ພິທີເປີດບ້ານແຮກສ່ຽວ ລະຫວ່າງ ກອງບັນຊາການທະຫານ ເມືອງມຸນລະປະໂມກ, ກອງພັນ 28 ກັບ ບ້ານປໍ-ບ້ານເຂັມ
ເວລາອອກຂ່າວ: 2026-05-14 10:42:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 124 | ຄວາມນິຍົມ: ![]()
ພິທີເປີດການສ້າງບ້ານແຮກສ່ຽວ ລະຫວ່າງ ກອງບັນຊາການທະຫານເມືອງມຸນລະປະໂມກ ກອງພັນ 28 ກັບ ບ້ານປໍ, ບ້ານເຂັມ ໄດ້ຈັດຂຶ້ນໃນວັນທີ 6 ພຶດ
ສະພາ 2026 ທີ່ຜ່ານມານີ້, ໂດຍການເປັນປະທານຂອງ ສະຫາຍ ວັນນະເດດ ແກ້ວຈັນທາ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງມຸນລະ ປະໂມກ, ມີສະຫາຍ ພັນເອກ ພູເວີນ ສູນນິວົງ ຫົວໜ້າຫ້ອງການເມືອງກອງບັນຊາການ ທະຫານແຂວງຈຳປາສັກ, ມີ ສະຫາຍ ພັນໂທ ສຸລິວັນ ເພັງພົງສະຫວັນ ຄະນະປະຈຳພັກເມືອງ ຫົວໜ້າການເມືອງ ກອງບັນຊາທະຫານເມືອງມຸນລະປະໂມກ, ມີ ສະຫາຍ ພັນໂທ ບຸນມີ ແກ້ວວຽງສາ ຫົວໜ້າການທະຫານກອງພັນ 28, ມີພະແນກການທີ່ກ່ຽວຂ້ອງຈາກກອງບັນຊາການທະຫານແຂວງ, ແຂກຖືກ ເຊີນຈາກ ຕາແສງໜອງງາ, ກົມກອງອ້ອມຂ້າງ ແລະ ພະ ນັກງານ-ນັກຮົບຈາກກອງບັນ ຊາການທະຫານເມືອງ, ກອງ ພັນ, ກອງຮ້ອຍທະຫານຊາຍ ແດນ, ອົງການປົກຄອງບ້ານຕະ ຫຼອດຮອດພໍ່ແມ່ປະຊາຊົນພາຍ ໃນບ້ານປໍ, ບ້ານເຂັມເຂົ້າຮ່ວມ.
ສະຫາຍ ພັນໂທ ສາລີ ພະລັກສາ ຫົວໜ້າພະແນກກໍ່ສ້າງຮາກຖານການເມືອງ ກອງບັນຊາການທະຫານແຂວງຈຳປາສັກ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງຈຳປາສັກ ແລະ ຂໍ້ຕົກລົງຂອງປະທານຄະນະກຳ
ມະການ ປກຊ-ປກສ ເມືອງມຸນລະປະໂມກ ທັງ 2 ກົມກອງ ວ່າດວ້ຍການອະນຸມັດ ໃຫ້ກອງບັນຊາການທະຫານເມືອງມຸນລະປະໂມກ ແຮກສ່ຽວກັບ ອົງການປົກຄອງບ້ານປໍ, ບ້ານເຂັມ ແລະ ກອງພັນ 28 ແຮກສ່ຽວ ກັບ ບ້ານເຂັມ ເມືອງມຸນລະປະໂມກ ແຂວງຈຳປາສັກ, ຈາກນັ້ນກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາໂດຍຫຍໍ້ ຂອງທັງ 2 ກົມກອງ ແລະ ຂອງບ້ານ, ພ້ອມທັງໄດ້ຮັບຟັງການຜ່ານບົດສະຫຼຸບກ່ຽວກັບການຈັດຕັ້ງປະຕິບັດການພົວພັນຮ່ວມມືກັນໃນໄລຍະຜ່ານມາ ລະຫວ່າງ ກອງບັນຊາການທະຫານເມືອງມຸນລະປະໂມກ, ກອງພັນ 28 ກັບ ບ້ານ ປໍ-ບ້ານເຂັມ ເປັນຕົ້ນແມ່ນວຽກງານການສືກສາອົບຮົມການເມືອງ-ນຳພາແນວຄິດ ໂດຍໄດ້ຖືເອົາວຽກງານສືກສາອົບຮົມພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານ ໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ສືກສາອົບຮົມ ຊາວໜຸ່ມ, ເຍົາວະຊົນ, ອະນຸຊົນພາຍໃນບ້ານໃຫ້ມີນ້ຳໃຈຮັກຊາດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ປະສານສົມທົບເຊິ່ງກັນ ແລະ ກັນ ເຄື່ອນໄຫວເຮັດໜ້າທີ່ປ້ອງກັນເວນຍາມຂອບເຂດທີ່ຕົນຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ. ຈຸດປະສົງການສ້າງບ້ານແຮກສ່ຽວຄັ້ງນີ້, ແມ່ນເປັນການສືບຕໍ່ປະຕິບັດຍຸດທະສາດການຫັນລົງກໍ່ສ້າງຮາກຖານການເມືອງ, ສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ສ້າງບ້ານປ້ອມໝັ້ນກຸ່ມບ້ານສູ້ຮົບຕິດລ່ຽນ, ສືບຕໍ່ສ້າງຄອບຄົວ ແລະ ບ້ານປ້ອງກັນຊາດໃຫ້ມີຄວາມເຂັ້ມແຂງ ແລະ ນຳເອົາແນວທາງມະຕິຄຳສັ່ງຂອງພັກ-ລັດ, ຂໍ້ກຳນົດລະບຽບກົດໝາຍຕ່າງໆລົງເຜີຍແຜ່ ໃຫ້ພໍ່ແມ່ປະຊາຊົນມີຄວາມຮັບຮູ້ເຂົ້າໃຈຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມກັນຮ່ວມມືສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນ ໃຫ້ມີຄວາມສະຫງົບປອດໄພ, ໂດຍຖືເອົາວຽກງານ 3 ສ້າງຢ່າງແທ້ຈິງ.
ຂ່າວ-ພາບ: ສົມພອນ ພົງສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















