ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ປະກາດ​ການ​ແຕ່ງຕັ້ງ ຄະນະ​ກຳມະການ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ເມືອງ​ຜາ​ອຸດົມ
ເວລາອອກຂ່າວ: 2026-05-07 09:23:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ພິທີ​ປະກາດ​ການ​ແຕ່ງຕັ້ງ ປະທານ, ຮອງ​ປະທານ, ຜູ້​ປະຈຳການ ແລະ ກຳມະການ ຄະນະ​ກຳມະການ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ເມືອງ​ຜາ​ອຸດົມແຂວງ​ບໍ່​ແກ້ວ ໄດ້​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ເມສາ​ຜ່ານ​ມາ, ໂດຍ​ການ ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ອຳ​ພັນ ໄຊ​ຍາ​ສຸ​ບັດ ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ, ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ, ມີ​ສະຫາຍ ກາງ ມະນີ​ຫວ່າງ ເລຂາ​ພັກ ເມືອງ​ຜາ​ອຸດົມ, ມີ​ຄະນະ​ພັກ​ເມືອງ, ຫ້ອງການ​ອ້ອມ​ຂ້າງ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ພັນ ດາລາ​ສັກ ຮອງ​ຫົວໜ້າ​ຫ້ອງການ ຄະນະ​ກຳມະການ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ບໍ​ແກ້ວ ໄດ້​ຜ່ານ​ມະຕິ​ຕົກລົງ ຂອງ​ຄະນະ​ກຳມະການ ​ປກຊ-​ປກສ ແຂວງ​ບໍ່​ແກ້ວ​ວ່າ​ດ້ວຍ​ການ​ແຕ່ງ ຕັ້ງ ປະທານ, ຮອງ​ປະທານ, ຜູ້​ປະຈຳການ ແລະ ກຳມະການ ຄະ ນະ​ກຳມະການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະຫງົບ ເມືອງ​ຜາ​ອຸດົມ ໃນ​ນີ້, ແຕ່ງຕັ້ງ ສະຫາຍ ກາງ ມະນີ​ຫວ່າງ ເປັນ​ປະທານ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ສະຫາຍ ບຸນ​ສີ ທອງ​ສະໄຫວ ເປັນ​ຮອງ​ປະທານ, ສະຫາຍ ພັນ​ໂທ ພອນ​ສະຫວັນ ຈິດ​ອຳໄພ ເປັນ​ຮອງ​ປະທານ ທັງ​ເປັນ​ຜູ້​ປະຈຳ ການ, ສະຫາຍ ພັນ​ໂທ ສີ ຂັດ​ຕິ​ຍາ ແລະ ສະຫາຍ ນາງ ຄຳ​ຈັນ ແສງ​ອາ​ລຸນ ເປັນ​ກຳມະການ. ໂອກາດ​ນີ້, ສະຫາຍ ກາງ ມະນີ​ຫວ່າງ ໄດ້​ລາຍ​ງານ​ສະພາບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ໃນ​ໄລຍະ​ຜ່ານ​ມາ, ໂດຍ​ໄດ້​ຮັບ​ການ​ຊີ້​ນຳ​ໂດຍ​ກົງ​ຈາກ​ສູນ​ກາງ, ແຂວງ ເຮັດ​ໃຫ້​ການເຄື່ອນໄຫວ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ພາຍ​ໃນ​ເມືອງໄດ້​ຮັບໝາກຜົນ​ ສູງ, ຄະນະ​ກຳມະການ ໄດ້​ເຄື່ອນ​ໄຫວ​ວຽກ​ງານ​ຕາມ​ພາ​ລະ​​ບົົດ​ບາດ, ສິດ, ໜ້າທີ່ ທີ່​ໄດ້​ກຳນົດ, ສຸມ​ສະຕິ​ປັນຍາ ແລະ ເຫື່ອແຮງ ເຂົ້າ​ໃນ​ການ​ປະຕິບັດ​ສອງ​ໜ້າທີ່​ຍຸດ​ທະ​ສາດ, ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ແຂວງ​ບໍ່​ແກ້ວ, ຜ່ານ​ການເຄື່ອນໄຫວ​ເຮັດ​ໜ້າທີ່​ຢ່າງ​ຕັ້ງໜ້າ ສາມາດ​ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ ທີ່​ເກີດ​ຂຶ້ນ​ໃນ​ທົ່ວ​ເມືອງ ໄດ້​ຫຼຸດ​ໜ້ອຍ​ຖອຍ​ລົງ ແລະ ເຮັດ​ໃຫ້​ສະພາບ​ລວມ ມີ​ຄວາມ​ສະຫງົບ​ປອດ​ໄພ. ໂດຍ: ພາກ ສຸທິ​ປັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ