ວາງພວງມາລາຢູ່ອານຸສາວະລີນັກບິນທະຫານອະດີດສະຫະພາບໂຊວຽດ ເນື່ອງໃນໂອກາດ ວັນໄຊຊະນະມະຫາສົງຄາມ ຄົບຮອບ 81 ປີ
ເວລາອອກຂ່າວ: 2026-05-11 11:13:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 441 | ຄວາມນິຍົມ: ![]()
ໃນວັນທີ 9 ພຶດສະພາ 2026 ນີ້, ຄະນະນໍາກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ໄດ້ເຂົ້າວາງພວງມາລາ ຢູ່ ອານຸສາວະລີ ນັກບິນທະຫານ ອະດີດສະຫະພາບໂຊວຽດ ທີ່ເສຍຊີວິດໃນສົງຄາມ ອິນດູຈີນ ໃນລະຫວ່າງ ປີ 1960-1973, ເນື່ອງໃນໂອກາດ ວັນໄຊຊະນະມະຫາສົງຄາມ ປົົກປ້ອງ ມາຕຸພູມ ສ ຣັດເຊຍ ຄົບຮອບ 81 ປີ (9/5/1945-9/5/2026). ຝ່າຍລາວນຳໂດຍ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ; ຝ່າຍຣັດເຊຍນຳໂດຍ ສະຫາຍ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ ພ້ອມຄະນະ.
ການວາງພວງມາລາໃນຄັ້ງນີ້, ກໍ່ເພື່ອເປັນການລະນຶກເຖິງໄຊຊະນະອັນຍິງໃຫຍ່ຂອງກອງທັບແດງໂຊວຽດ ທີ່ໄດ້ຮັບໄຊຊະນະຈາກພວກຟາດຊິດເຢຍລະມັນ, ເຊິ່ງເຫດການດັ່ງກ່າວ ມັນໄດ້ສະແດງໃຫ້ເຫັນເຖິງນໍາໃຈເສຍສະຫຼະອັນສູງສົ່ງ ແລະ ຄວາມຕັດສິນໃຈອັນເດັດດ່ຽວກ້າຫານຂອງນາຍ ແລະ ພົນທະຫານ ກໍ່ຄື ປະຊາຊົນສະຫະພາບໂຊວຽດ (ສ ຣັດເຊຍ ໃນປັດຈຸບັນ). ອີກທັງເພື່ອເປັນການສະແດງເຖິງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງຂອງພັກກອມມູນິດອະດີດສະຫະພາບໂຊວຽດ - ກອງທັບແດງໂຊວຽດທາງດ້ານວັດຖຸ ແລະ ຈິດໃຈຕໍ່ການປະຕິວັດລາວ ໃນສະໄໝສົງຄາມປົດປ່ອຍປະເທດຊາດໃນເມື່ອກ່ອນ ແລະ ລະນຶກເຖິງບຸນຄຸນ, ຄຸນງາມຄວາມດີ, ຂອງບັນດາສະຫາຍນັກບິນສະຫະພາບໂຊຫວຽດ ທີ່ເສຍສະລະຊີວິດຢູ່ປະເທດລາວ ນັບແຕ່ປີ 1960 ຮອດປີ 1973 ໃນເວລາປະຕິບັດໜ້າທີ່ໃຫ້ໄດ້ການຊ່ວຍເຫຼືອແກ່ປະຊາຊົນລາວ ເພື່ອຕໍ່ສູ້ປົດປ່ອຍປະເທດຊາດອອກຈາກການກົດຂີ່ຂຸດຮີດຂອງພວກຈັກກະພັດລ່າເມືອງຂຶ້ນ ຈົນສາມາດປົດປ່ອຍຊາດໄດ້ຢ່າງສົມບູນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















