ທະຫານແຂວງບໍ່ແກ້ວ ປະກາດລຸລ່ວງ ນາຍທະຫານພັກການ ເພື່ອກຽມຮັບບຳນານ
ເວລາອອກຂ່າວ: 2026-05-14 10:37:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 136 | ຄວາມນິຍົມ: ![]()
ວັນທີ 8 ພຶດສະພາ 2026, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ປະກາດລຸລ່ວງໃຫ້ນາຍທະຫານພັກການເພື່ອກຽມຮັບເບ້ຍບຳນານ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງຕະຫຼອດຮອດ ນາຍທະຫານທີ່ໄດ້ຮັບການອະນຸມັດໃຫ້ພັກການຮັບບຳນານ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ດອນ ພອນມະນີ ຮອງຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານ
ແຂວງບໍ່ແກ້ວ ພັກການເພື່ອກຽມເຂົ້າຮັບບຳນານ. ໃນນີ້, ໄດ້ຕົກລົງໃຫ້ ສະຫາຍ ພັນໂທ ອ້ວນແກ້ວ ທະວີສິນ ຮອງຫົວໜ້າກອງບັນຊາການທະຫານເມືອງຫ້ວຍຊາຍ ຮັບຜິດຊອບວຽກເຕັກນິກ, ຫົວໜ້າພະແນກເຕັກນິກ ກອງບັນຊາການທະຫານເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພັກການເພື່ອກຽມເຂົ້າຮັບເບ້ຍບຳນານ.
ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ໄດ້ເນັ້ນໜັກ ນາຍທະຫານທີ່ຮັບການອະນຸມັດໃຫ້ພັກການກຽມຮັບບຳນານ ໃຫ້ສືບຕໍ່ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ-ນັກຮົບຮຸ່ນສືບທອດ ແລະ ເປັນເຈົ້າການສຶກສາອົບຮົມລູກຫຼານປະຕິບັດລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ, ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະ ສີວິໄລຢ່າງບໍ່ຢຸດຢັ້ງ.
ໂດຍ: ນີ່ ທຳມະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















