ສ້າງຂະບວນການອະນາໄມລວມ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງໜ່ວຍຊາວໜຸ່ມໜັງສືພິມກອງທັບ
ເວລາອອກຂ່າວ: 2026-05-11 15:10:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 559 | ຄວາມນິຍົມ: ![]()
ວັນທີ 11 ພຶດສະພາ 2026 ນີ້, ຊາວໜຸ່ມໜັງສືພິມກອງທັບ ໄດ້ສ້າງຂະບວນການອະນາໄມລວມ ເພື່ອຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ ຂອງພັກ, ຂອງຊາດ, ຂອງກອງທັບ, ຂອງກົມກອງ ກໍຄື ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VIII ຂອງໜ່ວຍຊາວໜຸ່ມໜັງສືພິມກອງທັບ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ໃຫ້ເປັນຂະບວນຟົດຟື້ນ, ໂດຍ ການນໍາພາ ຂອງ ສະຫາຍ ພັນໂທ ໂຊເລ້ ບຸນເຮືອງ ເລຂາໜ່ວຍຊາວໜຸ່ມໜັງສືພິມກອງທັບ ມີ ສະມາຊິກຊາວໜຸ່ມທົ່ວກອງບັນນາທິການໜັງສືພິມກອງທັບ ເຂົ້າຮ່ວມ.
ສະຫາຍ ພັນໂທ ໂຊເລ້ ບຸນເຮືອງ ຫົວໜ້າພະແນກຂ່າວ ເສດຖະກິດ-ວັດທະນາທຳ- ສັງຄົມ, ເລຂາໜ່ວຍຊາວໜຸ່ມໜັງສືພິມກອງທັບ ກ່າວວ່າ: ຈຸດປະສົງຂອງການສ້າງຂະບວນການຮອບດ້ານ ແມ່ນເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VIII ຂອງໜ່ວຍຊາວໜຸ່ມໜັງສືພິມກອງທັບ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ຕິດພັນກັບຂະບວນການຂອງກົມກອງ ເພື່ອສ້າງໃຫ້ສະມາຊິກຊາວໜຸ່ມມີຄວາມຈູບຈ້າວຫ້າວຫັນຕໍ່ໜ້າທີ່ວຽກງານ ພ້ອມກັນສ້າງຜົນງານໃຫ້ເປັນຂະບວນການຟົດຟື້ນແຂງແຮງ, ທັງເປັນການອະນາໄມ ສໍານັກງານຫ້ອງການໃຫ້ມີຄວາມສະອາດຈົບງາມ, ເປັນລະບຽບຮຽບຮ້ອຍ ເພື່ອສ້າງໃຫ້ກົມກອງມີຄວາມເຂັ້ມແຂງໃນທຸກດ້ານ.
ໂອກາດນີ້, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ສະມາຊິກຊາວໜຸ່ມ ທົ່ວກອງບັນນາທິການໜັງສືພິມກອງທັບ ຈົ່ງພ້ອມກັນອອກແຮງແຂ່ງຂັນສ້າງຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຮັບປະກັນເປັນກຳລັງຫຼັກແຫຼ່ງໃນການປັບປຸງກົມກອງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ແລະ ພ້ອມກັນສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VIII ຂອງໜ່ວຍຊາວໜຸ່ມໜັງສືພິມກອງທັບ ທີ່ຈະມາເຖິງນີ້ ໃຫ້ຟົດຟື້ນແຂງແຮງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















