ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ກອງພັນ​ 415, 418 ຈັດ​ຕັ້ງ​ພິທີ​ປະກາດ​ການຈັດຕັ້ງ ນຳພາ-ບັນຊາ​ຂັ້ນກອງຮ້ອຍ
ເວລາອອກຂ່າວ: 2026-05-14 10:41:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 127 | ຄວາມນິຍົມ:



ໃນລະຫວ່າງວັນທີ 4-5 ພຶດສະພາ 2026 ທີ່ຜ່ານມາ, ກອງພັນ​ນ້ອຍ 415, 418 ທີ່​ຂຶ້ນ​ກັບ​ກອງພັນ​ໃຫຍ່ 301 ກອງ​ ພົນ​ທີ 3 ໄດ້​ຈັດ​ຕັ້ງ​ພິທີ​ປະກາດ ການຈັດຕັ້ງ​ນຳພາ-ບັນຊາຂັ້ນ ກອງຮ້ອຍ, ໝວດ ແລະ ປະກາດ ​ການ​ແຕ່ງຕັ້ງ​ບົ່ງ​ຕົວເລຂາ, ຮອງເລຂາ, ກຳມະການບັນດາ ໜ່ວຍ​ ພັກ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຄຳ​ຫຼ້າ ພັນທະ​ຈັກ ເລຂາ​ຄະນະ​ພັກ ຫົວ ໜ້າ​ການເມືອງກອງພັນ​ໃຫຍ່ 301, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ, ກອງຮ້ອຍ, ໝວດ​ສຳນັກງານ​ຕະ​ລອດ​ຮອດ​ພະ​ນັ​ກ​ງານ-ນັກຮົບ ແລະ ຜູ້​ທີ​ໄດ້​ຮັບ​ໜ້າ​ທີໃໝ່ ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ເອກ ສີສະຫວ່າງ ແກ້ວ​ເທວີ ຊ່ວຍວຽກຂະແໜງ​ ພະນັກງານ​ໄດ້​ຂຶ້ນຜ່ານຂໍ້​ຕົກລົງ​ ຂອງກອງ​ພົນ​ທີ 3 ວ່າດ້ວຍ​ການ​ແຕ່ງຕັ້ງ​ຂັ້ນ​ກອງຮ້ອຍ, ໝວດ, ຕາມ​ມາດຕາ​ທີ 26 ຂອງ​ກົດໝາຍ ​ວ່າ​ດ້ວຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ ອີງ​ຕາມ​ທິດ​ທາງ​ກ່ຽວ​ກັບ​ການ​ປັບປຸງ​ບູລະນະ​ການຈັດຕັ້ງ​ນຳພາ- ບັນຊາ​ໃນ​ກຳລັງ​ປະກອບ​ອາວຸດ​ໃຫ້​ເຂັ້ມແຂງ, ໜັກ​ແໜ້ນ​ຮອບດ້ານເພື່ອ​ເຮັດ​ສຳເລັດ​ໜ້າ​ທີ​່ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ, ຕາມ​ການ​ສະເໜີ​ຂອງ​ອົງການ​ທີ່​ກ່ຽວຂ້ອງ ແລະ ການ​ເຫັນ​ດີ​ເປັນ​ເອກ​ກະ​ພາບ​ຂອງ​ຄະນະ​ພັກ​ກອງ​ ພົນ​ທີ 3 ຕົກລົງແຕ່ງຕັ້ງພະນັກງານນຳພາ-ບັນຊາ​ຂັ້ນກອງຮ້ອຍ, ໝວດ, ຮອງ​ໝວດ ຈຳນວນ 11 ສະຫາຍ ແລະ ພັກ​ລໍຖ້າ​ວຽກ​ຢູ່​ໝວດ​ສຳນັກ​ ກອງພັນ​ນ້ອຍ 418 ຈຳນວນ 1 ສະຫາຍ, ຈາກນັ້ນ ສະຫາຍ ພັນ​ໂທ ສົມ​ຄິດ ແກ້ວ​ສະຫວາດ ຫົວໜ້າ​ຂະແໜງ​ຈັດ​ຕັ້ງ​ພັກ ໄດ້​ຂຶ້ນ​ຜ່ານ​ມະຕິ​ແຕ່ງຕັ້ງ​ບົ່ງ​ຕົວ​ຂອງ​ຄະນະ​ພັກ​ກອງພັນ​ໃຫຍ່ 301 ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ບົ່ງ​ຕົວເລຂາ, ຮອງ​ເລຂາ, ກຳມະການບັນດາ​ໜ່ວຍ​ພັກຕາມ​ລະບຽບ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະໄໝ​ທີ XI ໝວດ​ທີ II ມາດຕາ​ທີ 13 ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ບົ່ງ​ຕົວເລຂາ, ຮອງ​ເລຂາ, ກຳມະການ​ໜ່ວຍພັກ​ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ຫຼັກການ​ຂອງພັກ, ຕາມ​ການ​ຊັບຊ້ອນການຈັດຕັ້ງ​ຂັ້ນ​ພະນັກງານ​ນຳພາ-ບັນຊາ, ຕາມ​ການ​ເຫັນ​ດີ​ເປັນ​ເອ ກະ​ພາບ​ຂອງ​ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່ 301 ແລະ ໄດ້​ຕົກລົງ​ແຕ່ງຕັ້ງ​ບົ່ງ​ຕົວ​ເລຂາ, ຮອງ​ເລຂາ, ກຳມະການ ບັນດາ​ໜ່ວຍ​ພັກທີ່​ຂຶ້ນ​ກັບ​ຄະນະ​ພັກ​ຮາກ​ຖານ​ກອງພັນ​ນ້ອຍ 415 ຈຳນວນ 8 ຕຳແໜ່ງ, ກອງພັນ​ນ້ອຍ 418 ຈຳນວນ 4 ຕຳແໜ່ງ. ຂ່າວ: ຄຳ​ນ້ອຍ ແສງ​ບຸນ​ໄມ່



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ