ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ກອງ​ປະຊຸມ ກະກຽມ​ຈັດ​ຕັ້ງ​ເຝິກອົບຮົມ "ຕີ​ພິເສດ​ໃຕ້​ຝຸ່ນ 2026" ແລະ ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ "ລາ​ໂຣ​​ສ 2026"
ເວລາອອກຂ່າວ: 2026-05-11 10:02:53 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 122 | ຄວາມນິຍົມ:



ວັນ​ທີ 30 ເມສາ 2026, ກົມ​ອົບຮົມ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ຈັດ​ກອງ​ປະຊຸມ​ກະກຽມ​ຈັດ​ຕັ້ງ​ເຝິກອົບຮົມ "ຕີ​ພິເສດ​ໃຕ້​ຝຸ່ນ 2026" ແລະ ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ "ລາ​ໂຣ​​ສ 2026" ຢູ່ ວິທະຍາຄານ ນາຍ​ທະຫານ​ບົກ ກົມ​ມະ​ດຳ(​ວນກ), ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຄຳ​ຜາຍ ອ້ວນ​ວິໄລ ຫົວໜ້າ​ກົມ​ອົບຮົມ, ມີ​ບັນດາ​ອະນຸ​ກຳມະການ, ກົມ, ຫ້ອງ ແລະ ພະແນກການ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ອະນຸ​ສິດ ຊຸ​ວົງ​ສະ​ຫວັດ ຮອງ​ຫົວໜ້າ​ພະ​ແນກ​ຍຸດທະວິທີ ກົມ​ອົບຮົມ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ສະເໜີ​ຜ່ານ​ເນື້ອ​ໃນ​ແຜນ​ການ ຈັດຕັ້ງ​ປະຕິບັດ ຕໍ່ກອງ​ປະຊຸມ​ໃນ​ກະກຽມ​ຈັດ​ຕັ້ງ​ເຝິກອົບຮົມ "ຕີ​ພິເສດ​ໃຕ້​ຝຸ່ນ 2026" ແລະ ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ "ລາ​ໂຣ​​ສ 2026" ຢູ່ ​ວນກ ທີ່​ຈະ​ໄດ້​ຈັດ​ຂຶ້ນ​ໃນ​ມໍ່ໆ​ນີ້ ໄດ້​ໃຫ້​ຮູ້​ວ່າ: ການ​ຊ້ອມ​ຮົບ​ດັ່ງກ່າວ​ແມ່ນ​ຈະ​ເລີ່ມ​ຕັ້ງແຕ່ 13 ພຶດສະພາ 2026-13 ມິຖຸນາ 2026 ເປັນ​ເວລາ​ໜຶ່ງ​ເດືອນ ຈຶ່ງ​ຈະ​ສິ້ນ​ສຸດ​ແຜນການ​ຊ້ອມ​ຮົບ​ຮ່ວມ​ກັນ ລະຫວ່າງ ລາວ-ຣັດ​ເຊຍ, ເຊິ່ງ​ໃນ​ການ​ເຝິກຊ້ອມ​ຈະ​ໄດ້​ແລກປ່ຽນ​ບົດຮຽນ​ທາງ​ດ້ານ​ການ​ທະຫານ ລະຫວ່າງ ກອງທັບ​ປະຊາຊົນ​ລາວ ກັບ ກອງທັບ​ສະຫະພັນ​ຣັດ​ເຊຍ​ໃນ​ແຕ່​ລະ​ຄັ້ງ ນັບ​ວ່າ​ເປັນ​ໂອກາດ​ດີ​ໃຫ້​ສອງ​ກອງ ທັບ ໄດ້​ຮ່ວມ​ກັນ​ເຝິກແອບ ແລະ ຖອດ​ຖອນ​ບົດຮຽນ​ນຳ​ກັນ; ທັງ​ນີ້, ກອງ​ປະຊຸມ ຍັງ​ໄດ້​ຄົ້ນຄວ້າ​ຈັດ​ຕັ້ງ​ກຳລັງ ກະກຽມ​ພາຫະນະ ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ຊ້ອມ ​ຮົບ​ໃນ​ຄັ້ງ​ນີ້ ໃຫ້​ສຳເລັດ​ຕາມ​ແຜນການ​ທີ່​ຂອງ​ຂັ້ນ​ເທິງ​ກຳນົດ​ໄວ້, ທັງ​ສ້າງ​ແຜນການ ຊີ້​ນຳ​ການຈັດຕັ້ງ​ອົບຮົມ-ຫັດ​ແອບຢູ່​ພາຍ​ໃນ​ກົມ​ກອງ​ເພື່ອ​ໃຫ້ ພະນັກງານ-ນັກຮົບ ຜູ້​ທີ່​ຈະ​ເຂົ້າ​ຮ່ວມ​ຊ້ອມ​ຮົບ​ຄັ້ງ​ນີ້ ໃຫ້​ມີ​ຄວາມ​ຊຳນານ​ຄ່ອງ​ແຄ້ວ​ໃນ​ການ​ນຳ​ໃຊ້​ພາຫະນະ-ອາວຸດ​ຍຸດ​ໂທ​ປະກອນ​ຂອງ​ລົດ, ອົບຮົມ​ທາງ​ດ້ານ​ສິລະ​ປະຍຸດ, ຍຸດທະວິທີ, ການ​ນຳ​ໃຊ້​ອາວຸດ​ຂອງ​ລົດ​ຕັງ ເພື່ອ​ຮັບປະກັນ​ທາງ​ດ້ານ​ກຳລັງ​ພົນ, ພາຫະນະ​ອາວຸດ​ຍຸດ​ໂທ​ປະກອນ, ຮັກສາ​ໄດ້​ກົດ​ລະບຽບ​ຂອງ​ສະໜາມ ແລະ ຮັບປະກັນ​ຄວາມ​ປອດ​ໄພ. ສະຫາຍ ພັນ​ເອກ ຄຳ​ຜາຍ ອ້ວນ​ວິໄລ ໄດ້​ຮຽກຮ້ອງ​ໃຫ້​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ ເອົາໃຈໃສ່​ຮັບຜິດຊອບ​ວຽກ​ງານ​ກະກຽມ​ໃຫ້​ສຳເລັດ ມີ​ຄວາມ​ພ້ອມ​ສຳລັບ​ການ​ເຝິກອົບຮົມ-ຫັດ​ແອບ ບໍ່​ວ່າ​ຈະ​ເປັນ​ທາງ​ດ້ານ​ສະໜາມ, ລົດ, ລວມ​ຮອດ​ວັດຖຸ​ຮັບ​ໃຊ້​ຕ່າງໆ, ກຳລັງ​ຄົນ​ໃຫ້​ຄົບ​ຖ້ວນ ເພື່ອ​ຕອບ​ສະໜອງ​ໃຫ້​ໄດ້​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ໜ້າ​ວຽກ​ຕົວ​ຈິງ ໃນຕໍ່ໜ້າ ຈຶ່ງ​ຈະ​ສາມາດ​ກຳ​ແໜ້ນ​ໄດ້​ຍຸດທະວິທີ​ສູ້​ຮົບ, ທິດ​ສະ​ດີ​ຫຼັກການ ເພື່ອ​ໃຫ້​ມີ​ຄວາມ​ຊຳນິ​ຊຳນານ​ໃນ​ການ​ຂັບ​ຂີ່, ການ​ນຳ​ໃຊ້​ປືນ​ຊະນິດ​ຕ່າງໆ​ໄດ້​ຢ່າງ​ແມ່ນ​ຢຳ ໃຫ້​ເຂັ້ມແຂງ​ທາງ​ດ້ານ​ລະບຽບ​ແບບແຜນ ແລະ ມີ​ຄວາມ​ທັນ​ສະໄໝ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ : ນາງ ບຸນ​ເກີດ ຈັນທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ