ່ວມ​ກັບ​ກອງທັບ​ຂອງ​ລາຊະ​ອານາຈັກ​ໂດຍ​ກອງພັນ​ທີ 1 ຕັ້ງ​ຢູ່​ເມືອງ​ຊຽງ​ເງິນ​ແຂວງ​ຫຼວງ​ພະ​ບາງ ແລະ ກອງພັນ​ທີ 2 ຕັ້ງ​ຢູ່​ທົ່ງ​ໄຫ​ຫີນ ແຂວງ​ຊຽງ​ຂວາງ. ກອງ​ກຳລັງ​ທັງ​ສອງ​ກອງພັນ​ແມ່ນ​ກລັງ​ທີ່​ຈົ່ງ​ຮັກ​ພັກດີ​ຕໍ່​ພັກ ແລະ ປະຊາຊົນ​ມີ​ມູນເຊື້ອ​ຮັກ​ຊາດ​ທີ່​ສູງ​ສົ່ງ​ມີ​ນ້ຳໃຈ​ປະຕິວັດ​ສຸດ​ກົກ​ສຸດ​ປາຍ ມີ ລະບຽບ​ວິໄນ​ທີ່​ເຄັ່ງ​ຄັດ​ເຂັ້ມ​ງວດ ເປັນ​ກຳລັງ​ທີ່​ເຄີຍ​ສ້າງ​ຜົນງານ​ອັນ​ດີເດັ່ນ ໃນ​ການ​ຕໍ່ສູ້​ອັນ​ພິລະ​ອາດ​ຫານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ ແລະ ຈັກກະພັດ​ອາເມລິກາ​ຜູ້​ຮຸກ. ນັບ​ແຕ່​ມື້​ທີ່​ກອງພັນ​ທີ 2 ໄດ້​ເຄື່ອນ​ທັບ​ເຂົ້າ​ມາ​ຕັ້ງ​ຢູ່​ໃຈກາງ​ທົ່ງ​ໄຫ​ຫີນ​ຈັກກະພັດ​ອາເມລິກາ ແລະ ພວກ​ຫຸ່ນ​ວຽງ​ຈັນ​ທີ່​ເປັນ​ລູກມື ກໍ​ໄດ້​ດຳເນີນ​ກົນອຸບາຍ​ເພື່ອ​ຫວັງ​ທັບ​ມ້າງ ແລະ ດັບ​ມອດ​ກຳລັງ​ຂອງ​ກອງພັນ​ທີ 2 ຊຶ່ງ​ໃນ​ເບື້ອງ​ຕົ້ນ​ພວກ​ເຂົາ​ໄດ້​ນຳ​ໃຊ້​ເລ່​ລ່ຽມ​ກົນອຸບາຍ ດ້ວຍ​ວິທີ​ໂຄສະນາ​ຊວນ​ເຊື່ອ​ຕົວະ​ຍົວະ​ຊື້​ຈ້າງ​ຈອບ​ອອຍ​ດ້ວຍ​ເງິນ​ຄຳ​ນາງ​ສາວ ແລະ ແບບ​ດຳລົງ​ຊີວິດ​ທີ່​ຟຸມ​ເຟືອຍ​ຍົວະ​ເຍົ້າ​ໃຫ້​ກອງພັນ​ທີ 2 ຍອມ​ມອບ​ອາວຸດ ແລະ ຮັບ​ເອົາ​ການ​ປະດັບ​ຊັ້ນ​ເພື່ອ​ຫວັງ​ກືນ​ເອົາ​ກຳລັງ​ຂອງ​ກອງພັນ​ທີ 2 ເຂົ້າ​ເປັນ​ກຳລັງ​ຂອງ​ກອງທັບ​ລາຊະ​ອານາຈັກ. ແຕ່​ຄະນະ​ພັກ ແລະ ຄະນະ​ບັນຊາ​ຂອງ​ກອງພັນ​ທີ 2 ກໍ​ໄດ້​ເດັດດ່ຽວ​ນຳພາ ແລະ ອ້າຍ​ນ້ອງ​ພະນັກງານ​ນັກຮົບ​ດ້ວຍ​ຄວາມ​ທຸນ​ທ່ຽງ​ໝັ້ນ​ໜຽວ ສາມາດ​ຮັກ ສາ ແລະ ສະແດງ​ໃຫ້​ເຫັນ​ໄດ້​ທາດ​ແທ້ ຂອງ​ນັກຮົບ​ປະຕິວັດ ຕໍ່​ມາ​ພວກ​ເຂົາ​ໄດ້​ຫັນ​ມາ​ນຳ​ໃຊ້​ວິທີ​ການ​ນາບ​ຂູ່​ການບີບ​ບັງຄັບ​ໂດຍ​ທາງ​ອ້ອມ​ເປັນຕົ້ນ​ການ​ຈຳກັດ​ເຂົ້າ​ປາ​ອາຫານ ເຄື່ອງໃຊ້​ສອຍ ແລະ ອື່ນໆ ການ​ກະ​​​ທຳຂອງພວກ ​ເຂົາ​ເຖິງ​ວ່າ​ໄດ້​ສ້າງ​ຄວາມ​ຫຍຸ້ງ ຍາກ​ຫຼາຍ​ປະການ ໂດຍ​ສະເພາະ​ແມ່ນ​ດ້ານ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ​ນັກຮົບ ແລະ ຄອບຄົວ​ແຕ່​ພວກ​ເຂົາ​ກໍ​ບໍ່​ສາມາດ​ເອົາ​ຊະນະ​ມານະ​ຈິດ​ປະຕິວັດ​ຂອງ​ນັກຮົບ​ປະຕິວັດ​ໄດ້​ກົງກັນຂ້າມ ທົ່ວ​ກອງພັນ​ຍິ່ງ​ມີ​ຈິດໃຈ​ບຸກ​ບືນ​ນ້ຳໃຈ​ຄຽດ​ແຄ້ນ​ສັດຕູ ນັບ​ມື້​ນັບ​ສູງ. ຄະນະ​ພັກ​ຄະນະ​ບັນຊາ​ໄດ້​ອອກແຮງ​ປຸກລະດົມ​ຂະ​ບວນ​ການ ເພີ່ມ​ພູນ​ຜະລິດຜົນ​ປະຢັດ​ມັດທະຍັດ ບັນດາ​ກົມ​ກອງ​ໄດ້​ເປັນ​ເຈົ້າ​ການ​ເຮັດ​ວຽກ​ງານ​ໂຄສະນາ​ຂົນຂວາຍ ເປີດ​ກວ້​​າງ​ການ​ພົວ ພັນ​ລະຫວ່າງ ທະຫານ​ກັບ​ປະ ຊາຊົນ​ຢູ່​ໃນ​ເຂດ ອ້ອມແອ້ມ​ທີ່​ຕັ້ງ​ຂອງ​ກອງພັນ ສະນັ້ນ​ພຽງ​ແຕ່​ໄລຍະ​ສັ້ນໆ ພະນັກງານ​ນັກຮົບ​ກອງພັນ​ທີ 2 ກໍ​ໄດ້​ຮັບ​ຄວາມ​ເຊື່ອ​ຖື​ຮັກແພງ ແລະ ເຊື່ອ​ໝັ້ນ​ຈາກ​ປະຊາຊົນ​ຢ່າງ​ກວ້​​າງ​ຂວາງ​ຈາກ​ນັ້ນ ປະຊາຊົນ​ທີ່ຢູ່​ບໍລິເວນ​ນັ້ນ​ກໍ​ໄດ້​ໃຫ້​ຄວາມ​ຊ່ວຍເຫຼືອ​ເບິ່ງແຍງ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ​ນັກຮົບ​ກອງພັນ​ທີ 2 ຄື​ກັບ​ລູກ​ຫຼານ​ຄີງ​ຂອງ​ຕົນ​ເອງ. ເມື່ອ​ເຮັດ​ແນວໃດ​ນັກຮົບ​ປະຕິວັດ​ກອງພັນ​ທີ 2 ກໍ​ບໍ່​ຍອມ​ຈຳນົນ​ກົງກັນຂ້າມ ຊ້ຳພັດ​ມີ​ຄວາມ​ທຸນ​ທ່ຽງ ບໍ່​ຢ້ານ​ກົວ​ຕໍ່​ການ​ກະທຳ ແລະ ສະຖານະ​ການ​ໃດໆພວກ​ເຂົາ​ກໍ​ໄດ້​ບືນເລິກ​ເຂົ້າ​ໂດຍ​ໃຊ້​ກຳລັງ​ທະຫານ​ລາຊະ​ອະ​ນາ​ຈັກ ຈຳນວນ 3 ກອງພັນ ໂດຍ​ມີ​ກອງ​ກຳລັງ​ປືນ​ໃຫຍ່​ລົດ​ຫຸ້ມ​ເກາະ ແລະ ເຮືອບິນ​ທຳ​ການ​ປິດ​ລ້ອມ ກອງພັນ​ທີ 2 ໃຊ້​ຖ້ອຍ​ຄຳ​ນາບ​ຂູ່​ເພື່ອ​ບັງຄັບ​ໃຫ້​ກອງພັນ​ທີ 2 ມອບ​ຕົວ.    ຢືນ​ຢູ່​ຕໍ່ໜ້າ​ສະພາບ​ການ​ທີ່​ເຄັ່ງ​ຕຶງ ແລະ ສ່ຽງ​ເປັນ​ສ່ຽງ​ຕາຍ​ດັ່ງກ່າວ ຄະນະ​ພັກ​ຄະນະ​ບັນຊາ​ກອງພັນ ໄດ້​ເປີດ​ກອງ​ປະຊຸມ​ປຶກສາ​ຫາລື​ກັນ​ຢ່າງ​ເຄັ່ງຮ້ອນ​ລະອຽດ​ຮອບ​ຄອບ​ຖີ່​ຖ້ວນ​ບົນ​ພື້ນຖານ​ຄວາມ​ເປັນ​ເອກະ​ພາບ ມີ​ຄວາມ​ຕັດສິນ​ໃຈ​ທີ່​ໝັ້ນ​ແກ່ນ ຂອງ​ພະນັກງານ​ນັກຮົບ​ທົ່ວ​ກອງພັນ ແລະ ດ້ວຍ​ການ​ອູ້ມຊູ​ຊ່ວຍເຫຼືອ ຂອງ​ປະຊາຊົນ​ເຂດ​ຊຽງ​ຂວາງ​ກອງພັນ​ທີ 2 ໄດ້​ສ້າງ​ວິລະ​ກຳ ດ້ວຍ​ການ​ຕັດສິນ​ໃຈ​ບັນຊາກອງ​ ທະຫານ​ຜ່ານ​ວົງ​ລ້ອມ​ອັນ​ແໜ້ນ ໜາ​ຂອງ​ສັດຕູ ອອກ​ໄປ​ສູ່​ເຂດ​ທີ່​ໝັ້ນ​ປະຕິວັດ, ໃນ​ຄ່ຳ​ຄືນ​ຂອງ​ວັນ​ທີ 18/5/1959 ພາຍ​ໃຕ້​ການ​ບັນຊາ​ຂອງ​ຄະນະ​ກອງພັນ ແຕ່​ລະ​ກົມ​ກອງ ພ້ອມ​ກັບ​ຄອບຄົວ​ພະນັກງານ-ນັກຮົບ ທັງ​ໝົດ​ນຳ​ໃຊ້​ຄວາມ​ມືດ​ໄດ້​ປິດ​ລັບ​ຖອນ​ທັບ​ໄປ​ທາງ​ທິດ​ບ້ານ​ໂຕນ-ມາ​ແຖງ-ນອງ​ເຕີ້ ແລ້ວ​ເຂົ້າ​ປ່າ​ໄປ​ຕາມ​ທິດ​ບ້ານ​ມາຍ ( ທິດ​ຄາ​ເວັນ​ຕົກ​ສຽງ​ໃຕ້ ປະມານ 15 ກິໂລແມັດ) ໃນ​ເວລາ​ກຳລັງ​ສ່ວນ​ໃຫຍ່​ພວມ​ຖອນ​ທັບ​ອອກ​ໄປ​ນັ້ນ,ເພື່ອ​ຫຼອກ​ສັດຕູ​ພວກ​ເຮົາ​ໄດ້​ຈັດ​ຕັ້ງ​ໝວດ​ໜຶ່ງ​ຢູ່​ຄ້າຍ​ໂດຍ​ແມ່ນ ທ້າວອາວ ເປັນ​ຜູ້​ຮັບຜິດຊອບເຮັດ​ໜ້າທີ່​ຕີ​ກະແຫຼ່ງ​ລວມ​ແຖວ​ເອີ້ນ​ຊື່​ກວດກາຈຳ ນວນ​ພົນ​ຕາມ​ປົກກະຕິ​ທີ່​ເຄີຍ​ປະຕິບັດ​ໃນທີ່ຜ່ານມາ, ພາກສ່ວນ​ນີ້​ປະຈຳ​ຢູ່​ຄ້າຍ​ຈົນ​ຮອດ 12 ໂມງ​ກາງຄືນ ຈຶ່ງ​ມິດ​ງຽບ​ແລ້ວ​ກໍ​ຖອນ​ອອກ​ໄປ​ຕາມ​ທິດ​ທີ່​ເຄື່ອນ​ທັບ​ຂອງ​ກອງພັນ, ພ້ອມ​ກັບ​ພາກ ສ່ວນ​ຢູ່​ຄ້າຍ ເພື່ອ​ຫຼອກ​ສັດຕູ ກອງ ພັນ​ຍັງ​ໄດ້​ຈັດ​ຕັ້ງ​ພາກສ່ວນ​ໜຶ່ງ (ປະມານ 1 ກອງຮ້ອຍ ) ໂດຍ​ແມ່ນ ທ່ານ ເຢ່ຍ​ນູ ຮັບຜິດຊອບ​ປິດ​ລັບ ແລະ ສະກັດ​ສາຍ​ທາງ​ຢູ່​ຂົວ​ຊຽງ​ຂວາງ ລໍຖ້າ​ໃຫ້​ຮອດ​ເວລາ 6 ໂມງ​ເຊົ້າ​ຂອງ​ມື້ຕໍ່ມາ​ຖ້າວ່າ​ສັດຕູ​ໄລ່​ຕາມ​ມາ​ຮອດ​ຂົວ​ແມ່ນ​ໃຫ້​ໃຊ້​ລະເບີດ​ທຳລາຍ​ຂົວ ພ້ອມ​ທັງ​ດັບ​ສູນ​ພວກ​ເຂົາ​ທັນທີ ແລະ ໜ່ວຍ​ຫວ່ານ​ຂ່າວ​ຂອງ​ພວກ​ເຮົາ ກໍ່​ວ່ອງໄວ​ປ່ອຍ​ຂ່າວ ຫຼອກ​ສັດຕູ​ວ່າ​ຈະ​ບຸກ​ໂຈມ​ຕີ​ເອົາ​ຕົວ​ເມືອງ​ໂພນ​ສະຫວັນ ເພື່ອ​ປົດ​ປ່ອຍ​ເອົາ​ນັກໂທດ ທີ່​ຖືກ​ກັກ​ຂັງ​ຢູ່​ໃນ​ຄຸກ. ຍ້ອນ​ມີ​ການຈັດຕັ້ງ​ເຄື່ອນ​ທັບ​ຂອງ​ກອງພັນ​ທີ 2 ອອກ​ຈາກ​ຄ້າຍ​ຈຶ່ງ​ຮັກສາ​ໄດ້​ຄວາມ​ລັບ ແລະ ປອດ​ໄພ​ດີ​ຈົນ​ໄປ​ຮອດຖານທີ່ໝັ້ນ​ ຂອງ​ການ​ປະຕິວັດ​ທີ່​ແຂວງ​ຫົວ ພັນ​ຢ່າງ​ປອດ​ໄພ. ໄຊຊະນະ​ຂອງ​ກອງພັນ​ທີ 2 ໃນ​ການ​ຜ່າ​ວົງ​ລ້ອມ​ຂອງ​ສັດຕູ ບໍ່​ພຽງ​ແຕ່​ເປັນ​ການ​ທັບ​ມ້າງ​ເລ່​ລ່ຽມ​ກົນອຸບາຍ ແລະ ການ​ ກະທຳ​ຝືນ​ປະຕິວັດຂອງພວກ​ຈັກ ກະພັດ​ອາ​ເມ​ຣິ​ກາ ແລະ ພວກ​ຫຸ່ນ​ວຽງ​ຈັນ​ທີ່​ເປັນ​ຕີນ​ມື​ເທົ່າ​ນັ້ນ ແຕ່​ມັນ​ຍັງ​ເປັນ​ການ​ປຸກລະດົມ ແລະ ເປີດ​ສາກ​ໃຫ້​ແກ່​ການ​ຫັນ​ທິດ​ຕໍ່ສູ້​ປະຕິວັດ ໃຫ້​ກ້າວ​ໄປ​ສູ່​ໄລຍະ ແລະ ຄຸນ​ນະ​ພາບ​ໃໝ່ພ້ອມ​ດຽວ​ກັນ​ນີ້ ກໍ​ໄດ້​ເປັນ​ການ​ປະກອບ ສ່ວນ​ຂຽນ​ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ທີ່​ຮຸ່ງເຮືອງ​ເຫຼືອງ​ເຫຼື້ອມ ຂອງ​ປະຊາຊົນ​ລາວ​ໃນ​ໄລຍະ​ຕໍ່​ມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ