ບໍລິສັດ ສະຫວັນໄຊ ຈຳກັດຜູ້ດຽວ ມອບຄອມພິວເຕີ ໃຫ້ກອງບັນຊາການທະຫານຊາຍແດນ
ເວລາອອກຂ່າວ: 2026-05-14 15:21:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 524 | ຄວາມນິຍົມ: ![]()
ໃນວັນທີ 14 ພຶດສະພາ 2026 ນີ້, ບໍລິສັດ ສະຫວັນໄຊ ຈຳກັດຜູ້ດຽວ ໄດ້ມອບຄອມພິວເຕີຕັ້ງໂຕະ ຈຳນວນ 4 ເຄື່ອງ ໃຫ້ແກ່ ກອງບັນຊາການທະຫານຊາຍແດນ ມູນຄ່າ 25.000.000 ກີບ ( ຊາວຫ້າລ້ານກີບ ), ກ່າວມອບໂດຍ ທ່ານ ເສລີ ເທບສຸວັນ ປະທານບໍລິສັດ ຕາງໜ້າ ບໍລິສັດ ສະຫວັນໄຊ ຈຳກັດຜູ້ດຽວ ແລະ ກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ກອງບັນຊາການທະຫານຊາຍແດນ ກ່າວສະແດງຄວາມຂອບໃຈ, ຍ້ອງຍໍຊົມເຊີຍມາຍັງ ບໍລິສັດສະຫວັນໄຊ ຈຳກັດຜູ້ດຽວ ທີ່ເຫັນໄດ້ຄວາມໝາຍ, ຄວາມສຳຄັນ ແລະ ຄວາມຈຳເປັນຂອງກອງບັນຊາການທະຫານຊາຍແດນ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາອຸປະກອນດັ່ງກ່າວ ມານຳໃຊ້ເຂົ້າໃນວຽກງານໃຫ້ເກີດຜົນປະໂຫຍດສູງສຸດ. ພ້ອມດຽວກັນນີ້ ຍັງໄດ້ມອບໃບກຽດຕິຄຸນໃຫ້ແກ່ ບໍລິສັດ ສະຫວັນໄຊ ຈຳກັດຜູ້ດຽວເພື່ອຈາລຶກບຸນຄຸນຢ່າງສົມກຽດ.
ໂດຍ: ອານຸພອນ ພັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















