ປະກາດການສ້າງຕັ້ງກຳລັງກອງຮ້ອຍປ້ອງກັນຕົວ ຂອງລັດວິສາຫະກິດໄຟຟ້າລາວ ສາຂາແຂວງສະຫວັນນະເຂດ
ເວລາອອກຂ່າວ: 2026-05-07 09:16:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 86 | ຄວາມນິຍົມ: ![]()
ທ້າຍເດືອນເມສາ 2026 ຜ່ານມານີ້, ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການສ້າງ ຕັ້ງກຳລັງກອງຮ້ອຍປ້ອງກັນຕົວ ຂອງລັດວິສາຫະກິດໄຟຟ້າລາວ ສາຂາແຂວງສະຫວັນນະເຂດ ຂຶ້ນຢ່າງເປັນທາງການ. ໂດຍການເປັນປະທານຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານປກຊ-ປກສ ແຂວງ, ປະທານສາພາປະຊາຊົນແຂວງສະຫວັນນະເຂດ, ເປັນກຽດເຂົ້າຮ່ວມມີ ສະຫາຍ ພັນໂທ ຄຳທູນ ອິນທິລາດ ຮອງຫົວໜ້າກົມການທະ ຫານທ້ອງຖິ່ນ ກົມໃຫຍ່ເສນາທິ ການກອງທັບ, ສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ຫົວໜ້າການທະຫານ ກອງບັນຊາການ ທະຫານແຂວງສະຫວັນນະເຂດ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ຄະ ນະອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ, ຄະນະລັດວິສາຫະກິດຂັ້ນແຂວງ, ເມືອງ ແລະ ນະຄອນຂຶ້ນກັບ ພ້ອມພະ ນັກງານ, ພະແນກການທີ່ກ່ຽວ ຂ້ອງກອງບັນຊາການທະຫານແຂວງຕະຫຼອດຮອດແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ພັນໂທ ແສງຕາວັນ ໃຈວົງສາ ຮອງຫົວໜ້າຫ້ອງເສ ນາທິການທະຫານແຂວງ ໄດ້ຜ່ານຂໍ້ຕົກລົງຂອງຄະນະປະທານປກຊ-ປກສ ແຂວງ ວ່າດ້ວຍການສ້າງຕັ້ງກອງຮ້ອຍ, ໝວດ ແລະ ໝູ່ ປ້ອງກັນຕົວຂອງລັດ ວິຊາຫະກິດໄຟຟ້າລາວ ສາຂາແຂວງສະຫວັນນະເຂດ. ຈາກ ນັ້ນ, ສະຫາຍ ພັນໂທ ຄຳທູນ ອິນທິລາດ ໄດ້ມີຄຳເຫັນ ພ້ອມທັງອະທິບາຍທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງກຳລັງປ້ອງກັນຕົວ ເພື່ອໃຫ້ຜູ້ເຂົ້າຮ່ວມ ແລະ ພະນັກງານລັດວິສາຫະກິດທີ່ຖືກແຕ່ງຕັ້ງເປັນຄະນະກອງຮ້ອຍ ແລະ ຄະນະໝວດ, ໝູ່ໃນກອງ ຮ້ອຍປ້ອງກັນຕົວໄດ້ຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ.
ໃນຕອນທ້າຍ, ສະຫາຍ ປະທານ ກໍໄດ້ຍົກໃຫ້ເຫັນພາລະບົດບາດ, ສິດ, ໜ້າທີ່ຂອງກຳລັງກອງຮ້ອຍປ້ອງກັນຕົວຂອງລັດວິສາຫະກິດໄຟຟ້າລາວສາຂາແຂວງສະຫວັນນະເຂດຄັ້ງນີ້. ເຊິ່ງເປັນກຳລັງທີ່ບໍ່ສັງກັດຢູ່ໃນໂຄງຮ່າງການຈັດຕັ້ງຂຶ້ນກັບຊີ້ນຳຂອງກອງທັບ ແລະ ກອງບັນຊາການທະຫານແຂວງສະຫວັນນະ ເຂດ. ແຕ່ເປັນກອງຮ້ອຍທີ່ນອນ ໃນການປະກອບອາວຸດໃຫ້ແກ່ກຳລັງປະຈຳການຂອງລັດວິສາຫະກິດໄຟຟ້າລາວ, ມີຄວາມຕ້ອງ ການທີ່ຈຳເປັນ, ທັງເປັນກອງ ຮ້ອຍປ້ອງກັນທີ່ຕັ້ງຂອງສຳນັກ ງານລັດ ເພື່ອເພີ່ມເຂົ້າໃນວຽກງານການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະ ບຽບຮຽບຮ້ອຍໃຫ້ມີຄວາມເຂັ້ມ ແຂງ ໜັກແໜ້ນຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ຄຳໃສ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















