ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ປັບປຸງ​ການຈັດຕັ້ງ​ຢູ່​ກົມ​ກອງ​ຮາກ​ຖານ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ
ເວລາອອກຂ່າວ: 2026-05-14 10:45:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 245 | ຄວາມນິຍົມ:



ຫວ່າງ​ບໍ່​ດົນມາ​ນີ້, ຢູ່​ທີ່​ກອງ ຮ້ອຍ​ທະຫານ​ຊາຍ​ແດນ 320 ແລະ 325 ກອງ​ບັນຊາ​ການ​ທະຫານ​ແຂວງ​ສະ​ຫວັນ​​ນະ​ເຂດ ໄດ້​ຈັດ​ພິທີ​ປະກາດ​ການ​ບົ່ງ​ຕົວ​ແຕ່ງຕັ້ງ​ພະນັກງານ​ຂັ້ນ​ນຳພາ-ບັນຊາ. ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ພັນວິໄລ ລາດ​ສະ​ຍົນ ກຳມະການ​ຄະນະ​ປະຈຳ​ພັກ​ແຂວງ, ເລຂາ​ຄະນະ​ພັກ, ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ, ມີພະ​ແນກ​ຈັດ​ຕັ້ງ​ພັກ-ພະນັກງານ, ພະ​ແນກ​ທະຫານ​ຊາຍ​ແດນ ກອງ​ບັນຊາ​ການ​ທະຫານ​ແຂວງ, ຄະນະ​ພັກ-ຄະນະ​ບັນຊາ ແລະ ພະນັກງານ-ນັກຮົບ​ພາຍ​ໃນ​ສອງ​ກົມ​ກອງ​ດັ່ງ ກ່າວ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ພອນ​ໄຊ ສີສຸລາດ ຮອງ​ຫົວໜ້າ​ພະ​ແນກ​ຈັດ​ຕັ້ງ​ພັກ ແລະ ສະຫາຍ ພັນ​ຕີ ບຸນ​ລ້ອມ ວໍລະ​ສານ ຮອງ​ຫົວໜ້າ​ພະ​ແນກ​ພະນັກງານ ກອງ​ບັນຊາ​ການ​ທະຫານ​ແຂວງໄດ້​ຜ່ານ​ມະຕິ​ຕົກລົງ​ຂອງ​ຄະນະ​ພັກ​ກອງ​ບັນ ຊາ​ການ​ທະຫານ​ແຂວງ ວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່ງຕັ້ງ​ຄະນະ​ໜ່ວຍ​ພັກ​ກອງຮ້ອຍ​ທະຫານ​ຊາຍ​ແດນ 320 ແລະ ກອງຮ້ອຍ​ຊາຍ​ແດນ 325, ໂດຍ​ອີງໃສ່​ກົດໝາຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ ໃນ​ພາກ​ທີ II ໝວດ IV ມາດຕາ 26 ວ່າ​ດ້ວຍ​ການ​ແຕ່ງຕັ້ງ, ຍົກ ຍ້າຍ​ນາຍ​ທະຫານ ແລະ ທິດ​ທາງ​ກ່ຽວ​ກັບ​ການ​ປັບປຸງ​ບູລະນະ​ກົງ ຈັກ​ການຈັດຕັ້ງ​ນຳພາ-ບັນຊາ​ໃນ​ກຳລັງ​ປະກອບ​ອາວຸດໃຫ້ເຂັ້ມ ແຂງ​ໜັກ​ແໜ້ນ​ຮອບດ້ານ ແລະ ເຮັດ​ສຳເລັດ​ໜ້າທີ່​ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດຊາດ, ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ ຕົກລົງ​ບົ່ງ​ຕົວ​ແຕ່ງຕັ້ງ​ ສະຫາຍ ພັນ​ໂທ ວຽງ​ຄຳ ສີ​ວິ​ໄຊ ເປັນ​ເລຂາ​ໜ່ວຍ​ພັກ, ທັງ​ເປັນ​ຫົວໜ້າ​ການເມືອງ​ກອງຮ້ອຍ​ຊາຍແດນ 320 (ຜູ້​ໃໝ່) ປ່ຽນ​ແທນ ​ສະຫາຍ ພັນ​ໂທ ສີ​ນຸ້ຍ ໄຊ​ຍະ​ລາດມາ ຫົວໜ້າ​ການເມືອງ (ຜູ້​ເກົ່າ) ທີ່​ໄປ​ຮັບ​ໜ້າທີ່​ໃໝ່​ເປັນ​ຫົວໜ້າ​ການເມືອງ ​ຢູ່​ກອງຮ້ອຍ​ຊາຍ​ແດນ 325 ປ່ຽນ​ແທນ​ສະຫາຍ ພັນ​ໂທ ອຳພອນ ອຸດ​ວໍລະ​ວົງ ຫົວໜ້າ​ການເມືອງ​ຊາຍ​ແດນ 325 (ຜູ້​ເກົ່າ) ກຽມ​ພັກ​ການ​ຮັບ​ບຳນານ, ບົ່ງ​ຕົວ​ແຕ່ງຕັ້ງ​ ສະຫາຍ ພັນ​ຕີ ຕຽງ​ຄຳ ວົງ​ສຸວັນ ເປັນ​ຮອງ​ເລຂາ​ໜ່ວຍ​ພັກ, ທັງ​ເປັນ​ຫົວໜ້າ​ການ​ທະຫານ​ກອງຮ້ອຍ​ທະຫານ​ຊາຍ​ແດນ 325 ປ່ຽນ​ແທນ​ ສະຫາຍ ພັນ​ຕີ ບົວ​ຄຳ ແສນບຸດຕະລາດ ຫົວໜ້າ​ການ​ທະຫານ​ຊາຍ​ແດນ 325 (ຜູ້​ເກົ່າ) ເຊິ່ງ​ໄປ​ເຮັດ​ໜ້າທີ່​ໃໝ່​ຢູ່​ພະ​ແນກ​ທະຫານ​ຊາຍ​ແດນ ແລະ ບົ່ງ​ຕົວ​ແຕ່ງຕັ້ງ​ ສະຫາຍ ພັນຕີ ສຳເລັດ ພົມ​ມະ​ສີ ເປັນ​ກຳມະ ການ​ໜ່ວຍ​ພັກ​ກອງຮ້ອຍ​ຊາຍ​ແດນ 320. ສະຫາຍ ພົນ​ຈັດຕະວາ ພັນວິໄລ ລາດ​ສະ​ຍົນ ໄດ້​ເນັ້ນ​ໜັກ​ຫຼາຍ​ບັນ ຫາ​ທີ່​ສຳຄັນ​ໂດຍ​ສະເພາະ​ຜູ້​ທີ່​ໄດ້​ຮັບ​ໜ້າທີ່​ໃໝ່, ຈົ່ງ​ຍົກ​ສູງ​ບົດບາດ​ການ​ນຳພາ ແລະ ໜ້າທີ່​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນ​ກວ່າ​ເກົ່າ, ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ທາງ​ດ້ານ​ຄຸນ​ທາດ​ການເມືອງ, ຄຸນສົມບັດ, ສິນ​ທຳ​ປະຕິວັດ, ມີ​ ແບບແຜນ​ວິທີ​ເຮັດ​ວຽກ​ທີ່​ມີ​ຫົວ ຄິດ​ປະດິດ​ສ້າງ, ເຮັດ​ວຽກ​ເປັນ​ໝູ່​ຄະນະ, ແບ່ງ​ວຽກ​ງານ​ໃຫ້​ບຸກ ຄົນ​ຮັບຜິດຊອບ​ຢ່າງ​ລະອຽດຈະແຈ້ງ, ສ້າງ​ຄວາມ​ສາມັກຄີ​ໃຫ້​ ເປັນ​ປິກ​ແຜ່ນ​ແໜ້ນໜາ​ຢູ່​ພາຍ​ໃນ​ກົມ​ກອງ, ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ​ໃນ​ກົມ​ກອງ​ຢ່າງ​ເປັນ​ປົກກະຕິ, ຫັນ​ເອົາ​ກຳລັງ​ລົງ​ກໍ່ສ້າງ​ຮາກ​ຖານ​ກັບ​ອຳນາດ​ການ​ປົກຄອງ​ບ້ານ, ໄກ້​ສິດ​ຕິດ​ແທດ​ກັບ​ພໍ່​ແມ່​ປະຊາຊົນ​ບ່ອນ​ກົມ​ກອງ​ຕັ້ງ​ທັບ​ໃຫ້​ໜັກ​ແໜ້ນ ເພື່ອ​ສ້າງ​ຄວາມ​ເຂັ້ມແຂງ​ກັບ​ຮາກ​ຖານ​ປະຊາຊົນ​ໂດຍ​ສະເພາະ​ແມ່ນ​ວຽກ​ງານ​ເຮັດ​ໃຫ້​ສະພາບ​ລຽບ​ຕາມ​ຊາຍ​ແດນ​ໃນ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ກົມ​ກອງ​ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ 100%. ໂດຍ: ພານິດ ພີລາ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ