ກອງຮ້ອຍຮັບປະກັນ ຫ້ອງພະລາທິການ ມອບ-ຮັບ ໜ້າທີ່ຮັກສາການຫົວໜ້າກອງຮ້ອຍ
ເວລາອອກຂ່າວ: 2026-05-15 10:08:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 205 | ຄວາມນິຍົມ: ![]()
ວັນທີ 7 ພຶດສະພາ 2026 ນີ້, ກອງຮ້ອຍຮັບປະກັນຫ້ອງພະລາທິການໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ມອບ-ຮັບ ໜ້າທີ່ຮັກສາການ ຫົວໜ້າກອງຮ້ອຍ, ໂດຍການເປັນ ປະທານ ຂອງ ສະຫາຍ ພັນເອກ ກິແກ້ວ ລິດແສນຫວັງ ຄະນະພັກໂຮງຮຽນ, ຫົວໜ້າຫ້ອງພະລາທິການ, ມີບັນດາພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ແກ້ວສັກດາ ດວງພະຈັນ ຫົວໜ້າກອງຮ້ອຍຮັບປະກັນ ຜູ້ເກົ່າ ໄດ້ສະຫຼຸບຄືນການເຄື່ອນໄຫວເຮັດໜ້າທີ່ວຽກງານໃນໄລຍະຜ່ານມາມີທັງດ້ານພົ້ນເດັ່ນທີ່ຕັ້ງໜ້າ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການເຮັດໜ້າທີ່ຮ່ວມກັບບັນດາສະຫາຍໃນຄະນະໃນການຊີ້ນຳ-ນຳພາ ທຸກວຽກງານ ແລະ ເຮັດສຳເລັດໜ້າທີ່ການເມືອງຂອງຕົນເປັນຢ່າງດີ. ພ້ອມນີ້, ກໍຍ້ອນໄດ້ຮັບການຊີ້ນຳ-ນຳພາ ຢ່າງໃກ້ຊິດ ຂອງຄະນະພັກ-ຄະນະບັນຊາທຸກຂັ້ນ ແລະ ໃຫ້ການອູ້ມຊູຊ່ວຍເຫຼືອ ສະໜັບສະໜູນຈາກອ້າຍນ້ອງຈິ່ງເຮັດໃຫ້ສຳເລັດໜ້າທີ່ການເມືອງຢ່າງໜ້າເພິ່ງພໍໃຈ. ສະຫາຍ ພັນໂທ ບຸນເພັງ ອິນທະສອນຮັກສາການຫົວໜ້າກອງຮ້ອຍຮັບປະກັນຜູ້ໃໝ່ໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະໃຊ້ທຸກຄວາມພະ ຍາຍາມໃນການຈັດຕັ້ງປະຕິບັດ ຊີ້ນຳ-ນຳພາກົມກອງສຸດຄວາມສາມາດ, ສຸມໃສ່ປັບປຸງແບບ ແຜນວິທີເຮັດວຽກໃຫ້ຖືກຕ້ອງສອດຄ່ອງຕາມຫຼັກການວິທະຍາ ສາດ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ. ຈາກນັ້ນກໍໄດ້ລົງນາມເຊັນບົດບັນທຶກລະຫວ່າງ ຜູ້ເກົ່າ ແລະ ສະຫາຍຮັກສາການ ຜູ້ໃໝ່ ຕື່ມອີກ.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















