ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ອາ​ເມ​ຣິ​ກາ ແລະ ອີ​ຣານ ​ຕົກ​ເຂົ້າ​ໃນ “ສົງຄາມ​ນ້ອຍ”
ເວລາອອກຂ່າວ: 2026-05-07 09:36:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 156 | ຄວາມນິຍົມ:



ສຳນັກ​ຂ່າວ ຣອຍ​ເຕີ ລາຍ​ໃນ​ວັນ​ທີ 5 ພຶດສະພາ​ນີ້​ວ່າ: ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ວິ​ສາ​ຫະ​ກິດ​ນ້ອຍ​ຂອງ​ທຳ​ນຽບ​ຂາວ, ທ່ານ ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ຣິ​ກາ ກ່າວ​ວ່າ: ການ​ປະ​ທະ​ກັນ​ລະຫວ່າງ​ອາ​ເມ​ຣິ​ກາ ແລະ ອີ​ຣານ ເປັນ “ສົງຄາມ” ແລ້ວ, ແລະ ເອີ້ນ​ວ່າ​ເປັນ “ສົງຄາມ​ນ້ອຍ”. ນອກ​ນີ້, ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ ໂດ​ນັນ ທຣຳ ໄດ້​ປະຕິເສດ​ບອກ​ກ່າວ​ຢ່າງ​ຈະ​ແຈ້ງວ່າ ສັນ ຍາ​ຢຸດ​ຍິງ​ລະຫວ່າງ​ອາ​ເມ​ຣິ​ກາ ແລະ ອີ​ຣານ​ຍັງ​ມີ​ຜົນ​ບັງຄັບ​ໃຊ້ ຫຼື ບໍ່. ບົດ​ວິເຄາະ​ຂອງ​ເວັບ​ໄຊ​ຂ່າວສານ​ຟາ​ລາ​ລູ​ຂອງ​ອີ​ຣານ ລະບຸ​ວ່າ: ປັດຈຸບັນ, ຮູບ​ແບບ​ການ​ປະ​ທະ​ກັນ​ລະຫວ່າງ​ອາ​ເມ​ຣິ​ກາ ແລະ ອີ​ຣານ ບໍ່​ໄດ້​ຂະຫຍາຍ​ໄປ​ສູ່​ທິດ​ທາງ​ທີ່​ແກ້​ໄຂ​ບັນຫາ​ໄດ້​ຢ່າງ​ວ່ອງໄວ, ຫາກ​ແມ່ນ​ກ້າວ​ໄປ​ສູ່​ສົງຄາມ​ສິ້ນ​ເປືອງ​ທີ່​ຍືດ​ເຍື້ອ​ຍາວ​ນານ. ປັດຈຸບັນ, ສອງ​ຝ່າຍ​ລ້ວນ​ແຕ່​ເພີ່ມ​ຄວາມ​ເອົາໃຈໃສ່​ຕໍ່​ການ​ບັ່ນ​ທອນ​ພະລັງ​ຂອງ​ການ​ເປັນ​ຝ່າຍ​ກະທຳ​ຂອງ​ຝ່າຍ​ກົງກັນຂ້າມ, ຫາກ​ບໍ່​ແມ່ນ​ສະແຫວງຫາ​ໄຊຊະນະ​ສຸດ​ທ້າຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ