ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ກອງພັນ​ໃຫຍ່ 202 ປິດ​ເຝິກອົບຮົມ​ກວດ​ສອບ​ເລຂາ, ຮອງ​ເລຂາ​ໜ່ວຍ​ພັກ
ເວລາອອກຂ່າວ: 2026-05-15 10:12:00 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 205 | ຄວາມນິຍົມ:



ພິທີ​ປິດ​ເຝີກ​ອົບຮົມ​ກວດ​ສອບ​ເລຂາ, ຮອງ​ເລຂາ​ໜ່ວຍພັກ ຄັ້ງ​ ທີ I ຢູ່​ກອງພັນ​ໃຫຍ່ 202 ກອງພົນທີ 2 ໄດ້​ຈັດ​ຂຶ້ນໃນວັນ​ທີ 7 ພຶດສະພາ 2026 ນີ້, ໂດຍການ​ ເປັນ​ປະທານ​ຂອງ ສະຫາຍ ພັນໂທ ສົມ​ສະ​ຄິດ ຄຳ​ຊຸມພູ ຮອງເລຂາ ​ຄະນະ​ພັກ ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 202, ມີ​ຄະນະ​ພັກ-ຄະນະ​ບັນຊາ ພະແນກການ, ກອງພັນ​ນ້ອຍ, ກອງຮ້ອຍ​ເອກະລາດ, ອະນຸ​ກຳມະການ ຕະຫຼອດ​ຮອດ​ນັກ​ເຝີກ​ອົບຮົມ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ອູ່​ທອງ ມະໂນລາດ ຄະນະ​ປະຈຳ​ພັກ ຫົວ ໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່ 202 ໄດ້​ຜ່ານ​ບົດ​ສະຫຼຸບ​ຕີ​ລາຄາ​ຜົນ​ໄດ້​ຮັບ​ຂອງ​ການ​ເຝີກ​ອົບຮົມ​ກວດ​ສອບ​ເລຂາ, ຮອງ​ເລຂາ​ໜ່ວຍ​ພັກ ຄັ້ງ​ທີ I ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ດ້ານ​ດີ, ດ້ານ​ຄົງ​ຄ້າງ ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້, ຜ່ານ​ການ​ເຝິກ​ອົບຮົມ​ເຫັນ​ວ່າ ນັກ​ກວດ​ສອບໄດ້​ຕັ້ງໜ້າ​ຮ່ຳຮຽນ, ກຳ​ແໜ້ນ​ດ້ານ​ທິດ​ສະ​ດີ, ຫຼັກການ, ພຶດຕິ​ກຳ​ຕົວ​ຈິງ, ທີ່​ຕັ້ງ, ພາລະ​ບົດບາດ​ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບ​ຂອງ​ເລຂາ, ຮອງ​ເລຂາ​ ຮາກ​ຖານ​ພັກ ເພື່ອ​ນຳໄປ​ຈັດຕັ້ງ ​ຜັນ​ຂະຫຍາຍ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ພ້ອມ​ທັງ​ປັບປຸງ​ທັດສະນະ​ຫຼັກ​ໝັ້ນ, ຄຸນສົມບັດ​ສິນ​ທຳ​ປະຕິ ວັດ ແລະ ແບບແຜນ​ວິທີ​ເຮັດວຽກ ​ຂອງ​ຜູ້​ເປັນ​ເລຂາ, ຮອງ​ເລຂາ ​ໜ່ວຍ​ພັກ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ, ຕັ້ງໜ້າ​ປັບປຸງ​ໜ່ວຍ​ພັກ​ຂອງ​ຕົນ​ໃຫ້​ປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ, ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການເຄື່ອນໄຫວ​ປັບປຸງ ແລະ ກໍ່ສ້າງ​ໜ່ວຍ​ພັກ​ໃຫ້​ມີ​ຄວາມປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ​ໃນ​ທຸກໆ​ດ້ານ, ມີ​ຄວາມ​ອົດທົນຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ມີ​ຄວາມ​ຮັບຜິດຊອບ​ສູງ, ສຸມ​ສະຕິ​ປັນຍາ​ເຂົ້າ​ໃນ​ການ​ຮໍ່າຮຽນ​ຕາມ​ທິດ​ທາງ​ຂອງ​ພັກ​ໃນ​ໄລຍະ​ໃໝ່. ຜ່ານ​ການ​ເຝິກ​ອົບຮົມ​ໃນ​ຄັ້ງ​ນີ້, ສາມາດ​ຕີ​ລາຄາ​ຄຸນ​ນະ​ພາບ​ຜົນ​ໄດ້​ຮັບ​ຂອງ​ນັກ​ກວດ​ສອບ ປະເພດ​ແຂງ 13 ສະຫາຍ, ປະເພດ​ເກັ່ງ 50 ສະຫາຍ. ນອກ​ນີ້, ໃນ​ພິທີ​ຍັງ​ໄດ້​ມີ​ການ​ມອບ​ຂອງຂວັນ​ລາງວັນ​ໃຫ້​ຜູ້​ທີ່​ມີ​ຜົນງານ​ດີເດັ່ນ​ໃນ​ການ​ເຝິກ​ອົບຮົມ​ຈຳນວນ 13 ສະຫາຍ​ຕື່ມ​ອີກ. ໂດຍ: ຄຳ​ຊາຍ ກວ່າງ​ຄຸນ​ສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ