ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ADB ຈະ​ສະໜອງ​ທຶນ 70 ຕື້ໂດ​ລາ​ ສະຫະລັດ ແກ່ 2 ຂໍ້ ລິ​ເລີ່ມ​ໃໝ່​ຂອງ​ພາກ​ພື້ນ​ ອາຊີ-ປາ​ຊີ​ຟິກ
ເວລາອອກຂ່າວ: 2026-05-07 09:37:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 157 | ຄວາມນິຍົມ:



ສຳນັກ​ຂ່າວ ຊິນ​ຮວາ ລາຍ​ງານ​ໃນ​ວັນ​ທີ 5 ພຶດສະພາ​ນີ້​ວ່າ: ທະນາຄານ​ພັດທະນາ​ອາຊີ ຫຼື ADB ເປີດເຜີຍ​ວ່າ: ເມື່ອ​ຮອດ​ປີ 2035, ADB ຈະ​ໃຫ້ການ​ສະໜັບສະໜູນ 70 ຕື້​ໂດ​ລາ​ແກ່ 2 ຂໍ້​ລິ​ເລີ່ມ​ໃໝ່ ຄື: “ຂໍ້​ລິ​ເລີ່ມ​ຕາ​ຂ່າຍ​ໄຟຟ້າ​ທົ່ວ​ອາຊີ” ແລະ “ທາງ​ດ່ວນ​ດີ​ຈີ​ຕອນ​ພາກ​ພື້ນ​ ອາຊີ-ປາ​ຊີ​ຟິກ”. ເຈົ້າ​ໜ້າທີ່ ADB ກ່າວ​ວ່າ: ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ຂ້າມ​ຊາຍ​ແດນ​ຂອງ​ຕາ​ຂ່າຍ​ໄຟຟ້າ ແລະ ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ຈະ​ຊ່ວຍ​ຫຼຸດ​ຕົ້ນ​ທຶນ​ໃຫ້​ຕ່ຳ​ລົງ ແລະ ສ້າງ​ໂອກາດ​ຫຼາຍ​ກວ່າ​ເກົ່າ ເພື່ອ​ເຮັດ​ໃຫ້​ປະຊາຊົນ​ຫຼາຍ​ຮ້ອຍ​ລ້ານ​ຄົນ​ໄດ້​ຊົມໃຊ້​ພະລັງ​ໄຟຟ້າ ແລະ ການ​ບໍລິການ​ດີ​ຈີ​ຕອນ​ທີ່​ໄວ້​ວາງໃຈ​ໄດ້. ໃນ​ນັ້ນ, ຂໍ້​ລິ​ເລີ່ມ​ຕາ​ຂ່າຍ​ໄຟຟ້າ​ທົ່ວ​ອາຊີ​ຈະ​ຊຸກຍູ້​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ລະບົບ​ພະລັງ​ໄຟຟ້າ​ລະຫວ່າງ​ປະເທດ ແລະ ອະນຸ​ພາກ​ພື້ນ ເພື່ອ​ຊຸກຍູ້​ການ​ໄຫຼ​ວຽນ​ຂ້າມ​ຊາຍ​ແດນ​ຂອງ​ພະລັງງານ​ໝູນວຽນ. ຂະນະ​ທີ່​ທາງ​ດ່ວນ​ດີ​ຈີ​ຕອນ​ອາຊີ-ປາ​ຊີ​ຟິກ​ຈະ​ຊ່ວຍ​ໃຫ້​ຫຼຸດ​ຄວາມ​ແຕກ​ໂຕນ​ກັນ​ດ້ານ​ພື້ນຖານ​ໂຄງ​ລ່າງ​ດີ​ຈີ​ຕອນ​ໃຫ້​ໜ້ອຍ​ລົງ ເພື່ອ​ເຮັດ​ໃຫ້​ພາກ​ພື້ນ​ອາຊີ-ປາ​ຊີ​ຟິກ​ໄດ້​ຮັບ​ຜົນ​ປະໂຫຍດ​ຈາກ​ການ​ເຕີບ​ໂຕ​ທີ່​ຂັບ​ເຄື່ອນ​ໂດຍ​ປັນຍາ​ປະດິດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ