ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ກອງ​ບັນຊາ​ການ​ທະຫານນະຄອນຫຼວງ​ວຽງ​ຈັນ ປະກາດ​ເລື່ອນ​ຊັ້ນ​ໃຫ້​ນາຍ​ທະຫານ
ເວລາອອກຂ່າວ: 2026-05-07 09:15:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 86 | ຄວາມນິຍົມ:



ພິທີ​ປະກາດ​ການ​ເລື່ອນ​ຊັ້ນ, ເລື່ອນ​ທຽບ​ຊັ້ນ ໃຫ້​ນາຍທະຫານ ຢູ່​ກອງ​ບັນຊາ​ການ​ທະຫານ​ນະຄອນ ຫຼວງ​ວຽງ​ຈັນ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ເມສາ 2026 ນີ້. ໂດຍ​ການເປັນປະທານຂອງ ສະຫາຍ ພັນ​ເອກ ເພັດ​ບັນດິດ ແປງ​ນາທີ ຮອງ​ຫົວໜ້າ​ການ ເມືອງ ກອງ​ບັນຊາ​ການ​ທະຫານ​ນະຄອນ​ຫຼວ​ງຽງ​ຈັນ, ມີ​ຄະນະ ພັກ-ຄະນະ​ບັນຊາ, ພະແນກການ​ທີ່​ກ່ຽວຂ້ອງ​ຈາກ​ອົງການ 5 ຫ້ອງ, ກົມ​ກອງ​ອ້ອມ​ຂ້າງ ຕະ ຫຼອດ​ຮອດ ພະນັກງານ​ຜູ້​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ກິ​ແກ້ວ ວິໄລ​ຈິດ ຫົວໜ້າ​ພະ​ແນກ​ພະນັກ ງານ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ຂໍ້​ຕົກລົງ​ຂອງກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ ແລະ ເລື່ອນ​ທຽບ​ຊັ້ນ​ໃຫ້​ນາຍ​ທະຫານ ຢູ່​ກອງ​ບັນຊາ​ການ​ທະຫານ​ນະຄອນ​ຫຼວງ​ວຽງ​ຈັນ, ອີງ​ຕາມ​ກົດໝາຍ​ນາຍ​ທະຫານ​ກອງທັບ​ປະ​ຊົນ​ລາວ ວ່າ​ດ້ວຍ​ວ່າການ​ເລື່ອນຊັ້ນ ໃຫ້​ນາຍ​ທະຫານ, ກະຊວງປ້ອງ​ ກັນ​ປະເທດ ແລະ ກົມ​ໃຫຍ່​ການ ເມືອງ​ກອງທັບ​ຕົກລົງ​ເລື່ອນ​ຊັ້ນ, ເລື່ອນ​ທຽບ​ຊັ້ນ​ໃຫ້​ນາຍ​ທະຫານ ຢູ່​ກອງ​ບັນຊາ​ການ​ທະຫານ​ນະ ຄອນຫຼວງ​ວຽງ​ຈັນ ຈຳນວນທັງ ​ໝົດ 217 ສະຫາຍ. ເຊິ່ງໃນນັ້ນ, ເລື່ອນ​ຊັ້ນ, ເລື່ອນທຽບ​ຊັ້ນຮ້ອຍ​ເອກຂຶ້ນ​ຊັ້ນພັນ​ຕີ ຈຳນວນ 29 ສະ ຫາຍ, ຍິງ 3 ສະຫາຍ, ຊັ້ນ ຮ້ອຍ​ໂທຂຶ້ນ​ຊັ້ນ ຮ້ອຍ​ເອກ 61 ສະຫາຍ ຍິງ 8 ສະຫາຍ, ຊັ້ນ​ຮ້ອຍ​ຕີຂຶ້ນ​ຊັ້ນຮ້ອຍ​ໂທ 94 ສະຫາຍ, ຍິງ 2 ສະຫາຍ, ຊັ້ນ​ວາທີຂຶ້ນ​ຊັ້ນຮ້ອຍ​ຕີ 33 ສະຫາຍ, ຍິງ 3 ສະຫາຍ. ໂອກາດ​ນີ້, ສະຫາຍ ພັນ​ເອກ ເພັດ​ບັນດິດ ແປງ​ນາທີ ກໍ​ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ​ອັນ​ພົ້ນ​ເດັ່ນ​ທີ່​ຍາດ​ມາ​ໄດ້​ໃນ​ຄັ້ງ​ນີ້ ພ້ອມ​ທັງ​ໄດ້​ເນັ້ນ​ໜັກ​ຕໍ່​ຜູ້​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ, ເລື່ອນ​ທຽບ​ຊັ້ນ​ໃໝ່ ໃນ​ຄັ້ງ​ນີ້ ຈົ່ງ​ພ້ອມກັນຍົກ​ ສູງ​ຄວາມ​ຮັບຜິດຊອບ​ໜ້າທີ່ການ ເມືອງ​ຂອງ​ຕົນ​ໃນ​ການນຳພາ-ບັນຊາ ໂດຍ​ເຮັດ​ວຽກ​ເປັນ​ໝູ່​ຄະ ນະ, ແບ່ງ​ໃຫ່​ບຸກຄົນ​ຮັບຜິດຊອບ, ສືບຕໍ່​ເອົາໃຈໃສ່​ເຝິກຝົນ​ຫຼໍ່​ຫຼອມ​ພັດທະນາ​ຕົນ​ເອງ​ໃນ​ທຸກ​ດ້ານ​ໃນ​ການ​ຊອກ​ຮູ້​ຮ່ຳຮຽນ, ມີ​ແບບ ແຜນ​ວິທີ​ເຮັດ​ວຽກ​ທີ່ທັນສະໄໝ, ມີ​ຄວາມ​ເສຍສະຫຼະ​ສູງ​ຕໍ່ໜ້າ​ທີ່​ ວຽກ​ງານ ພ້ອມ​ທັງ​ເປັນແບບຢ່າງ ​ໃຫ້​ແກ່​ນາຍ ແລະ ພົນທະຫານ ເພື່ອ ​ສຸມ​ໃສ່​ເຮັດ​ສຳເລັດ​ທຸກ​ໜ້າທີ່​ຕາມ​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ ໃຫ້. ໂດຍ: ແສງ​ດາລາ ໄຊ​ຍະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ