ໂຮງຮຽນນາຍສິບເຫຼົ່າຮົບ ເຜີຍແຜ່ຜົນສຳເລັດກອງປະຊຸມ ວຽກງານພະລາທິການ ແລະ ການເງິນ
ເວລາອອກຂ່າວ: 2026-05-15 15:42:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 752 | ຄວາມນິຍົມ: ![]()
ໃນວັນທີ 14 ພຶດສະພາ 2026 ນີ້, ໂຮງຮຽນນາຍສິບເຫຼົ່າຮົບ ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານພະລາທິການ-ການເງິນ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ພູວຽງ ສອນສົມໃຈ ຫົວໜ້າການທະຫານໂຮງຮຽນນາຍສິບເຫຼົ່າຮົບ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ກອງພັນນັກຮຽນ ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວໂຮງຮຽນເຂົ້າຮ່ວມ.
ສະຫາຍ ພັນເອກ ອ່າງຄຳ ກຸຫຼາບວົງ ຫົວໜ້າຫ້ອງພະລາທິການ ໄດ້ລາຍງານຜົນສຳເລັດກອງປະຊຸມວຽກງານພະລາທິການ-ການເງິນ ເຊິ່ງໄດ້ຍົກໃຫ້ເຫັນຈຸດດີ, ຈຸດອ່ອນໃນຫຼາຍດ້ານ ແລະ ຜົນງານໃນຫຼາຍດ້ານ ສະແດງອອກໃນການຈັດຕັ້ງຄຸ້ມຄອງ-ນໍາໃຊ້ງົບປະມານຢ່າງມີປະສິດທິຜົນສູງ ສາມາດຮັບປະກັນໃຫ້ທຸກການເຄື່ອນໄຫວວຽກງານໄດ້ທັນເວລາ ນອກນີ້, ຍັງມີວຽກງານອື່ນໆ ເປັນຕົ້ນວຽກງານກະກຽມກອບກູ້ໄພພິບັດ, ວຽກງານຮັບປະກັນ ການປຸງແຕ່ງອາຫານການກິນ ແລະ ເຄື່ອງນຸ່ງຫົ່ມ, ວຽກງານການເງິນ, ນ້ຳມັນເຊື້ອໄຟ, ວຽກງານເສນາຮັກ, ວຽກງານກໍ່ສ້າງຄຸ້ມຄອງຊັບສິນ ແລະ ວຽກງານແກ້ໄຂຊີວິການເປັນຢູ່ ໄດ້ຮັບຜົນສຳເລັດຕາມຄາດໝາຍ. ພ້ອມນີ້, ກອງປະຊຸມ ສະຫາຍ ພັນໂທ ດາວເຮືອງ ວົງດາວັນ ຫົວໜ້າພະແນກການເງິນ ຍັງໄດ້ຜ່ານຂໍ້ຕົງລົງວ່າດ້ວຍການກໍານົດເງິນກິນເພີມ-ເງິນນະໂຍບາຍຊ່ວຍໜູນ ໃນກອງທັບປະຊາຊົນລາວ ແລະ ຜ່ານຄຳສັ່ງແນະນຳການຈັດຕັ້ງປະຕິບັດເງິນເດືອນ ຂອງນາຍ ແລະ ພົນທະຫານຢູ່ກອງທັບປະຊາຊົນລາວ, ຫຼັງຈາກນັ້ນ ບັນດາພະນັກງານຫຼັກແຫຼ່ງ ໄດ້ພັດປ່ຽນກັນປະກອບຄຳຄິດເຫັນຢ່າງກົງໄປກົງມາ ຕໍ່ກັບບັນຫາຕ່າງໆ ເພື່ອໃຫ້ມີຄວາມແທດເໝາະ ສອດຄ່ອງກັບສະພາບຄວາມເປັນຈິງ ຂອງກົມກອງ.
ຂ່າວໂດຍ : ເຄນຫຼ້າ ຂູນຈັນທະ + ນ. ປານຄຳ ມາກວິໄລ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















