ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ຈັດ​ກອງ​ປະຊຸມ​ຜູ້ນຳ​ປະຊາ​ຄົມ​ການເມືອງ​ເອີ​ຣົບ ຄັ້ງ​ທີ 8
ເວລາອອກຂ່າວ: 2026-05-07 09:38:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 153 | ຄວາມນິຍົມ:



ສຳນັກ​ຂ່າວ ບີ​ບີ​ຊີ ລາຍ​ງານ​ໃນ​ວັນ​ທີ 5 ພຶດສະພາ​ນີ້​ວ່າ: ກອງ​ປະຊຸມ​ຜູ້ນຳ​ປະຊາ​ຄົມ​ການ ເມືອງ​ເອີ​ຣົບ ຄັ້ງ​ທີ 8 ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ເຢ​ເຣ​ວານ​ປະເທດ​ອາກ​ເມ​ນີ. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ ກັບ​ເສດຖະກິດ, ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ, ການ​ພົວພັນ​ລະຫວ່າງ​ເອີ​ຣົບ-ອາ​ເມ​ຣິ​ກາ ແລະ​ອື່ນໆ. ຜູ້ນຳ​ຈາກ​ຫຼາຍ​ປະເທດ​ໃນ ​ເອີ​ຣົບ ເນັ້ນ​ໜັກ​ວ່າ: ເອີ​ຣົບ​ຕ້ອງ ​ເດີນ​ຕາມ​ເສັ້ນທາງ​ແຫ່ງ “ຄວາມ​ເປັນ​ເຈົ້າ​ການ​ດ້ານການ​ປ້ອງ​ກັນ​ປະເທດ” ແລະ ຫຼຸດຜ່ອນ​ການອາໄສ​ອາ​ເມ​ຣິ​ກາ​ໃນ​ດ້ານຄວາມ​ ໝັ້ນຄົງ. ຫວ່າງ​ມໍ່ໆມານີ້, ທ່ານ ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ຣິ​ກາ ໄດ້​ອອກ​ຖະແຫຼງການ​ກ່ຽວ​ກັບ​ເອີ​ຣົບ ເຊິ່ງ​ໄດ້​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ໃຫ້​ແກ່​ວາລະ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້. ໂອກາດ​ນີ້, ທ່ານ ເອັມ​ມາ​ນູ​ເອວ ມາ​ຄຣົງ ປະທານາທິບໍດີ​ຝຣັ່ງ ກ່າວ​ວ່າ: ອາ​ເມ​ຣິ​ກາ​ໃນ​ຖານະ​ເປັນ​ພັນທະ​ມິດ​ຂອງ​ເອີ​ຣົບ​ພວມ​ກາຍເປັນ​ປະເທດ​ທີ່​ຄາດ​ເດົາ​ໄດ້​ຍາກ​ນັບ​ມື້​ເພີ່ມ​ຂຶ້ນ, ສິ່ງ​ນີ້​ເຮັດ​ໃຫ້​ເອີ​ຣົບ​ຕ້ອງ​ເພີ່ມ​ທະວີ​ຄວາມ​ສາມັກຄີ ແລະ ການ​ຮ່ວມ​ມື. ເອີ​ຣົບ​ພວມ​ເພີ່ມ​ງົບປະມານ​ດ້ານ​ການ​ປ້ອງ​ກັນ​ປະເທດ ແລະ ຄວາມ​ໝັ້ນຄົງ ເພື່ອ​ສ້າງ​ເປັນ​ແຜນການ​ແກ້​ໄຂ​ບັນຫາ​ຮ່ວມ​ທີ່​ເປັນ​ຂອງ​ເອີ​ຣົບ​ເອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ