ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ກອງພັນ​ໃຫຍ່ 605 ປິດ​ບັ້ນ​ດຳເນີນ​ຊີວິດ​ການເມືອງ​ພາຍ​ໃນ​ພັກ
ເວລາອອກຂ່າວ: 2026-05-07 09:24:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 78 | ຄວາມນິຍົມ:



ໃນ​ວັນ​ທີ 4 ພຶດສະພາ 2026 ນີ້, ກອງພັນ​ໃຫຍ່ 605 ໄດ້​ປິດ​ກອງ​ປະຊຸມ​ບັ້ນ​ດຳເນີນ​ຊີວິດ​ການເມືອງ​ປັບປຸງ​ປົວແປງ​ພາຍ​ໃນ​ພັກ ປະຈຳ​ປີ 2026, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ໄມ​ສີ ມາ​ວັນ​ດີ ເລຂາ​ຄະນະ​ພັກ, ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 605, ມີ​ຄະນະ​ພັກ​ກອງພັນ​ໃຫຍ່, ຄະນະ​ພັກ​ຮາກ​ຖານ, ຄະນະ​ໜ່ວຍ​ພັກ ແລະ ສະມາຊິກ​ພັກ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສີໃສ ວິໄລ​ພັນ ຄະນະ​ພັກ, ຮອງ​ຫົວໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່ 605 ໄດ້​ຜ່ານ​ບົດ​ລາຍ​ງານ ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ຂອງ​ອົງຄະ​ນະ​ພັກ​ກອງພັນ​ໃຫຍ່ 605 ປະຈຳ​ປີ 2026 ພ້ອມ​ທັງ​ໄດ້​ຍົກ​ໃຫ້​ເຫັນ​ວ່າ: ບັ້ນ​ດຳເນີນ​ຊີວິດ​ການເມືອງ​ພາຍ​ໃນ​ພັກ ຄັ້ງ​ນີ້ ເປັນ​ການ​ເສີມ​ຂະຫຍາຍ​ປະຊາທິປະໄຕ ເພື່ອ​ກວດກາ​ຄືນ​ການ​ເປັນ​ແບບຢ່າງ ຂອງ​ພະນັກງານ-ສະມາຊິກ​ພັກ ໃນ​ການເຄື່ອນໄຫວ​ປະຕິບັດ​ໜ້າທີ່​ວຽກ​ງານ​ວິຊາ​ສະເພາະ, ຄວາມ​ສາມັກຄີ​ພາຍ​ໃນ​ພັກ, ເພື່ອ​ແກ້​ໄຂ​ສະພາບ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ ໃນ​ຖັນ​ແຖວ​ພະນັກງານ-ສະມາຊິກ​ພັກ, ການ​ດຳລົງ​ຊີວິດ, ການ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ ທາງ​ດ້ານ​ການເມືອງ-ແນວ​ຄິດ, ດ້ານ​ການຈັດຕັ້ງ ແລະ ລະບຽບ​ວິໄນ​ຂອງ​ພັກ, ແບບແຜນ​ນຳພາ ແລະ ວິທີ​ເຮັດ​ວຽກ​ຂອງ​ຄະນະ​ພັກ, ສະມາຊິກ​ພັກ ແລະ ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ, ການ​ຍົກ​ສູງ​ບົດບາດ​ເປັນ​ແກນ​ນຳ​ໃນ​ລະບົບ​ການເມືອງ​ແນວ​ຄິດ ພ້ອມ​ທັງ ເປັນ​ການ​ປັບປຸງ​ປົວແປງ​ພາຍ​ໃນ​ພັກ ໃຫ້​ມີ​ຄວາມ​ເຂັ້ມແຂງ, ໜັກ​ແໜ້ນ ເພື່ອ​ຕີ​ລາຄາ​ແບ່ງ​ປະເພດ​ສະມາຊິກ​ພັກ ແລະ ການຈັດຕັ້ງ​ພັກ. ອົງຄະ​ນະ​ພັກ ກອງພັນ​ໃຫຍ່ 605 ປະກອບ​ມີ 8 ຄະນະ​ພັກ​ຮາກ​ຖານ, ມີ 31 ໜ່ວຍ​ພັກ​ຂຶ້ນ​ກັບ​ຮາກ​ຖານ​ພັກ, ມີ​ສະມາຊິກ​ພັກ ທັງ​ໝົດ 625 ສະຫາຍ, ສະມາຊິກ​ພັກ ສຳຮອງ 48 ສະຫາຍ. ຜ່ານ​ການ​ດຳເນີນ​ຊີວິດ​ການເມືອງ​ປັບປຸງ​ປົວແປງ​ພາຍ​ໃນ​ພັກ ສາມາດ​ຕີ​ລາຄາ​ແບ່ງ​ປະເພດ​ສະມາຊິກ​ພັກ ແຂງ 591 ສະຫາຍ, ກາງ 9 ສະຫາຍ ແລະ ບໍ່​ໄດ້​ຈັດ​ປະເພດ 23 ສະຫາຍ, ຕີ​ລາຄາ​ແບ່ງ​ປະເພດ​ໜ່ວຍ​ພັກ ແຂງ 24 ໜ່ວຍ​ພັກ ແລະ ປະເພດ​ກາງ 7 ໜ່ວຍ​ພັກ. ສະຫາຍ ພັນ​ເອກ ໄມ​ສີ ມາ​ວັນ​ດີ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ຕໍ່​ພະນັກງານ-ສະມາຊິກ​ພັກ ທີ່​ໄດ້​ຍົກ​ສູງ​ຄວາມ​ຮັບຜິດຊອບ ໃນ​ການ​ເຂົ້າ​ຮ່ວມ​ບັ້ນ​ດຳເນີນ​ຊີວິດ​ການເມືອງ​ພາຍ​ໃນ​ພັກ ຄັ້ງ​ນີ້, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຄະນະ​ພັກ​ແຕ່​ລະ​ຂັ້ນ, ພະນັກງານ-ສະມາຊິກ​ພັກ​ແຕ່​ລະ​ສະຫາຍ ສືບຕໍ່​ເອົາໃຈໃສ່​ຍົກ​ສູງ​ວຽກ​ງານ​ປັບ​ປຸບ​ກໍ່ສ້າງ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ເອົາໃຈໃສ່​ປະຕິບັດ​ລະບອບ​ດຳເນີນ​ຊີວິດ​ການເມືອງ​ພາຍ​ໃນ​ພັກ ໃຫ້​ເປັນ​ປົກກະຕິ, ຍົກ​ສູງ​ການ​ຕຳ​ນິ​ກໍ່ສ້າງ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ຢ່າງ​ເລິກເຊິ່ງ​ເຖິງ​ຖອງ, ຕັ້ງໜ້າ​ປະຕິບັດ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ, ເພີ່ມ​ທະວີ​ຄວາມ​ສາມັກຄີ​ພາຍ​ໃນ​ຢ່າງ​ແໜ້ນ​ແຟ້ນ, ພ້ອມ​ກັນ​ປະຕິບັດ​ໜ້າທີ່​ການເມືອງ ທີ່​ການຈັດຕັ້ງ​ມອບ​ໝາຍ ໃຫ້​ມີ​ຜົນສຳເລັດ. ຂ່າວ: ໜູ​ແດງ ລາດ​ສະ​ແກ້ວ ພາບ: ເພັງ ມະນີ​ລະ​ສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ