ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ການ​ພົວພັນ​ ຈີນ-ອາ​ເມ​ຣິ​ກາ ໄດ້​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ລວມ
ເວລາອອກຂ່າວ: 2026-05-07 09:39:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 157 | ຄວາມນິຍົມ:



ໃນ​ອາທິດ​ທີ່​ຜ່ານ​ມາ, ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ​ຈີນ ໄດ້​ສົນທະ ນາ​ທາງ​ໂທລະສັບ​ກັບ​ທ່ານ​ມາ​ໂກ ຣູ​ບິ​ໂອ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ​ອາ​ເມ​ຣິ​ກາ. ທ່ານ ຫວາງ​ຢີ້ ກ່າວ​ວ່າ: ພາຍ​ໃຕ້​ການ​ນຳພາ​ທາງ​ຍຸດ​ທະ​ສາດ​ຂອງ ທ່ານ ສີ​ຈິ້ນ​ຜິງ ປະທານ​ປະເທດ​ຈີນ ແລະ ທ່ານ ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ຣິ​ກາ, ການ​ພົວພັນ​ຈີນ-ອາ​ເມ​ຣິ​ກາໄດ້​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ລວມ ເຊິ່ງ​ສອດຄ່ອງ​ກັບ​ຜົນ​ປະ ໂຫຍດ​ພື້ນຖານ​ຂອງ​ປະຊາຊົນ​ສອງ​ປະເທດ ແລະ ສອດຄ່ອງ​ກັບ​ຄວາມ​ມຸ່ງ​ມາດ​ປາຖະໜາ​ໂດຍ​ທົ່ວ​ໄປ​ຂອງ​ປະຊາ​ຄົມ​ໂລກ. ສອງ​ຝ່າຍ​ຕ້ອງ​ຮັກສາ​ສະພາບ​ຄວາມ​ໝັ້ນ​ທ່ຽງ​ທີ່​ໄດ້​ມາ​ຢ່າງ​ຍາກ​ລຳບາກ​ໃຫ້​ດີ, ກະກຽມ​ການ​ແລກປ່ຽນ​ທີ່​ສຳຄັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ໃຫ້​ດີ, ຄົ້ນ​ຫາ​ແນວທາງ​ສ້າງ​ການ​ພົວພັນ​ຈີນ-ອາ​ເມ​ຣິ​ກາ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ, ມີ​ລັກສະນະ​ສ້າງສັນ ແລະ ມີ​ຄວາມ​ໝັ້ນ​ທ່ຽງ. ທ່ານ ຫວາງ​ຢີ້ ເນັ້ນ​ໜັກ​ວ່າ: ບັນຫາ​ໄຕ້​ຫວັນ​ກ່ຽວຂ້ອງ​ກັບ​ຜົນ​ປະໂຫຍດ​ແກນ​ກາງຂອງ​ຈີນ, ເປັນ​ຈຸດ​ສ່ຽງ​ໃຫຍ່​ທີ່​ສຸດ​ໃນ​ການ​ພົວພັນ​ຈີນ-ອາ​ເມ​ຣິ​ກາ. ອາ​ເມ​ຣິ​ກາ​ຄວນ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ, ເລືອກ​ທາງ​ເລືອກ​ທີ່​ຖືກຕ້ອງ, ເປີດ​ພື້ນ​ທີ່​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ເມ​ຣິ​ກາ ແລະ ສຸມ​ຄວາມ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ສັນຕິພາບ​ຂອງ​ໂລກ. ທ່ານ ມາ​ໂກ ຣູ​ບິ​ໂອ ກ່າວ​ວ່າ: ການ​ທູດ​ປະມຸກ​ລັດ​ເປັນ​ແກນ​ກາງຂອງ​ການ​ພົວພັນ​ອາ​ເມ​ຣິ​ກາ-ຈີນ. ສອງ​ຝ່າຍ​ຈະ​ຮັກສາ​ການ​ແລກປ່ຽນ ແລະ ການ​ປະສານ​ງານ, ເຄົາລົບ​ເຊິ່ງ​ກັນ​ແລະ​ກັນ ແລະ ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ຢ່າງ​ສົມ​ເຫດ​ສົມ​ຜົນ, ສະ​ສົມ​ຜົນງານ​ເພື່ອ​ການ​ແລກປ່ຽນ​ກັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ອາ​ເມ​ຣິ​ກາ-ຈີນ ແລະ ສະແຫວງຫາ​ຄວາມ​ໝັ້ນ​ທ່ຽງ​ດ້ານ​ຍຸດ​ທະ​ສາດ​ຂອງ​ການ​ພົວພັນ​ອາ​ເມ​ຣິ​ກາ-ຈີນ.ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະຖານະ​ການ​ຢູ່​ຕາເວັນ​ອອກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ