ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ປະກາດການບົ່ງຕົວແຕ່ງຕັ້ງ ຄະນະບໍລິຫານງານພັກກົມ 213, ຮອງຫົວໜ້າຫ້ອງການເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ
ເວລາອອກຂ່າວ: 2026-05-15 14:49:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 850 | ຄວາມນິຍົມ:



ພິທີ ປະກາດການບົ່ງຕົວຄະນະບໍລິຫານງານພັກກົມ, ຮອງຫົວໜ້າຫ້ອງການເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ຮອງສູນທີ່ຂຶ້ນກັບກົມ 213 ແລະ ມອບຫຼຽນໄຊຍ້ອງຍໍ ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກໍາມະການຄະນະປະຈໍາພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະນໍາກະຊວງ, ບັນດາກົມ ແລະ ພະນັກງານ-ນັກຮົບ ກົມ 213 ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ຄຳໝັ້ນ ມິດສຸພົນ ຫົວໜ້າພະແນກຄະນະພັກ ກົມຈັດຕັັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງຄະນະພັກກະຊວງປ້ອງກັບປະເທດວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນເອກ ໄຊຊະນະ ສິມມະວົງ ຫົວໜ້າຫ້ອງພະລາທິການ ເປັນກຳມະການຄະນະບໍລິຫານກົມ 213, ຈາກນັ້ນ ສະຫາຍ ພັນໂທ ອິນຖາ ເພັດແສງທອງ ຫົວໜ້າຫ້ອງການເມືອງ ກົມ 213 ກໍໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນໂທ ອິນທະວົງ ແສງລາທອນ ເປັນຮອງຫົວໜ້າຫ້ອງການເມືອງກົມ 213, ສະຫາຍ ພັນໂທ ສຳລານ ບຸນຍາສານ ເປັນຫົວໜ້າຫ້ອງການ 51 ກົມ 213, ສະຫາຍ ພັນໂທ ວຽງຄອນ ມະນີວົງ ເປັນຮອງຫົວໜ້າຫ້ອງການ 51 ກົມ 213, ສະຫາຍ ພັນໂທ ຄຳພຸດ ສາຍສະຫວາດ ເປັນຮອງຫົວໜ້າ ຫ້ອງການ 61 ກົມ 213, ນອນນັ້ນຍັງໄດ້ແຕ່ງຕັ້ງມອບໝາຍໜ້າທີ່ຢູ່ສູນ 13 ທັງໝົດ 7 ສະຫາຍອີກດ້ວຍ, ຈາກນັ້ນ ສະຫາຍພັນເອກ ພອນມີໄຊ ສີວົງຊຳ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ ກໍໄດ້ຜ່ານດຳລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊແຮງງານທີ່ມີຜົນງານດີເດັ່ນຕະຫຼອດໄລຍະ 5 ປີມີດັ່ງນີ້: ຫຼຽນໄຊຊັ້ນ I ຈຳນວນ 10 ສະຫາຍ, ຫຼຽນໄຊຊັ້ນ II ຈຳນວນ 57 ສະຫາຍ ຫຼຽນໄຊຊັ້ນ III ຈຳນວນ 150 , ຫຼຽນກາແຮງງານ ມີຈຳນວນ 370 ສະຫາຍ, ໃບຍ້ອງຍໍລັດຖະບານຈຳນວນ 242 ສະຫາຍ, ນອກຈາກນັ້ນຍັງໄດ້ຜ່ານລັດຖະດຳລັດຂອງປະທານປະເທດວ່າດ້ວຍປະດັບຫຼຽນໄຊແຮງງານທີ່ມີຜົນງານດີເດັ່ນໃນການປ້ອງກັນກອງປະຊຸມອາຊຽນມີດັ່ງນີ້: ຫຼຽນໄຊຊັ້ນ ll ຈຳນວນ 3 ສະຫາຍ, ຫຼຽນໄຊຊັ້ນ III ຈຳນວນ 3, ຫຼຽນກາແຮງງານ ຈຳນວນ 127 ແລະ ໃບຍ້ອງຍໍລັດຖະບານຈຳນວນ 107 ສະຫາຍ ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນກວ່າເກົ່າ, ສືບຕໍ່ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງຂອງຂັ້ນເທິງ ທີ່ໄດ້ຮັບການມອບໝາຍ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ບົນພື້ນຖານປະຕິບັດຫຼັກການລວມສູນປະຊາທິປະໄຕ, ເອົາໃຈໃສ່ໃນການເຝິກຝົນຫຼໍ່ຫຼອມຕົນເອງ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປັບປຸງກໍ່ສ້າງກົມກອງ ໃຫ້ມີໃບໜ້າອັນໃໝ່ ແລະ ມີຄວາມເຂັ້ມແຂງ-ໜັກແໜ້ນໃນທຸກດ້ານ, ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ແບ່ງຄວາມຮັບຜິດຊອບຢ່າງລະອຽດຈະແຈ້ງ, ຮັກສາຄວາມເປັນແບບຢ່າງນຳໜ້າໃນການນຳພາຈັດຕັ້ງປະຕິບັດວຽກງານຕາມຄວາມຮັບຜິດຊອບຂອງຕົນທີ່ໄດ້ຮັບມອບໝາຍ. ໂດຍ: ວັນນະລັກ ວົງພົມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ