ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 1 ກໍ່ສ້າງ​ຫ້ອງການ ພະແນກການ​ເງິນ​ແບບ​ຖາວອນ
ເວລາອອກຂ່າວ: 2026-05-07 09:26:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 73 | ຄວາມນິຍົມ:



ສະຫາຍ ພັນ​ໂທ ບຸນ​ຮັກ ທູນ​ທະວີ​ໄຊ ຫົວໜ້າ​ພະ​ແນກ​ກໍ່ ສ້າງ​ຄຸ້ມ​ຄອງ-ຊັບ​ສິນ ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 1 ໄດ້​ໃຫ້​ຮູ້​ວ່າ: ການ​ກໍ່ສ້າງ​ຫ້ອງການ ພະແນກການ​ເງິນ​ແບບ​ຖາວອນ ຂອງ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 1 ເປັນ​ການ​ປຸກ​ສ້າງ​ອາຄານ​ຫຼັງ​ໃໝ່ ເນື່ອງ​ຈາກ​ຫ້ອງການ​ເກົ່າ ສະຖານທີ່​ຄັບແຄບ ຈຳນວນ​ພົນ​ພັດ​ຫຼາຍ, ການ​ເຮັດ​ວຽກ​ພົບ​ກັບ​ຄວາມ​ຫຍຸ້ງຍາກ. ສະນັ້ນ, ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງຮຽນ ຈຶ່ງ​ໄດ້​ຂໍ​ທິດ​ຊີ້​ນຳ​ຈາກ​ຂັ້ນ​ເທິງ ແລະ ຂໍ​ທຶນ​ປຸກ​ສ້າງ​ຈາກ​ກະຊວງ​ປ້ອງ​ກັນ​ປະເທດ, ໂດຍ​ເລີ່ມ​ລົງມື​ກໍ່ສ້າງ ນັບ​ແຕ່​ວັນ​ທີ 28 ຕຸລາ 2025 ເປັນຕົ້ນ​ມາ, ຫ້ອງການ​ດັ່ງກ່າວ ມີ​ຂະໜາດ ກວ້າງ 8 ແມັດ, ຍາວ 16 ແມັດ, ປະກອບ​ມີ 6 ຫ້ອງ, ເສົາ​ເທ​ເບ​ຕົງ, ກໍ່​ດ້ວຍ​ດີນ​ຈີ່, ຫຼັງຄາ​ໂຄງ​ໄມ້, ມຸງ​ກະເບື້ອງ, ພື້ນ​ເທ​ດ້ວຍ​ເບ​ຕົງ​ເສີມ​ເຫຼັກ, ຕິດ​ກະ​ໂລ ລວມ​ມູນ​ຄ່າ​ໃນ​ການ​ກໍ່ສ້າງ​ທັງ​ໝົດ 850.000.000 ກີບ, ໂດຍ​ແມ່ນ​ທຶນ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ສະໜອງ​ໃຫ້ 100% ແລະ ນຳ​ໃຊ້​ກຳລັງ​ແຮງ​ງານ​ກໍ່ສ້າງ ພະນັກງານ-ນັກຮົບ​ພາຍ​ໃນ​ກົມ​ກອງ. ປັດຈຸບັນ​ການ​ກໍ່ສ້າງ​ສຳເລັດ​ແລ້ວ 50% ແລະ ຄາດກະ​ຈະ​ໃຫ້​ສຳເລັດ ພາຍ​ໃນ​ເດືອນ​ພຶດສະພາ 2026 ຕາມ​ແຜນການ. ທັງ​ນີ້, ກໍ​ເພື່ອ​ເປັນ​ການ​ປັບປຸງ​ກົມ​ກອງ ໃຫ້​ມີ​ຄວາມ​ເປັນ​ລະບຽບ​ຈົບງາມ ຕາມ​ແບບແຜນ​ຂອງ​ກອງທັບ​ເວົ້າ​ລວມ, ເວົ້າ​ສະເພາະ​ແມ່ນ ຮັບປະກັນ​ເຮັດ​ໃຫ້​ພະນັກງານ​ທີ່​ເຮັດ​ວຽກ​ງານ​ການ​ເງິນ ມີ​ສະຖານທີ່​ພັກ​ເຊົາ, ມີ​ຫ້ອງການ​ທີ່​ແໜ້ນໜາ​ຖາວອນ, ອັນ​ເປັນ​ການ​ສ້າງ​ເງື່ອນໄຂ​ຄວາມ​ສະດວກ ໃນ​ການ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ. ໂດຍ: ນ້ອຍ​ຈັນ​ໄພ ແກ້ວ​ວັນ​ເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ