ກອງບັນຊາການທະຫານເມືອງເງິນ ຈັດພິທີເຄົາລົບທຸງຊາດ
ເວລາອອກຂ່າວ: 2026-05-07 09:18:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 90 | ຄວາມນິຍົມ: ![]()
ໃນວັນທີ 4 ພຶດສະພາ 2026 ນີ້, ກອງບັນຊາການທະຫານເມືອງເງິນແຂວງໄຊຍະບູລີ ໄດ້ຈັດພິທີເຄົາລົບທຸງຊາດ ປະຈຳເດືອນພຶດສະພາ, ໂດຍການເປັນປະທານຂອງສະຫາຍ ພັນໂທ ບຸນເງິນ ແສງສຸວັນ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງເງິນ, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ການຈັດຕັ້ງພິທີເຄົາລົບທຸງຊາດ ໝາຍເຖິງການມີສະຕິຕື່ນຕົວສູງ ຕໍ່ຊາດ, ການເຄົາລົບອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ເຄົາລົບຕໍ່ການນຳພັກ-ລັດ, ນັກຮົບປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດຕໍ່ສູ້ກູ້ຊາດຢ່າງອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນ ເພື່ອນຳເອົາສັນຕິພາບ ເອກະລາດ ປະຊາທິປະໄຕທີ່ໝັ້ນຄົງ ຄືນສູ່ປວງຊົນລາວທັງຊາດ.
ໃນພິທີ ຍັງໄດ້ແຈ້ງສະພາບການຕ່າງໆ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ ລວມທັງຂອບເຂດກົມກອງຮັບຜິດຊອບ ພ້ອມທັງໄດ້ສະຫຼຸບຕີລາຄາຄືນ ການນຳພາ-ຊີ້ນຳ ຂອງຄະນະພັກ-ຄະນະບັນຊາ ແລະ ການປະຕິບັດພາລະບົດບາດ, ໜ້າທີ່ການເມືອງຂອງກົມກອງ ບົນພື້ນຖານການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ແລະ ແຈ້ງແຜນວຽກໃນຕໍ່ໜ້າ ໃຫ້ແຕ່ລະພະແນກ, ຂະແໜງການ ໄດ້ຮັບຊາບ ເພື່ອພ້ອມກັນນຳໄປຈັດຕັ້ງປະຕິບັດ ໃຫ້ເປັນຂະບວນການຟົດຟື້ນຕໍ່ເນື່ອງ ແລະ ມີຜົນສຳເລັດຢ່າງຈົບງາມ.
ໂດຍ: ສົມນຶກ ພູພົມມະຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















