ຄະນະສະມາຄົມທີປຶກສາທູດ ປ້ອງກັນຊາດຕ່າງປະເທດ ປະຈຳ ລາວ ເຄື່ອນໄຫວທັດສະນະ ແລະ ຢ້ຽມຢາມ ກອງພົນທີ 5 ແລະ ກອງບັນຊາການທະຫານແຂວງຈຳປາສັກ
ເວລາອອກຂ່າວ: 2026-05-06 10:14:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1696 | ຄວາມນິຍົມ: ![]()
ໃນວັນທີ 5 ພຶດສະພາ 2026 ນີ້, ທ່ານ ພັນເອກ ສຸຣິຍັນ ຈິວຈະເຮີນ ຫົວໜ້າສະມາຄົມທີ່ປືກສາທູດປ້ອງກັນຊາດຕ່າງປະເທດ ປະຈຳ ສປປ ລາວ ແລະ ທ່ານ ພັນເອກ ມີໄຊ ເພັງສະຫວັດ ຮອງຫົວໜ້າກົມພົວພັນຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວທັດສະນະ ແລະ ຢ້ຽມຢາມ ກອງພົນທີ 5 ແລະ ກອງບັນຊາການທະຫານແຂວງຈຳປາສັກ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ - ຕ້ອນຮັບປີໃໝ່ ລາວ ພສ 2569, ໃນນັ້ນ, ກອງພົນທີ 5 ໃຫ້ການຕ້ອນຮັບໂດຍ ທ່ານ ພົນຈັດຕະວາ ຄໍາກົດ ອິນສິນາ ຫົວໜ້າການເມືອງກອງພົນທີ 5, ທ່ານ ພັນເອກ ບຸນສົມ ອິນທະລາ ຫົວໜ້າການທະຫານກອງພົນທີ 5 ພ້ອມດ້ວຍຄະນະ ແລະ ກອງບັນຊາການທະຫານແຂວງຈຳປາສັກ ໃຫ້ການຕ້ອນຮັບໂດຍ ທ່ານ ພົນຈັດຕະວາ ວິລະຕູ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈຳປາສັກ, ທ່ານ ພັນເອກ ສິດປະເສີດ ນວນມະນີວົງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ຈຳປາສັກ ພ້ອມດ້ວຍຄະນະ.
ໂອກາດນີ້, ຄະນະພັກ – ຄະນະບັນຊາ ກອງພົນທີ 5 ແລະ ກອງບັນຊາການ ທະຫານແຂວງຈຳປາສັກ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະດັ່ງກ່າວຢ່າງອົບອຸ່ນ ແລະ ໄດ້ລາຍງານໂດຍ ຫຍໍ້ກ່ຽວກັບສະພາບຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ, ໂຄງປະກອບການຈັດຕັ້ງ ແລະ ຜົນ ງານທີ່ກົມກອງສ້າງມາໄດ້ໃນໄລຍະຜ່ານມາ.
ພ້ອມດຽວກັນນັ້ນ, ທ່ານ ພັນເອກ ສຸຣິຍັນ ຈິວຈະເຮີນ ຫົວໜ້າຄະນະສະມາຄົມ ທີ່ປຶກສາທູດປ້ອງກັນຊາດຕ່າງປະເທດ ປະຈຳ ລາວ ໄດ້ຕາງໜ້າຄະນະ ກ່າວສະແດງຄວາມຂອບອົກຂອບໃຈ ນຳຄະນະພັກ - ຄະນະບັນຊາ ກອງພົນທີ 5 ແລະ ກອງບັນຊາການທະຫານ ແຂວງຈຳປາສັກ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຢືນຢັນວ່າຈະສຶບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືດ້ານຕ່າງໆ ລະຫວ່າງ ກະຊວງປ້ອງກັນປະເທດລາວ ກໍຄືກອງພົນທີ 5 ແລະ ກອງບັນຊາການທະຫານ ແຂວງຈຳປາສັກ ກັບ ກະຊວງປ້ອງກັນປະເທດ ຂອງບັນດາປະເທດຕ່າງໆ ໃຫ້ນັບມື້ກວ້າງຂວາງ. ພ້ອມກັນນັ້ນ, ຄະນະສະມາຄົມທີ່ປຶກສາທູດຕ່າງປະເທດ ກໍໄດ້ພ້ອມກັນແລກປ່ຽນຄຳຄິດຄຳເຫັນຢ່າງສ້າງສັນ ພ້ອມທັງ ແລກປ່ຽນຂອງທີ່ລະລຶກເຊິ່ງກັນ ແລະ ກັນອີກດ້ວຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















