ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ປະກາດການແຕ່ງຕັ້ງ ຄະນະພັກ-ຄະນະບັນຊາ ກອງຮ້ອຍ 226 ທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2026-05-14 15:24:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 515 | ຄວາມນິຍົມ:



ພິທີປະກາດການແຕ່ງຕັ້ງ ຄະນະພັກ-ຄະນະບັນຊາກອງຮ້ອຍ 226 ທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນ ໃນວັນທີ 13 ພຶດສະພາ 2026 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ພາຍໃນກອງຮ້ອຍ ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ເພັງວົງພັນ ວົງໄຊຍະລາດ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການ ອະນຸມັດໃຫ້ສະຫາຍ ພັນຕີ ວັນສອນ ຈັນທະແກ້ວ ຫົວໜ້າການເມືອງ ກອງຮ້ອຍ 226 ແລະ ສະຫາຍ ພັນຕີ ທອງສຸກ ອານຸພອນ ຮອງຫົວໜ້າການທະຫານ ກອງຮ້ອຍ 226 ພັກການຮັບບໍານານ ແລະ ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອານຸມັດໃຫ້ສະຫາຍ ພັນໂທ ທອງພອນ ພົມມະວົງ ຫົວໜ້າການທະຫານ ກອງຮ້ອຍ 226 ພັກການເພື່ອກຽມຮັບບໍານານຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງຫຼວງພະບາງ ວ່າດ້ວຍການແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານ ຢູ່ກອງຮ້ອຍ 226 ໃນນີ້, ແຕ່ງຕັ້ງ ສະຫາຍ ພັນຕີ ທອງສີ ວິໄລສັກ ເປັນຫົວໜ້າການທະຫານ, ສະຫາຍ ພັນຕີ ສີທົນ ເມດອາລົມ ເປັນຮອງຫົວໜ້າການເມືອງ, ສະຫາຍ ພັນຕີ ຈັນທອນ ແພງດີລັດ ເປັນຮອງຫົວໜ້າການທະຫານ, ສະຫາຍ ພັນຕີ ວັນດີ ຈະເລີນໄຊ ເປັນຮອງກອງຮ້ອຍ ຮັບຜິດຊອບເຕັກນິກ-ສື່ສານ, ສະຫາຍ ຮ້ອຍເອກ ປ້ອມ ລໍວັນຄໍາ ເປັນຮອງກອງຮ້ອຍ ຮັບຜິດຊອບພະລາທິການ-ເຕັກນິກ, ພ້ອມທັງແຕ່ງຕັ້ງ ສະຫາຍ ຮ້ອຍໂທ ສົມບູນ ກິ່ງທະວັນ ເປັນຫົວໜ້າໝວດໂທລະສັບ, ສະຫາຍ ຮ້ອຍໂທ ບຸນແພງ ພັນທະວົງ ເປັນຫົວໜ້າໝູ່ສໍານັກງານ, ສະຫາຍ ຮ້ອຍຕີ ສົມຍົດ ແກ້ວລັງສີ ເປັນຮອງຫົວໜ້າໝູ່ສໍານັກງານ, ສະຫາຍ ຮ້ອຍຕີ ບຸນຕາ ຄໍາແພງມາ ເປັນຮອງຫົວໜ້າໝວດໂທລະສັບ, ສະຫາຍ ພັນຕີ ນາງມະນີກອນ ສີປະເສີດ ເປັນຮອງຫົວໜ້າໝູ່ໂທລະສັບເຄື່ອນທີ່ ແລະ ສະຫາຍ ຮ້ອຍເອກ ນາງ ພອນວິໄລ ແສງພະຈັນ ຮັບແຂກ. ພ້ອມກັນນີ້, ຍັງໄດ້ແຕ່ງຕັ້ງ ສະຫາຍ ຮ້ອຍໂທ ທຽບ ພິມມະທອງ ຮັບຜິດຊອບຍຸດໂທ. ໂອກາດດຽວກັນນີ້, ສະຫາຍ ພັນໂທ ອ່ອນຫຼ້າ ປັນຍາລຸ່ງ ຮອງຫົວໜ້າພະແນກຈັດຕັ້ງພັກ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກອງບັນຊາການທະຫານແຂວງຫຼວງພະບາງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຮອງເລຂາ ແລະ ກໍາມະການໜ່ວຍພັກ ກອງຮ້ອຍ 226 ໃນນີ້, ແຕ່ງຕັ້ງ ສະຫາຍ ພັນຕີ ສີທອງ ວິໄລສັກ ເປັນຮອງເລຂາໜ່ວຍພັກ, ສະຫາຍ ຮ້ອຍເອກ ຈັນທອນ ແພງດີລັດ ແລະ ສະຫາຍ ຮ້ອຍເອກ ປ້ອມ ລໍວັນຄໍາ ເປັນກໍາມະການໜ່ວຍພັກ ກອງຮ້ອຍ 226. ໂດຍ: ບຸນເພັງ ວົງແກ້ວມະນີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ