ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ເປີດ​ໂຄງການ​ຮ່ວມ​ມື​ຄຸ້ມ​ຄອງ​ໄພພິບັດ​ຈີນ-ອາ​ຊຽນ
ເວລາອອກຂ່າວ: 2026-05-06 09:19:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 181 | ຄວາມນິຍົມ:



ພິທີ​ເປີດ​ໂຄງການ​ຮ່ວມ​ມື​ຄຸ້ມ​ຄອງ​ໄພພິບັດ ​ຈີນ-ອາ​ຊຽນ​ ໄດ້​ຈັດ​ຂຶ້ນ​ຢູ່​ສຳນັກງານ​ກອງ​ເລຂາ​ອາ​ຊຽນ ທີ່​ນະຄອນຫຼວງ​ຈາ​ກາ​ຕາ ປະເທດ​ອິນ​ໂດ​ເນ​ເຊຍ​ ໃນ​ວັນ​ທີ 30 ເມສາ​ຜ່ານ​ມາ. ທ່ານ ຫວາງ​ສິງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະຈຳ​ອາ​ຊຽນ, ທ່ານ ກາວ​ກິມ​ຮູນ ເລຂາທິການ​ໃຫຍ່​ອາ​ຊຽນ ພ້ອມ​ດ້ວຍ​ຜູ້ຕາງໜ້າ​ຖາວອນ​ຂອງ​ປະເທດ​ສະມາຊິກ​ອາຊຽນ ໄດ້​ເຂົ້າ​ຮ່ວມ​ໃນພິທີ​ດັ່ງກ່າວ. ຕາມ​ຂ່າວ​ແຈ້ງວ່າ: ໂຄງການ​ດັ່ງກ່າວ​ມີ​ຈຸດປະສົງ​ເພື່ອແບ່ງປັນ ​ປະສົບ​ການ​ຂອງ​ຈີນ ແລະ ເພີ່ມ​ທະວີ​ການ​ສ້າງ​ຄວາມ​ສາມາດ, ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະສິດ ທິພາບ​ໃນ​ການ​ຮັບ​ມື​ສຸກ​ເສີນ​ຂອງ​ພາກ​ພື້ນ ແລະ ຊ່ວຍ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຈີນ-ອາ​ຊຽນ​ໃຫ້​ແໜ້ນ​ແຟ້ນ​ກວ່າ​ເກົ່າ.    ທ່ານ ກາວ​ກິມ​ຮູນ ກ່າວ​ວ່າ: ໂຄງການ​ດັ່ງກ່າວ​ຈະ​ຍົກ​ລະດັບ​ການ​ແຈ້ງ​ເຕືອນ​ລ່ວງ​ໜ້າ, ການ​ປ້ອງ​ກັນ ແລະ ຮັບ​ມື​ສຸກ​ເສີນ​ຕໍ່​ໄພພິບັດ​ໃນ​ພາກ​ພື້ນ ເພື່ອ​ສ້າງ​ພະລັງ​ຂັບ​ເຄື່ອນ​ໃໝ່​ໃຫ້​ແກ່​ການ​ສ້າງ​ອາ​ຊຽນ​ທີ່​ມີ​ຄວາມ​ໜຽວ​ແໜ້ນ​ຫຼາຍ​ກວ່າ​ເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ