ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 08 ມິຖຸນາ 2026

  

ມອບ​ໃບ​ຍ້ອງຍໍ ໃຫ້ພະນັກງານ​ ສານ​ທະຫານ​ຂັ້ນ​ສູງ ປະຈຳ​ປີ 2025
ເວລາອອກຂ່າວ: 2026-05-11 09:58:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 115 | ຄວາມນິຍົມ:



ວັນ​ທີ 30 ເມສາ 2026, ສານ​ທະຫານ​ຂັ້ນ​ສູງ ໄດ້​ຈັດ​ພິທີ​ມອບ​ໃບ​ຍ້ອງຍໍ​ໃຫ້ ພະນັກງານ​ສານ​ທະຫານ​ຂັ້ນ​ສູງ ທີ່​ມີ​ຜົນງານ​ດີເດັ່ນ​ໃນ​ການເຄື່ອນໄຫວ​ປະຕິ ບັດ​ໜ້າທີ່​ວຽກ​ງານ ປະຈຳ​ປີ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ວັນ ສີ​ເຟືອງຮັກສາ​ການ ປະທານ​ສານ​ທະຫານ​ຂັ້ນ​ສູງ, ມີ​ຄະນະ​ພັກ-ຄະນະ​ບັນຊາ ພ້ອມ​ດ້ວຍ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ໄພ​ວັນ ບຸນ​ດາ​ວົງ ຫົວໜ້າ​ພະ​ແນກ​ອົບຮົມ​ວິຊາ​ການ ສານ​ທະຫານ​ຂັ້ນ​ສູງ ໄດ້​ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ມອບ​ໃບ​ຍ້ອງຍໍ​ໃຫ້​ແກ່​ບຸກຄົນ​ພະນັກງານ​ສານ​ທະຫານ​ຂັ້ນ​ສູງ, ອີງ​ຕາມ ມະຕິ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ວ່າ​ດ້ວຍ​ການຈັດຕັ້ງ ແລະ ການເຄື່ອນໄຫວ​ຂອງ​ສານ​ປະຊາຊົນ​ສູງ​ສຸດ,ອີງ​ຕາມ ກົດໝາຍ ວ່າ​ດ້ວຍ​ພະນັກງານ-ລັດຖະກອນ, ອີງ​ຕາມ ການ​ຕົກລົງ​ເຫັນ​ດີ​ເປັນ​ເອກະ​ພາບ​ຂອງ​ຄະນະ​ປະຈຳ​ພັກ ສານ​ປະຊາຊົນ​ສູງ​ສຸດ, ອີງ​ຕາມ ໜັງສື​ສະເໜີ ຂອງ​ກົມ​ຈັດ​ຕັ້ງ-ພະນັກງານ ວ່າ​ດ້ວຍ​ການ ເຫັນ​ດີ​ຍ້ອງຍໍ​ບຸກຄົນຂອງ​ສານ​ທະຫານ​ຂັ້ນ​ສູງທີ່​ມີ​ຜົນງານ​ດີເດັ່ນ​ໃນ​ການເຄື່ອນໄຫວ​ປະຕິບັດ​ໜ້າທີ່​ວຽກ​ງານ ປະ ຈຳ​ປີ 2025 ຈຳນວນ 31 ສະຫາຍ, ຍິງ 7 ສະຫາຍ; ໂດຍ​ການ​ມອບ​ຂອງ ສະຫາຍ ພັນ​ເອກ ວັນ​ສີ​ເຟືອງ ຮັກສາ​ການ​ປະທານ​ສານ​ທະຫານ​ຂັ້ນ​ສູງ ຢ່າງ​ສົມ​ກຽດ. ໂດຍ : ສີສະ​ຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ