ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ສະ​ຖາ​ບັນ​ອະນາໄມ​ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ກອງທັບ ສະຫຼຸບ​ວຽກ​ງານ​ກໍ່ສ້າງ​ກອງ 3 ປອດ
ເວລາອອກຂ່າວ: 2026-05-07 09:19:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 82 | ຄວາມນິຍົມ:



ກອງ​ປະ​ຊຸບ​ສະຫຼຸບ​ວຽກ​ງານການ​ກໍ່ສ້າງ​ກອງ​ປອດ​ໃສ, ປອດ​ໄພ, ປອດ​ຄະດີ (ກອງ 3 ປອດ) ປະຈຳ​ສົກ 2025-2026 ໄດ້​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ເມສາ​ຜ່ານ​ມາ​ນີ້, ໂດຍ​ການ​ເປັນ​ປະທານ ຂອງ​ສະຫາຍ ພັນ​ເອກ ສີ​ສຸກ ສີ​ຈັນທອນ ເລຂາ​ຄະນະ​ພັກ​ຮາກ​ຖານ, ຫົວໜ້າ​ການເມືອງ ສະ​ຖາ​ບັນ​ອະນາໄມ​ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ກອງທັບ, ມີ​ບັນດາ​ສະຫາຍ​ໃນ​ຄະນະ​ພັກ-ຄະນະ​ບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ອ່ອນ​ຈັນ ພູນ​ສະ​ຫວັດ ຮອງ​ຫົວໜ້າ​ພະແນກການ​ເມືອງ ສະ​ຖາ​ບັນ​ອະນາໄມ​ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ກອງທັບ ໄດ້​ສະຫຼຸບ​ຕີ​ລາຄາ​ຄືນ ຂະ​ບວນ​ການ​ກໍ່ສ້າງ​ກົມ​ກອງ 3 ປອດ ( ປອດ​ໃສ ປອດ​ໄພ ປອດ​ຄະດີ) ເຫັນ​ວ່າ: ມີ​ທັງ​ຂໍ້​ສະດວກ-ຂໍ້​ຫຍຸ້ງຍາກ ຄຽງ​ຄູ່​ກັນ​ໄປ, ໃນ​ຜ່ານ​ມາ ຄະນະ​ພັກ-ຄະນະ​ບັນຊາ​ທຸກ​ຂັ້ນ ໄດ້​ຍົກ​ສູງ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ​ເປັນຕົ້ນ​ຕໍ ເພື່ອ​ເຮັດ​ໃຫ້​ພະນັກງານ-ນັກຮົບ ມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ມີ​ສະຕິ​ລະວັງ​ຕົວ​ສູງ, ປະຕິບັດ​ກົດ​ລະບຽບ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ ແລະ ມະຕິ​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ ຢ່າງ​ເຂັ້ມ​ງວດ, ພ້ອມ​ກັນ​ເຮັດ​ສຳ​ເຮັດ​ໜ້າທີ່​ການເມືອງ ທີ່​ໄດ້​ຮັບ​ມອບ​ໝາຍ. ຜ່ານ​ການ​ປັບປຸງ​ກໍ່ສ້າງ​ກົມ​ກອງ​ປອດ​ໃສ, ປອດ​ໄພ, ປອດ​ຄະດີ ໃນ​ສົກ 2025-2026 ເຫັນ​ວ່າ ສະພາບ​ທາງ​ດ້ານ​ການເມືອງ ມີ​ຄວາມ​ສະຫງົບ​ປອດ​ໄພ 100%, ດ້ານ​ວຽກ​ງານ​ວິຊາ​ສະເພາະ​ຂອງ​ກົມ​ກອງ ກໍ​ມີ​ຜົນສຳເລັດ​ສູງ, ກົມ​ກອງ​ມີ​ທ່າ​ກ້າວ​ຂຶ້ນ ສາມາດ​ຢັ້ງຢືນ​ໄດ້​ກົມ​ກອງ 3 ປອດ ທັງ 9 ໜ່ວຍ​ພັກ ເທົ່າ​ກັບ 100%. ພ້ອມ​ດຽວ​ກັນ​ນີ້, ຍັງ​ໄດ້​ວາງ​ທິດ​ທາງ​ແຜນການ ຂໍ້​ແຂ່ງຂັນ​ປະຕິບັດ​ຂະ​ບວນ​ການ​ກໍ່ສ້າງ​ກົມ​ກອງ 3 ປອດ ປະຈຳ​ສົກ 2026-2927 ຕື່ມ​ອີກ. ໃນ​ກອງ​ປະຊຸມ ຍັງ​ໄດ້​ຜ່ານ​ຂໍ້​ຕົກລົງ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ມອບ​ຫຼຽນ​ໄຊ​ພິລະ​ອາດ​ຫານ ຊັ້ນ II ໃຫ້​ພະນັກງານ​ທີ່​ເຂົ້າ​ຮ່ວມ​ຊ່ວຍເຫຼືອ​ບັນເທົາ​ທຸກ ຈາກ​ແຜ່ນດິນ​ໄຫວ ຢູ່ ​ສສ ມຽນ​ມາ 1 ສະຫາຍ ແລະ ຜ່ານ​ຂໍ້​ຕົກລົງ ຂອງ​ສະ​ຖາ​ບັນ​ອະນາໄມ​ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ກອງທັບ ວ່າ​ດ້ວຍ​ການ​ແຕ່ງຕັ້ງ ຮັກສາ​ການ​ຫົວໜ້າ​ພະ​ແນກ​ແຜນການ-ສັງ​ລວມ ແລະ ສັບ​ຊ້ອນ​ພະນັກງານ​ຊ່ວຍ​ວຽກ​ບັນດາ​ຂະແໜງການ​ວິຊາ​ສະເພາະ ອີກ​ຈຳນວນ​ໜຶ່ງ. ຂ່າວ: ອ້ອຍ​ພັນ ແພງ​ບຸນ​ມີ ພາບ: ນາງ ສຸ​ພິ​ພັກ ສີສະ​ເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ