ປະກາດການເລື່ອນຊັ້ນໃຫ້ນາຍທະຫານ ກອງບັນຊາການທະຫານ ແຂວງຫຼວງພະບາງ
ເວລາອອກຂ່າວ: 2026-05-15 15:20:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 759 | ຄວາມນິຍົມ: ![]()
ພິທີປະກາດການເລື່ອນຊັ້ນໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ 2026 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງອ້ອມຂ້າງກອງບັນຊາການ, ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດນາຍທະຫານຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ເພັງວົງພັນ ວົງໄຊຍະລາດ ຫົວໜ້າພະແນກພະນັກງານ ຫ້ອງການເມືອງທະຫານແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານ ແຂວງຫຼວງພະບາງ, ໃນນີ້ໄດ້ຮັບການເລື່ອນຊັ້ນຮ້ອຍເອກ ຂຶ້ນພັນຕີ ຈໍານວນ 11 ສະຫາຍ, ເລື່ອນທຽບຊັ້ນຮ້ອຍເອກ ຂຶ້ນພັນຕີ ຈໍານວນ 7 ສະຫາຍ, ເລື່ອນຊັ້ນຮ້ອຍໂທ ຂຶ້ນຊັ້ນຮ້ອຍເອກ ຈໍານວນ 38 ສະຫາຍ, ເລື່ອນທຽບຊັ້ນຮ້ອຍໂທ ຂຶ້ນຮ້ອຍເອກ ຈໍານວນ 15 ສະຫາຍ, ເລື່ອນຊັ້ນຮ້ອຍຕີ ຂຶ້ນຮ້ອຍໂທ ຈໍານວນ 35 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍຕີ ຂຶ້ນຮ້ອຍໂທ ຈໍານວນ 23 ສະຫາຍ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບຊັ້ນໃໝ່ ສືບຕໍ່ເພີ່ມທະວີຄວາມສາມັກຄີໃຫ້ ເປັນປຶກແຜ່ນ, ປັບປຸງແບບແຜນວິທີ່ເຮັດວຽກໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງຕົນ, ປະຕິບັດໜ້າທີ່ວິຊາສະເພາະຂອງຕົນໃຫ້ໄດ້ຮັບຜົນສໍາເລັດ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ ມີຄຸນສົມບັດສິນທຳປະຕິວັດ, ເອົາໃຈໃສ່ຄົ້ນຄວ້າຊອກຮູ້ຮ່ຳຮຽນຍົກລະດັບ ຄວາມຮູ້ຄວາມສາມາດຂອງຕົນໃຫ້ສູງຂຶ້ນ ແນໃສ່ເຮັດສຳເລັດໜ້າທີ່ການເມືອງອັນມີກຽດສະຫງ່າ ທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້.
ຂ່າວ: ບຸນເພັງ ວົງແກ້ວມະນີ; ພາບ: ລີໂດ ດວງສະຫວັນ + ທອງລິ ແກ້ວທຸມມາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















