ກອງພັນໃຫຍ່ 605 ປະກາດແຕ່ງຕັ້ງຊັບຊ້ອນໜ້າທີ່ ແລະ ປະດັບທຽບຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2026-05-15 10:10:35 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 210 | ຄວາມນິຍົມ: ![]()
ໃນວັນທີ 7 ພຶດສະພາ 2026 ຜ່ານມານີ້, ກອງພັນໃຫຍ່ 605 ໄດ້ຈັດພິທີປະກາດການແຕ່ງຕັ້ງຊັບຊ້ອນໜ້າທີ່ ແລະ ປະດັບທຽບຊັ້ນນາຍທະຫານ ໃຫ້ນັກຮຽນທີ່ຮຽນຈົບວິຊາສະເພາະຈາກສາຍລັດ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ໄມສີ ມາວັນດີ ເລຂາຄະນະພັກຫົວໜ້າ ການເມືອງກອງພັນໃຫຍ່ 605, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງ, ພະນັກງານຫຼັກແຫຼ່ງ ແລະ ນາຍທະຫານທີ່ໄດ້ຮັບໜ້າທີ່ໃໝ່ ແລະ ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.
ສະຫາຍ ພັນໂທ ທອງສອນ ທຳມະວົງ ຫົວໜ້າຂະແໜງພະນັກງານ ກອງພັນໃຫຍ່ 605 ໄດ້ຜ່ານຂໍ້ຕົກລົງ ຂອງກອງພັນໃຫຍ່ 605 ວ່າດ້ວຍການແຕ່ງຕັ້ງຊັບຊ້ອນໜ້າທີ່ບັນຊາ ຢູ່ກອງພັນໃຫຍ່ 605 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມການຄົ້ນຄວ້າເຫັນດີເປັນເອກະພາບ ຂອງຄະນະພັກ-ຄະນະບັນ ຊາກອງພັນໃຫຍ່ 605 ຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ບົວເງິນ ຄຸນນະວົງສາ ຂຶ້ນເປັນຫົວໜ້າການເມືອງ ກອງຮ້ອຍບັນຊາການ ແທນສະຫາຍ ພັນໂທ ວົງທອງ ວິໄລສອນ ທີ່ພັກຜ່ອນລໍຖ້າຮັບບຳນານ, ສະຫາຍ ພັນຕີ ຄຳສະໄໝ
ມາວັນດີ ເປັນຮອງຫົວໜ້າການເມືອງ ກອງຮ້ອຍບັນຊາການ.ນອກນີ້, ຍັງຕົກລົງແຕ່ງຕັ້ງໜ້າທີ່ ບັນຊາ ຢູ່ກອງພັນນ້ອຍທີ 1, ຄື: ຕົກລົງແຕ່ງຕັ້ງ ສະຫາຍ ຮ້ອຍເອກ ໄກຍະສັກ ສີຄູນເມືອງ ຮອງການເມືອງຄໍ 2 ຂຶ້ນມາເປັນ ຊ່ວຍວຽກຂະແໜງຊາວໜຸ່ມ, ສະຫາຍ ຮ້ອຍໂທ ພູເພັດ ຍາວົງ ຂຶ້ນເປັນຮອງການເມືອງ ຄໍ 2, ສະຫາຍ ຮ້ອຍເອກ ສິນໄຊ ແສງຫີນ ຍ້າຍໄປເປັນຫົວໜ້າໝວດປືນທີ 2 ຄໍ2, ສະຫາຍ ຮ້ອຍໂທ ວັນນະຄອນ ສຸດາວັນ ຂຶ້ນເປັນຫົວໜ້າໝວດບັນຊາ ຄໍ 2, ສະຫາຍ ຮ້ອຍຕີ ເພັດທະນູ ໄຊຍະວົງ ເປັນຮອງໝວດບັນຊາ ຄໍ2, ແຕ່ງຕັ້ງໜ້າທີ່ບັນຊາ ຢູ່ກອງພັນນ້ອຍທີ 2, ຄື: ສະຫາຍ ຮ້ອຍເອກ ສຸດໃຈ ວົງຄຳຊາວ ຂຶ້ນເປັນຫົວໜ້າການທະຫານ ຄໍ3, ສະຫາຍ ຮ້ອຍໂທ ວັນໄຊສົມສຸກ ໄຊຍະພອນ ຂຶ້ນເປັນຮອງຫົວໜ້າການທະຫານ ຄໍ3, ແຕ່ງຕັ້ງໜ້າທີ່ບັນຊາ ຢູ່ກອງພັນນ້ອຍທີ 3, ຄື: ສະຫາຍ ພັນຕີ ບຸນມະນີ ສີວັນໄຊ ເປັນຊ່ວຍວຽກກໍ່ສ້າງ-ຄຸ້ມຄອງຊັບສິນ, ສະຫາຍ ຮ້ອຍເອກ ຈັນຂຶມ ສີວຽງໄຊ ເປັນຫົວໜ້າໝູ່ອຸຕຸນິຍົມ ຄໍ3, ສະຫາຍ ຮ້ອຍໂທ ພູວະນາດ ຈັນທະວິໄລ ເປັນຊ່ວຍວຽກກໍ່ສ້າງ-ຄຸ້ມຄອງຊັບສິນ, ສະຫາຍ ພັນຕີ ພອນສະຫວັັນ ມະນີລານ ເປັນຊ່ວຍວຽກອົບຮົມກອງພັນນ້ອຍ, ສະຫາຍ ຮ້ອຍໂທ ແປງທອງ ສີວົງເພັດ ເປັນຮອງໝວດບັນຊາ ຄໍ2, ສະຫາຍ ຮ້ອຍເອກ ສົມເພັດ ຄຳປະດິດ ເປັນຮອງໝວດປືນທີ 2 ຄໍ3, ສະຫາຍ ຮ້ອຍໂທ ແສງເດືອນ ມູນບຸນມີ ຂຶ້ນເປັນຫົວໜ້າໝວດປືນທີ 2 ຄໍ1, ສະຫາຍ ຮ້ອຍເອກ ສາຍພິນ ແສງຈັນເພັງ ເປັນຫົວໜ້າໝວດປືນທີ 2 ຄໍ2, ສະຫາຍ ຮ້ອຍເອກ ວັນທອງ ແສງທີສານ ເປັນຮອງໝວດປືນທີ2 ຄ1, ສະຫາຍ ຮ້ອຍໂທ ພອນໄຊ ໄຊຍະລາດ ເປັນຫົວໜ້າໝູ່1 ຂໍ2 ຄໍ1, ສະຫາຍ ຮ້ອຍຕີ ໄມ ພອນຄຳ ເປັນຮອງໝູ່ອຸຕຸນິຍົມ ຄໍ3, ແຕ່ງຕັ້ງໜ້າທີ່ຢູ່ກອງຮ້ອຍວັດແທກ ຄື: ສະຫາຍ ຮ້ອຍເອກ ບຸນປອນ ອິນທະແພງ ຂຶ້ນເປັນຫົວໜ້າກໍ1 ຂໍ2, ສະຫາຍ ຮ້ອຍເອກ ຄຳອັ້ນ ແປ້ນລຳພັນ ເປັນນັກຂັບຂີ່ຢູ່ໝູ່ອຸຕຸນິຍົມ, ສະຫາຍ ຮ້ອຍໂທ ລຽນໄຊ ລໍສິງຮັກ ຂຶ້ນເປັນຮອງຫົວໜ້າໝູ່3 ຂໍ1, ຄຳສັ່ງຍົກຍ້າຍ ຄື: ຍົກຍ້າຍ ສະຫາຍ
ພັນຕີ ນາງ ທິບສົມບູນ ຊາມູນຕີ ແພດອົງການ ພະແນກບໍລິຫານ-ສັງລວມ ໄປເຮັດໜ້າທີ່ຢູ່ໂຮງໝໍ 15 ຕຽງ ປ່ຽນແທນ ສະຫາຍ ພັນໂທ ນາງ ສີພັນ ສິລິພອນ ທີ່ພັກຜ່ອນລໍຮັບບຳນານ, ສະຫາຍ ຮ້ອຍເອກ ເດດວິສັນ ສານິພົນ ຊ່ວຍວຽກຂະແໜງຊາວໜຸ່ມ ໄປເປັນຊ່ວຍວຽກຂະແໜງໂຄສະນາອົບຮົມ, ສະຫາຍ ຕົ້ນຕານ ພົມມະຈັນ ເປັນຊ່ວຍວຽກຂະແໜງນະໂຍບາຍ ພະແນກການເມືອງ ແລະ ສະຫາຍ ຮ້ອຍໂທ ບີຄອນຄຳ ໄຊຍະວົງສາ ໄປໃຫ້ກອງຮ້ອຍບັນຊາການ ກອງພັນໃຫຍ່ 605, ພ້ອມນັ້ນ ກໍຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການປະ
ດັບທຽບຊັ້ນນາຍທະຫານ ໃຫ້ນັກຮຽນທີ່ຮຽນຈົບວິຊາສະເພາະຈາກສາຍລັດ ຢູ່ກອງພັນໃຫຍ່ 605 ຕົກລົງ ປະດັບທຽບຊັ້ນ ຮ້ອຍໂທ ໃຫ້ນັກຮຽນທີ່ຮຽນຈົບ
ວິຊາສະເພາະຊັ້ນສູງ ແລະ ປະລິນຍາຕີ ຈຳນວນ 15 ສະຫາຍ.
ພ້ອມດຽວກັນນີ້, ສະຫາຍ ພັນໂທ ອາໂລ ໄຊຍະຈັກ ຫົວໜ້າຂະແໜງຈັດຕັ້ງພັກ ກອງພັນໃຫຍ່ 605 ກໍໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກອງພັນໃຫຍ່ 605 ວ່າດ້ວຍການບົ່ງຕົວແຕ່ງຕັ້ງປ່ຽນແທນກຳມະການຄະນະພັກຮາກຖານ, ເລຂາ, ຮອງເລຂາ ຄະນະພັກຮາກຖານ ໃນນັ້ນ, ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ສີທົນ ມີໄຊຜົນ ເປັນຮອງເລຂາຄະນະພັກຮາກຖານພະແນກການເມືອງ, ສະຫາຍ ພັນໂທ ສີໃສ ວິໄລພັນ ເປັນເປັນເລຂາຄະນະພັກຮາກຖານພະແນກບໍລິຫານ-ສັງລວມ, ສະຫາຍ ພັນໂທ ບຸນມາ ບຸນຍາສິງ ເປັນກຳມະການຄະ
ນະພັກຮາກຖານພະແນກບໍລິຫານ-ສັງລວມ, ສະຫາຍ ພັນໂທ ວຽງປະເສີດ ສີປະເສີດ ເປັນເລຂາຄະນະພັກຮາກຖານພະແນກເສນາທິການ, ສະຫາຍ ພັນໂທ
ສົມໄຊ ວັນນະຊວງ ເປັນຮອງເລຂາຄະນະພັກຮາກຖານພະແນກເສນາ, ສະຫາຍ ພັນໂທ ລານຄຳ ສີສະຫວັນ ເປັນກຳມະການຄະນະພັກຮາກຖານພະແນກເສນາ, ສະຫາຍ ພັນໂທ ພົມມາ ສຸກສະຫວັດ ເປັນຮອງເລຂາຄະນະພັກຮາກຖານກອງພັນນ້ອຍທີ 1, ສະຫາຍ ຮ້ອຍເອກ ຄຳຫຼ້າ ສາມາວົງ ເປັນກຳມະການຄະນະພັກຮາກຖານກອງພັນນ້ອຍທີ 1, ສະຫາຍ ພັນໂທ ເກສອນ ສົມສີອອນ ເປັນເລຂາຄະນະພັກຮາກຖານກອງພັນນ້ອຍທີ 2, ສະຫາຍ ພັນໂທ ຄຳທະວີ ວັງລາດ ເປັນຮອງເລຂາຄະນະພັກຮາກຖານກອງພັນນ້ອຍທີ 2, ສະຫາຍ ພັນໂທ ບຸນມີໄຊ ຈັນທະວົງ ເປັນເລຂາຄະນະພັກຮາກຖານກອງພັນນ້ອຍທີ 3, ສະຫາຍ ພັນໂທ ສັນຍາ ມະໂນລາດ ເປັນຮອງເລຂາຄະນະພັກຮາກຖານກອງພັນນ້ອຍທີ 3, ສະຫາຍ ພັນຕີ ຄຳຂຽນ ພົນລັດສີ ເປັນກຳມະການຄະນະພັກຮາກຖານກອງພັນນ້ອຍທີ 3 ແລະ ມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງປ່ຽນແທນຄະນະໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານ ກອງພັນນ້ອຍທີ 2, ຄື: ສະຫາຍ ຮ້ອຍເອກ ສຸດໃຈ ວົງຄຳຊາວ ເປັນຮອງເລຂາໜ່ວຍພັກທີ 3 ແລະ ສະຫາຍ ຮ້ອຍໂທ ແສງວາລີ ສີປະເສີດ ເປັນກຳມະການ-ການຄັງໜ່ວຍພັກທີ 3.
ຂ່າວ: ໜູແດງ ລາດສະແກ້ວ
ພາບ: ເພັງ ມະນີລະສິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















