ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ເຫຼົ່າ​ຮົບ​ຊ່າງ​ແສງ ສຸມ​ໃສ່​ກໍ່ສ້າງ​ສະໜາມ​ເຝີກ​ຊ້ອມ ໃຫ້​ແກ່​ບັ້ນ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ "ພາຍ​ໃຕ້​ລະຫັດ ໃຕ້​ຝຸ່ນ ແລະ ລາ​ໂຣດ 2026"
ເວລາອອກຂ່າວ: 2026-05-15 10:18:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 196 | ຄວາມນິຍົມ:



ວຽກ​ງານ​ການ​ກໍ່ສ້າງ​ສະໜາມ ຖື​ເປັນ​ວຽກ​ງານ​ໜຶ່ງ​ທີ່​ສຳຄັນ ແລະ ຖື​ເປັນ​ວຽກ​ງານ​ທີ່​ມີ​ພາລະ​ບົດບາດ​ຍຸດ​ທະ​ສາດ​ທີ່​ເຫຼົ່າ​ຮົບ​ຊ່າງ​ແສງ​ຕ້ອງ​ໄດ້​ປະຕິບັດ​ຢ່າງ​ຕັ້ງໜ້າ ເພື່ອ​ສ້າງ “ພື້ນຖານ” ໃຫ້​ແກ່​ທຸກ​ບາດກ້າວ, ທຸກ​ພາກສ່ວນ​ໃນ​ການ​ສ້າງ​ທ່າ​ສະໜາມ​ເຝີກ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ ພາຍ​ໃຕ້​ລະຫັດ “ ໃຕ້​ຝຸ່ນ ແລະ ລາ​ໂຣດ 2026 ‘’. ສະຫາຍ ຮ້ອຍ​ໂທ ແກ້ວ​ຂວັນ​ໃຈ ບຸດ​ສະ​ໝາຍ ວິຊາ​ການ​ຊີ້​ນຳ​ກໍ່ສ້າງ ກົມ​ຊ່າງ​ແສງ ໃຫ້​ຮູ້​ວ່າ: ພາຍຫຼັງ​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ຂັ້ນ​ເທິງ ໃຫ້​ກະກຽມ​ເຂົ້າ​ກວດ​ກູ້ ແລະ ສ້າງ​ສະໜາມຢູ່​ທີ່​ສະໜາມ​ວິທະຍາຄານ​ນາຍ​ທະຫານ​ບົກກົມ​ມະ​ດຳ ພາກ ສ່ວນ​ທີ່​ໄດ້​ຮັບ​ມອບ​ໝາຍ​ແມ່ນ​ໄດ້​ກວດກາ​ພະ​ຫະ​ນະຮັບ​ໃຊ້​ພາກ​ສະໜາມ ເພື່ອ​ເຂົ້າ​ກວດກາ ແລະ ກໍ່ສ້າງ​ສະໜາມ​ເຝີກ​ຊ້ອມ ໃຫ້​ແກ່​ການ​ຊ້ອມ​ຮົບ​ຮ່ວມ​ລາວ-ຣັດ​ເຊຍ ໃນ​ຊື່​ລະຫັດ “ ໃຕ້​ຝຸ່ນ ແລະ ລາ​ໂຣດ “ປີ 2026 ເຫຼົ່າ​ຮົບ​ຊ່າງ​ແສງ​ແຕ່​ລະ​ສະຫາຍ​ທີ່​ໄດ້​ຮັບ​ມອບ​ໝາຍ​ໜ້າທີ່​ໄດ້​ເອົາໃຈໃສ່​ຍົກ​ສູງ​ສະຕິ​ຄວາມ​ຮັບຜິດຊອບ​ຂອງ​ຕົນ, ກະກຽມ, ສ້າງ​ແຜນ​ວຽກ​ແຕ່​ລະ​ວຽກ ແຕ່​ລະ​ໄລຍະ​ດ້ວຍ​ຄວາມ​ເອົາໃຈໃສ່, ຄວາມ​ຮັບຜິດຊອບ​ສູງ. ກະກຽມ ແລະ ເຂົ້າ​ປະຈຳ​ສະໜາມ ໂດຍ​ສະເພາະ​ແມ່ນ​ກຳລັງ​ທີ່​ເຂົ້າ​ກວດ​ກູ້ ເພື່ອ​ເປີດ​ທາງ​ໃຫ້​ພາກສ່ວນ​ສ້າງ​ສະໜາມ ເຊິ່ງ​ເລີ່ມ​ເຂົ້າ​ມາ ແຕ່​ວັນ​ທີ 23 ເມສາ 2026. ເຊິ່ງ​ໜ້າ​ວຽກ​ໃນ​ເບື້ອງ​ຕົ້ນ​ແມ່ນ​ມີ 2 ໄລຍະ​ຄື: ໄລຍະ​ທີ 1 ເລີ່ມ​ສ້າງ​ສະໜາມ​ຫັດ​ແອບ​ຂອງ​ເຫຼົ່າ​ຮົບ​ຕີ​ພິເສດ​ຂອງ “ ໃຕ້​ຝຸ່ນ “ 2026 ເຊິ່ງ​ເລີ່ມ​ເຂົ້າ​ສ້າງ​ມາ​ໄດ້​ໄລຍະ​ໜຶ່ງ ສາມາດ​ເຮັດ​ສຳ ເລັດ ແລະ ຮອງ​ຮັບ​ໃຫ້​ແກ່​ການ​ຊ້ອມ​ໄດ້. ຈາກ​ນັ້ນ, ໄລຍະ​ທີ 2 ໄດ້​ເຂົ້າ​ກໍ່ສ້າງ​ສະໜາມ​ຫັດ​ແອບ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ ​ກໍຄື “ ຣາ​ໂຣດ 2026’’ ເຊິ່ງ​ປັດຈຸບັນ​ກຳລັງ​ສ້າງ​ຈະ​ປະກອບ​ມີ​ຢູ່​ຫຼາຍ​ສະໜາມ​ຄື: ສະໜາມ​ຫັດ​ແອບ​ຕໍ່ຕ້ານໂດຣນ, ສະໜາມ​ຫັດ​ແອບ​ບິນ​ໂດຣນ, ສະໜາມ​ຫັດ​ແອບ​ພົນ​ຊຸ້ມ​ຍິງ​ປືນ​ຍິງ​ດຽວ, ສະໜາມ​ຫັດ​ແອບ​ລົດ​ສີ່​ຄິງ, ລົດ​ສະ​ເກມ ແລ້ວ​ກໍສະໜາມ​ຫັດ​ແອບ​ທາງນ້ຳ​ຂອງ​ເຫຼົ່າ​ຮົບ​ຕີ​ພິເສດ ແລະ ສຸດ​ທ້າຍ​ກໍຄື​ສະໜາມ​ຫັດ​ແອບ​ບຸກຄົນ, ຫັດ​ແອບ​ແບບ​ຈຸ​ໂຈມ​ຕີ​ສັດຕູ. ທີ່​ປັດຈຸບັນ​ນີ້​ກຳລັງ​ເລັ່ງ​ສ້າງ​ສະໜາມ​ຕ່າງໆ ໃຫ້​ສຳເລັດ ແລະ ນຳ​ໃຊ້​ໃຫ້​ໄດ້​ທັນ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ວຽກ​ງານ, ເຊິ່ງ​ໃນ​ເບື້ອງ​ຕົ້ນ​ກໍມີ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ສະພາບ​ອາກາດ​ທີ່​ມີ​ການ​ປ່ຽນແປງ ຍ້ອນ​ຢູ່​ໃນ​ໄລຍະ​ລະດູຝົນ, ການ​ກໍ່ສ້າງ​ສະໜາມ​ແມ່ນ​ຢູ່​ໃນ​ໄລຍະເຝີກ​ຊ້ອມ​ຂອງ​ນັກຮຽນ​ຂອງ​ກົມ​ກອງ​ເພື່ອນ ແຕ່​ເຖິງ​ຢ່າງໃດ​ກໍຕາມ ດ້ວຍ​ຄວາມ​ເອົາໃຈໃສ່​ຂອງ​ຂັ້ນ​ເທິງ ທີ່​ລົງ​ໃກ້​ສິດ​ຕິດ​ແທດ ແລະ ຕອບ​ສະໜອງ ແກ້​ໄຂ​ບັນຫາ​ຕ່າງໆ​ຕາມ​ຂັ້ນ​ຕອນ ເຮັດ​ໃຫ້ການ​ກໍ່ສ້າງ ໄດ້​ຮັບ​ການ​ກໍ່ສ້າງ​ມາ​ເປັນ​ແຕ່​ລະ​ໄລຍະ. ສະຫາຍ ​ຮ້ອຍ​ໂທ ແກ້ວ​ຂວັນໃຈ ບຸດ​ສະ​ໝາຍ ຍັງ​ໃຫ້​ຮູ້​ອີ​ກວ່າ: ການ ​ກໍ່ສ້າງ​ສະໜາມ ປັດຈຸບັນ​ແມ່ນ​ສາມາດ​ເວົ້າ​ໄດ້​ວ່າ: ການ​ກໍ່ສ້າງ​ສະໜາມ​ບາງ​ສະໜາມ​ແມ່ນ​ສາມາດ​ສຳເລັດ ແລະ ນຳ​ໃຊ້​ໄດ້ ພ້ອມ​ນີ້, ຈະ​ເລັ່ງ​ກໍ່ສ້າງ​ສະໜາມ, ບາງ​ຈຸດ​ທີ່​ຍັງ​ຄົງ​ຄ້າງ​ໃຫ້​ສຳເລັດ ແລະ ທັນ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງ​ຂອງ​ການ​ນຳ​ໃຊ້​ສະໜາມ​ໃນ​ບັ້ນ​ເປີດ​ເຝີກ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ ພາຍ​ໃຕ້​ລະຫັດ ‘’ໃຕ້​ຝຸ່ນ ແລະ ລາ​ໂຣດ 2026” ໃຫ້​ທັນ​ກັບ​ເວລາ. ສັງ​ລວມ​ແລ້ວ, ເຫຼົ່າ​ຮົບ​ຊ່າງ​ແສງ​ແມ່ນ​ເຫຼົ່າ​ຮົບ​ໜຶ່ງ ທີ່​ມີ​ບົດບາດ​ສຳຄັນ ໃນ​ການ​ກໍ່ສ້າງ​ທ່າ​ສະໜາມ ບໍ່​ພຽງ​ແຕ່​ເປັນ​ການ​ກະກຽມ​ບ່ອນ​ເຝິກ​ຊ້ອມ​ເທົ່າ​ນັ້ນ, ແຕ່​ ແມ່ນ “ການ​ເຝີກ​ຊ້ອມ​ເຮັດ​ວຽກ​ງານ​ໃນ​ຕົວ​ຈິງ”. ກໍຄື​ສະໜາມຮົບ​ຕົວ​ຈິງທີ່​ເຫຼົ່າ​ຮົບ​ຊ່າງ​ແສງ​ຈະ​ໄດ້​ເປັນ​ກຳລັງ​ໜ້າ​ໃນ​ການ​ກວດ​ກູ້ ແລະ ເປີດ​ທາງ​ໃຫ້​ແກ່​ເຫຼົ່າ​ຮົບ ​ອື່ນໆ ໃນ​ທົ່ວ​ກອງທັບ ໂດຍ​ການ​ນຳ​ໃຊ້​ກົນ​ຈັກ​ໜັກ, ເຕັກນິກ​ການ​ວາງ​ຜັງ ແລະ ວິຊາ​ສະເພາະ ເຂົ້າ​ເຮັດ​ວຽກ​ງານ​ກະກຽມ​ໃນ​ຄັ້ງ​ນີ້ ແມ່ນ​ເພື່ອ​ຍົກ​ລະດັບ​ມາດຕະຖານການ​ສ້າງ​ສະໜາມຮົບ​ໃຫ້​ທັນ​ສະໄໝ ແລະ ມີ​ຄວາມ​ພ້ອມ​ສູງ​ສຸດ ເພື່ອ​ກຽມພ້ອມ​ເຮັດ​ໜ້າທີ່, ວິຊາ​ສະເພາະ​ຂອງ​ເຫຼົ່າ​ຮົບ ໃນ​ສະເພາະ​ໜ້າ ແລະ ຍາວ​ນານ ໃຫ້​ມີ​ຄວາມ​ຊຳນານ, ວ່ອງໄວແລະ ມີ​ຄວາມ​ຮັບຜິດຊອບ​ສູງ. ໂດຍ: ພຸດ​ທະ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ