ໂດຣນ MQ-25A Stingray ຂອງກອງທັບເຮືອສະຫະລັດ ໄດ້ບິນທົດລອງຄັ້ງທຳອິດ
ເວລາອອກຂ່າວ: 2026-05-07 09:42:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 164 | ຄວາມນິຍົມ: ![]()
ຂ່າວການທະຫານຕ່າງປະເທດ ລາຍງານວ່າ: ໂດຣນ MQ-25A ໄດ້ບິນທົດລອງ ໃນວັນທີ 25 ເມສາ ທີ່ຜ່ານມາ ນັບເປັນກ້າວສຳຄັນ ໃນການພັດທະນາໂຄງການ ເພື່ອເຂົ້າໃກ້ຂັ້ນຕອນໂດຣນທີ່ສາມາດຕິດຂີປະນາວຸດ ຫຼື ຂີປະນາວຸດແບບຍົນບໍ່ມີຄົນຂັບ Milestone C ແລະ ການທົດລອງ ແລະ ພັດທະນາຮ່ວມກັບເຮືອບັນທຸກເຮືອບິນ. ໂດຣນນີ້ໃຊ້ເຄື່ອງຈັກ AE 3007N ຈຳນວນ 1 ເຄື່ອງ ຈາກຕະກູນ AE ຂອງ ໂຣສຣອຍ Rolls-Royce.
ໂດຣນ MQ-25A ຖືກອອກແບບມາເພື່ອ ເຕີມນ້ຳມັນກາງອາກາດ” ເປັນຫຼັກຊ່ວຍຂະຫຍາຍພິໄສການໂຈມຕີຂອງກອງບິນເທິງເຮືອບັນທຸກ ສາມາດເຮັດໃຫ້ກອງເຮືອສາມາດປະຕິບັດການໄດ້ໄກຈາກໄພຄຸກຄາມຫຼາຍຂຶ້ນ ເຊັ່ນ: ເພີ່ມຄວາມປອດໄພໃຫ້ກຳລັງພົນ.
ນອກຈາກນັ້ນ, ຍັງສາມາດໃຊ້ໃນພາລະກິດຂອງໜວຍຂ່າວກອງ, ການເຝົ້າລະວັງ, ການລາດຕະເວນ, ເຄື່ອງຈັກ AE 3007N ມີອັດຕາ bypass ສູງ 5:1, ຊ່ວຍປະຫຍັດນ້ຳມັນ, ເຮັດໃຫ້ບິນໄດ້ດົນ ສາມາດບິນໄດ້ຫຼາຍກວ່າ 2 ຊົ່ວໂມງ, ໂດຣນ MQ-25A ສາມາດປະຕິບັດພາລະກິດແບບອັດຕະໂນມັດ ຕັ້ງແຕ່ການເຄື່ອນທີ່, ບິນຂຶ້ນຊື່ ແລະ ລົງຈອດ ພ້ອມກັນນັ້ນ ຍັງທົດລອງ ລະຫວ່າງເຄື່ອງຈັກ ກັບລຳຕົວໂດຣນ ແລະ ສະຖານີຄວບຄຸມພາກພື້ນ MD-5.
ຕາມຂໍ້ມູນຈາກ Boeing ແລະ Rolls-Royce ຈະສົ່ງເຄື່ອງຈັກເພີ່ມ ເປັນ 4 ເຄື່ອງໃນປີ 2026.
ໂຄງການ MQ-25A ມີແຜນຜະລິດ 76 ລຳ, ປັດຈຸບັນນີ້ໄດ້ຖືກໃຊ້ໃນ 16 ແພລດຟອມທົ່ວໂລກ.
ສົ່ງມອບແລ້ວຫຼາຍກວ່າ 7.500 ລຳ ແລະ ຊົ່ວໂມງບິນລວມຫຼາຍກວ່າ 90 ລ້ານຊົ່ວໂມງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















