ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ເຊັນສັນຍາການຈັດຊື້, ຈັດຈ້າງ ນໍ້າມັນເຊື້ອໄຟ ຮັບໃຊ້ກອງທັບ ປະຈໍາປີ 2026
ເວລາອອກຂ່າວ: 2026-05-14 14:16:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 529 | ຄວາມນິຍົມ:



ພິທີເຊັນສັນຍາ ການຈັດຊື້, ຈັດຈ້າງນໍ້າມັນເຊື້ອໄຟຮັບໃຊ້ກອງທັບ ປະຈໍາປີ 2026 ລະຫວ່າງ ກົມນໍ້າມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ ກັບ ບໍລິສັດ ລັດວິສາຫະກິດນໍ້າເຊື້ອໄຟວຽງຈັນ ໄດ້ຈັດຂຶ້ນໃນວັນທີ 13 ພຶດສະພາ 2026 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຈັດຊື້, ຈັດຈ້າງນໍ້າມັນເຊື້ອໄຟ ກະຊວງປ້ອງກັນປະເທດ, ມີສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ຜູ້ຊີ້ນໍາວຽກງານນໍ້າມັນເຊື້ອໄຟກອງທັບ, ມີຄະນະນໍາກົມນໍ້າມັນເຊື້ອໄຟ, ຄະນະອໍານວຍການບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ, ອະນຸກໍາມະການ, ຄະນະຈັດຊື້, ຈັດຈ້າງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ການເຊັນສັນຍາຈັດຊື້, ຈັດຈ້າງ ນໍ້າມັນເຊື້ອໄຟຮັບໃຊ້ກອງທັບ ປະຈໍາປີ 2026 ໃນຄັ້ງນີ້, ທັງສອງຝ່າຍ ໄດ້ຕົກລົງເຫັນດີຊື້ນໍ້າມັນເຊື້ອໄຟ ເພື່ອຮັບໃຊ້ວຽກງານປ້ອງກັນຊາດ ແລະ ມອບສິດໃຫ້ບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ, ຈັດຊື້ນໍ້າມັນເຊື້ອໄຟ, ສະໜອງນໍ້າມັນເຊື້ອໄຟທີ່ມີຄຸນນະພາບ ໃຫ້ແກ່ກອງທັບ ໃນລາຄາທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກຳນົດ, ບົນພື້ນຖານ ການຍົກເວັ້ນພາສີ ແລະ ມີພາສີ, ພາຍໃຕ້ບັນດາຂໍ້ກໍານົດ ແລະ ເງື່ອນໄຂຕ່າງໆ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ການຈັດຊື້, ຈັດຈ້າງນໍ້າມັນເຊື້ອໄຟຂອງກອງທັບ ປີ 2026 ສໍາເລັດຕາມແຜນການທີ່ວາງໄວ້, ການກຳນົດປະເພດຊະນິດນໍ້າມັນ, ນໍ້າມັນແອັດຊັງ ຈໍານວນ 150.000 ລິດ, ນໍ້າມັນກາຊວນ ຈໍານວນ 640.000 ລິດ, ກາດຍົນ (Jet A-1) ຈໍານວນ 800.000 ລິດ, ນໍ້າມັນຫຼໍ່ລື່ນພິເສດ ຈໍານວນ 1.000 ລິດ. ຈາກນັ້ນ, ທັງສອງຝ່າຍ ໄດ້ເຊັນສັນຍາຊື້-ຂາຍນໍ້າມັນຮ່ວມກັນ, ຝ່າຍກົມນໍ້າມັນເຊື້ອໄຟ ລົງນາມເຊັນໂດຍສະຫາຍ ພັນເອກ ເພັດທອງຄູນ ວົງຜາຈັນ ຫົວໜ້າກົມນໍ້າມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ ແລະ ຝ່າຍບໍລິສັດ ລົງນາມໂດຍ ໂດຍສະຫາຍ ພັນໂທ ອາລີ ສີວົງໄຊ ຫົວໜ້າອໍານວຍການ ບໍລິສັດລັດວິສາຫະກິດ ນໍ້າມັນເຊື້ອໄຟວຽງຈັນ. ໂອກາດນີ້, ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ໄດ້ມີຄໍາເຫັນເນັ້ນໜັກໃຫ້ທັງສອງຝ່າຍ ທີ່ໄດ້ເຊັນສັນຍາຮ່ວມກັນ ໃນຄັ້ງນີ້ ຈົ່ງເປັນເຈົ້າການຍົກສູງຄວາມຮັບຜິດຊອບຂອງຕົນເອງເຂົ້າໃນໜ້າທີ່ວຽກງານວິຊາສະເພາະນໍ້າມັນເຊື້ອໄຟຂອງກອງທັບ ກໍຄື ຂອດການຈັດຕັ້ງປະຕິບັດ ໃນການນໍາເຂົ້ານໍ້າມັນເຊື້ອໄຟແຕ່ລະຊະນິດ, ຄະນະພັກ-ຄະນະບັນຊາທຸກຂັ້ນ ແລະ ວິຊາການຜູ້ຮັບຜິດຊອບວຽກງານນໍ້າມັນເຊື້ອໄຟຕ້ອງເອົາໃຈໃສ່ຕິດຕາມ, ກວດກາຢ່າງເຂັ້ມງວດ, ການຮັບ ແລະ ເບີກຈ່າຍນໍ້າມັນ ຕ້ອງປະສານສົບທົບກັບຂັ້ນເທິງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຢ່າງເປັນປົກກະຕິ ເພື່ອພ້ອມກັນຈັດຕັ້ງປະຕິບັດຕາມລະບຽບກົດໝາຍ, ຕາມສັນຍາທີ່ລະບຸໄວ້ແຕ່ລະມາດຕາ ຢ່າງເຂັ້ມງວດ, ຖືກຕ້ອງ ແລະ ທັນເວລາ, ເຮັດໃຫ້ງົບປະມານຈັດຊື້ນໍ້າມັນເຊື້ອໄຟກອງທັບ ປະຈໍາປີ 2026 ຄົບຖ້ວນດ້ານຈໍານວນ ແລະ ມີຄຸນນະພາບດີ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ