ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ມາ​ເລ​ເຊຍ ເພີ່ມທະວີມາດຕະການ ຫຼຸດ​ຜ່ອນຄ່າ​ໃຊ້​ຈ່າຍທີ່​ບໍ່​ຈຳເປັນ
ເວລາອອກຂ່າວ: 2026-05-06 09:18:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 84 | ຄວາມນິຍົມ:



ສຳນັກ​ຂ່າວ​ຫວຽດ​ນາ​ມາ​ລາຍ​ງານ​ວັນ​ທີ 5 ພຶດສະພາ​ວ່າ: ກະຊວງ​ການ​ເງິນ​ມາ​ເລ​ເຊຍ​ໄດ້​ເປີດເຜີຍ​ວ່າ,ລັດຖະບານ​ມາ​ເລ​ເຊຍ​ກຳລັງ​ເພີ່ມ​ທະວີ​ມາດ​ຕະການ​ຢ່າງ​ຕັ້ງໜ້າ​ເພື່ອ​ຄວບ​ຄຸມ​ການ​ໃຊ້​ຈ່າຍ​ທີ່​ບໍ່​ຈຳເປັນ ແລະ​ເພື່ອ​ຮັກສາ​ສະຖຽນ​ລະ​ພາບ​ທາງ​ເສດຖະກິດ​ທ່າມກາງ​ຄວາມ​ຜັນ​ແປ​ຂອງ​ໂລກ​ທີ່​ເພີ່ມ​ຂຶ້ນ.  ລັດຖະບານ​ມາ​ເລ​ເຊຍ ໄດ້​ອອກ​ຄຳ​ແນະນຳ​ໃຫ້​ກະຊວງ ແລະ ອົງການ​ຕ່າງໆ​ຈັດ​ລຳດັບ​ຄວາມ​ສຳຄັນ​ຂອງ​ການ​ໃຊ້​ຈ່າຍ​ໃນ​ການ​ດຳເນີນ​ງານ​ຄືນໃໝ່​ເພື່ອ​ແກ້​ໄຂ​ບັນຫາ​ທ້າ​ທາຍ​ຈາກ​ລະບົບ​ຕ່ອງ​ໂສ້​ການ​ສະໜອງ​ທົ່ວ​ໂລກ​ທີ່​ຊຸດໂຊມ ແລະ ພາລະ​ການ​ອຸດ​ໜູນ​ທີ່​ເພີ່ມ​ຂຶ້ນ. ມາດ​ຕະການ​ເຫຼົ່າ​ນີ້​ແມ່ນ​ສ່ວນ​ໜຶ່ງ​ຂອງ​ວິທີ​ການ​ຄຸ້ມ​ຄອງ​ງົບປະມານ​ທີ່​ຮອບ​ຄອບ ເພື່ອ​ຮັບປະກັນ​ການ​ນຳ​ໃຊ້​ຊັບ ພະຍາກອນ​ຂອງ​ລັດຖະບານ​ຢ່າງ​ມີ​ປະສິດທິພາບ​ສູງ​ສຸດ ແລະ ຮັບປະກັນ​ການ​ສະໜັບສະໜູນ​ຢ່າງ​ຕໍ່​ເນື່ອງ​ຂອງ​ລັດຖະບານ​ຕໍ່​ປະຊາຊົນ. ໂດຍ​ກະຊວງ​ການ​ເງິນ​ໄດ້​ເນັ້ນ​ໜັກ​ວ່າການ​ປັບ​ລາຍ​ຈ່າຍ​ຈະ​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ການ​ບໍລິການ​ສາທາລະນະ​ທີ່​ຈຳເປັນ ຫຼື ສະຖຽນ​ລະ​ພາບ​ທາງ​ເສດຖະກິດ​ຂອງ​ມາ​ເລ​ເຊຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ