ບໍລິສັດ ໄຟຟ້າຫົງສາຫີນເຫຼັກໄນ ອວຍພອນການນຳທະຫານແຂວງໄຊຍະບູລີ
ເວລາອອກຂ່າວ: 2026-05-07 09:14:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 87 | ຄວາມນິຍົມ: ![]()
ທ້າຍເດືອນເມສາ 2026 ຜ່ານມາ, ບໍລິສັດໄຟຟ້າຫົງສາ ແຂວງໄຊຍະບູລີ ໄດ້ເຂົ້າອວຍ ພອນການນຳກອງບັນຊາການທະຫານແຂວງໄຊຍະບູລີ. ເຊິ່ງນຳໂດຍ ສະຫາຍ ຍຸດທະນາ ຈຸນພັນທອງ ຜູ້ອຳນວຍການສາຍງານກິດຈະການອົງການ ບໍລິສັດ ໄຟຟ້າຫົງສາ ແຂວງໄຊຍະບູລີ ພ້ອມດ້ວຍຄະນະໄດ້ນຳເອົາຂອງ ຂວັນ ແລະ ຄຳອວຍພອນໄຊອັນ ປະເສີດມາໃຫ້ ຄະນະພັກ-ຄະ ນະ ບັນຊາກອງບັນຊາການທະຫານ ແຂວງໄຊຍະບູລີ ເນື່ອງໃນໂອ ກາດ ສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ ພສ 2569 ຢ່າງອົບອຸ່ນ.
ໃນການເຂົ້າອວຍພອນຄັ້ງນີ້, ເພື່ອເປັນການອວຍພອນການ ນຳພັກ-ລັດໃຫ້ມີສຸຂະພາບເຂັ້ມ ແຂງ, ມີອາຍຸໝັ້ນຂວັນຍືນ ແລະ ເປັນການສືບທອດຮີດເກົ່າຄອງເດີມ, ເປັນວັດທະນະທຳອັນດີ ງາມຂອງຊາດລາວ ແລະ ສະ ແດງຄວາມຮູ້ບຸນຄຸນຕໍ່ຜູ້ທີ່ນຳ ພາ-ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງໄຊຍະບູລີ ທັງເປັນການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກຂອງຊາດ ຮັກສາພັດທະນາໃຫ້ຢູ່ຄູ່ກັບຄົນລາວ, ຊາດລາວຕະຫຼອດໄປ ເວົ້າລວມ, ເວົ້າສະເພາະ ກໍຄືແຂວງໄຊຍະບູລີໃຫ້ມີການພັດທະນາຈະເລີນຮຸ່ງເຮື່ອງຂຶ້ນໄປເລື້ອງໆ.
ໂດຍ: ນາງ ບົວລິວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















