Atlas Air ສັ່ງຊື້ຍົນ Airbus A350F ຈຳນວນ 20 ລຳ ກາຍເປັນລູກຄ້າລາຍໃຫຍ່ຂອງໂລກ
ເວລາອອກຂ່າວ: 2026-05-06 09:21:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 200 | ຄວາມນິຍົມ: ![]()
ບໍລິສັດ Atlas Air Worl dwide ຜູ້ໃຫ້ບໍລິການຂົນສົ່ງທາງອາກາດລາຍໃຫຍ່ຈາກ ສະຫະລັດ ອາເມຣິກາ ໄດ້ປະກາດສັ່ງຊື້ຍົນຂົນສົ່ງ Airbus A350F ໃໝ່ຈຳນວນ 20 ລຳ, ນີ້ແມ່ນການສັ່ງຊື້ທີ່ໃຫຍ່ທີ່ສຸດສຳລັບລຸ້ນນີ້ ແລະ ເຮັດໃຫ້ Atlas ເປັນລູກຄ້າ A350F ທີ່ໃຫຍ່ທີ່ສຸດໃນປັດຈຸບັນ A350F ຍົນຂົນສົ່ງລຸ້ນຕໍ່ໄປ ຈະຖືກນຳໃຊ້ເພື່ອສະໜັບສະໜູນການຂະຫຍາຍທຸລະກິດຂົນສົ່ງທາງອາກາດຂອງບໍລິສັດ ໂດຍ Atlas, ດ້ວຍຈຸດແຂງຂອງຕົນໃນຖານະຜູ້ໃຫ້ບໍລິການຂົນສົ່ງທາງອາກາດທີ່ສົມບູນແບບ, ສາມາດນຳໃຊ້ຍົນລຸ້ນໃໝ່ນີ້ສຳລັບລູກຄ້າຫຼາກຫຼາຍທົ່ວໂລກ. ທ່ານ ໄມໂຄ ສະຕິນ ຜູ້ບໍລິຫານຂອງ Atlas Air, ກ່າວວ່າການສັ່ງຊື້ນີ້ສະແດງໃຫ້ເຫັນເຖິງຄວາມເປົ້າໝາຍຂອງບໍລິສັດໃນການພັດທະນາກອງຍົນທີ່ທັນສະໄໝ ແລະ ປະຫຍັດພະລັງງານທີ່ສຸດ, ໂດຍເນັ້ນໃຫ້ເຫັນເຖິງຂໍ້ໄດ້ປຽບຂອງ A350F ໃນດ້ານໄລຍະທາງ, ຄວາມສາມາດໃນການຂົນສົ່ງ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມ.
Airbus ກ່າວວ່າການຕັດສິນໃຈຂອງ Atlas ເປັນບາດກ້າວທີ່ສຳຄັນສຳລັບລຸ້ນຍົນນີ້ ໂດຍສະເພາະໃນຕະຫຼາດ ສະຫະລັດ, ໂດຍເນັ້ນໜັກວ່າ A350F ເປັນຍົນຂົນສົ່ງ "ລຸ້ນຕໍ່ໄປຢ່າງແທ້ຈິງ" ທີ່ຕອບສະໜອງຄວາມຕ້ອງການຂອງຜູ້ປະກອບການຂົນສົ່ງທົ່ວໂລກ. ຍົນ Airbus A350F ມີປະຕູສິນຄ້າຫຼັກທີ່ໃຫຍ່ທີ່ສຸດໃນອຸດສາຫະກຳ ແລະ ຖືກອອກແບບມາເພື່ອຮອງຮັບພາເລັດມາດຕະຖານ ແລະ ຕູ້ຄອນເທນເນີຢ່າງມີປະສິດທິພາບ, ຫຼາຍກວ່າ 70% ຂອງໂຄງສ້າງຂອງມັນໃຊ້ວັດສະດຸນ້ຳໜັກເບົາທີ່ທັນສະໄໝ, ຊ່ວຍຫຼຸດນ້ຳໜັກຂອງຍົນໄດ້ເຖິງ 46 ໂຕນ, ມັນຍັງເປັນຍົນຂົນສົ່ງສິນຄ້າດຽວທີ່ຕອບສະໜອງມາດຕະຖານການປ່ອຍອາຍພິດ CO2 ຂອງ ICAO ໃໝ່, ເຊິ່ງຈະມີຜົນບັງຄັບໃຊ້ໃນປີ 2027.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















