ສສ ຫວຽດນາມ ເປັນຈຸດນັດພົບທີ່ດຶງດູດໃຈທີ່ສຸດ ຢູ່ອາຊີຕາເວັນອອກສ່ຽງໃຕ້ ໃນປີ 2026
ເວລາອອກຂ່າວ: 2026-05-06 09:17:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 84 | ຄວາມນິຍົມ: ![]()
ອີງຕາມບົດຄວາມຈາກໜັງສືພິມ The Strait Times ຂອງສິງກະໂປ ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ກຳລັງກາຍເປັນໜຶ່ງ ໃນບັນດາຈຸດນັດພົບແຖວໜ້າຢູ່
ອາຊີຕາເວັນອອກສ່ຽງໃຕ້ ສຳລັບນັກທ່ອງທ່ຽວສິງກະໂປ, ສະ ແດງອອກໃຫ້ເຫັນຜ່ານຄວາມສົນໃຈຄົ້ນຫາເຂົ້າເບິ່ງຢ່າງແຂງ ແຮງໃນເຄືອຂ່າຍສື່ສັງຄົມອອນລາຍ, ກໍຄືການເຕີບໂຕທີ່ໜ້າປະທັບໃຈດີສົມຄວນຂອງຂະແໜງທ່ອງທ່ຽວໃນຊຸມປີມໍ່ໆມານີ້.
ອີງຕາມຂໍ້ມູນຈາກກົມທ່ອງທ່ຽວແຫ່ງຊາດຫວຽດນາມ (VNAT), ລາຍຮັບຈາກການ ທ່ອງທ່ຽວຂອງຫວຽດນາມ ໄດ້ເພີ່ມຂຶ້ນຢ່າງໄວວາໃນຫຼາຍທົດສະວັດມານີ້, ຈາກ 1,34 ຕື້ດົ່ງ ໃນປີ 1990 ຂຶ້ນເປັນ 355.000 ຕື້ດົ່ງ ໃນປີ 2010 ແລະ ບັນລຸປະມານ 840.000 ຕື້ດົ່ງ (ເທົ່າກັບ 40,6 ຕື້ໂດລາສິງກະໂປ) ໃນປີ 2024. ພາຍຫຼັງພະຍາດໂຄວິດ-19 ຜ່ອນ ຄາຍລົງ, ຫວຽດນາມ ກໍໄດ້ກາຍ ເປັນຕະຫຼາດທ່ອງທ່ຽວທີ່ຟື້ນຕົວໄວທີ່ສຸດໃນອາຊີຕາ ເວັນອອກສ່ຽງໃຕ້, ໂດຍມີຈຳນວນນັກທ່ອງທ່ຽວສາກົນບັນລຸປະມານ 98% ເມື່ອທຽບໃສ່ໃນໄລຍະກ່ອນເກີດພະຍາດໂຄວິດ-19 ໃນປີ 2019.
ນັກຊ່ຽວຊານໃຫ້ຂໍ້ສັງເກດວ່າ, ບັນດາປັດໄຈພື້ນຖານ ເຊັ່ນ: ສະ ພາບແວດລ້ອມທາງການເມືອງທີ່ໝັ້ນຄົງ, ລະບົບການສຶກສາທີ່ມີຄຸນນະພາບ ແລະ ພື້ນຖານໂຄງລ່າງນັບມື້ນັບໄດ້ຮັບການປັບປຸງໄດ້ປະກອບສ່ວນເຂົ້າໃນການສ້າງກຳລັງໜູນເຕີບໂຕໃນໄລຍະຍາວ. ທ່ານ ກາເຣດ ເລຍເຕີ ນັກເສດຖະສາດຂັ້ນສູງກ່ຽວກັບອາຊີ ສັງກັດຢູ່ບໍລິສັດເສດຖະກິດມະຫາພາກທົ່ວໂລກ ຢູ່ເຂດເສດຖະກິດ ຢູ່ລອນດອນ ຂອງ ອັງກິດ ຕີລາຄາວ່າ ບັນດາປັດໄຈເຫຼົ່ານີ້ໄດ້ຊ່ວຍໃຫ້ຫວຽດນາມ ຮັກສາທ່າພັດທະນາທີ່ໝັ້ນຄົງໃນຊຸມປີຜ່ານມາ ແລະ ສືບຕໍ່ປັບປຸງຕຳແໜ່ງຂອງຕົນໃນແຜນທີ່ການທ່ອງທ່ຽວພາກພື້ນ.
ປັດຈຸບັນຫວຽດນາມ ດຶງດູດນັກທ່ອງທ່ຽວສາກົນໄດ້ນັບມື້ເພີ່ມຂຶ້ນ, ຍ້ອນມີການສົມທົບກັນລະຫວ່າງປະ ຫວັດສາດທີ່ຍາວນານ, ພູມສັນຖານທຳມະຊາດທີ່ຫຼາກຫຼາຍຮູບແບບ ແລະ ຄ່າໃຊ້ຈ່າຍທີ່ເໝາະສົມ. ວັດທະນະທຳຕາມທ້ອງຖະໜົນ, ອາຫານການກິນ ແລະ ການບໍລິການເບິ່ງແຍງດູແລສຸຂະພາບ, ເສີມຄວາມງາມທີ່ລາຄາບໍ່ແພງ ກຳລັງນັບມື້ນັບດຶງດູດກຸ່ມນັກທ່ອງທ່ຽວໜຸ່ມຈາກສິງກະໂປ ແລະ ປະເທດຕ່າງໆ ໃນ ພາກພື້ນ. ນາງ ນາເດຍ ລີມ ອາຍຸ
25 ປີ, ຜູ້ຊ່ຽວຊານດ້ານການສຶກສາ ແລະ ເປີດກວ້າງຕະຫຼາດການສື່ສານໃນເຄືອຂ່າຍສື່ສັງຄົມອອນລາຍ ໄດ້ໄປຢ້ຽມຢາມ ນະຄອນໂຮ່ ຈີມິນ ສອງຄັ້ງ ໃນເວລາພຽງແຕ່ 6 ເດືອນ. ນາງໄດ້ແບ່ງປັນວ່າ: “ສຳລັບຊາວສິງກະໂປ ນີ້ເປັນສະຖານທີ່ງ່າຍດາຍເພື່ອໄປທ່ອງທ່ຽວ. ລາຄາກໍພໍດີ ແລະ ຂ້າພະເຈົ້າຮູ້ສຶກວ່ານັກທ່ອງທ່ຽວໝົດທຸກຄົນໃຜກໍມັກຊື້ເຄື່ອງຂອງ ແລະ ກິນດຶ່ມຢູ່ຫວຽດນາມທີ່ສຸດ”.
ໃນດ້ານແງ່ຫວັງການເຕີບໂຕຂອງຂະແໜງທ່ອງທ່ຽວຫວຽດນາມ ໃນຊຸມປີຕໍ່ໜ້າໄດ້ຮັບການຕີລາຄາຢ່າງຕັ້ງໜ້າ. ລັດຖະບານວາງອອກເປົ້າໝາຍຕ້ອນ
ຮັບນັກທ່ອງທ່ຽວສາກົນໃຫ້ໄດ້ປະມານ 50 ລ້ານເທື່ອຄົນໃນປີ 2030. ໃນເວລາດຽວກັນ, ກຸ່ມບໍລິສັດໂຮງແຮມສາກົນຫຼາຍແຫ່ງ ກໍໄດ້ວາງແຜນຕອບຮັບ ແລະ ກຳລັງເປີດກວ້າງການເຄື່ອນໄຫວຢູ່ຫວຽດນາມ. ບັນດາວິສາຫະກິດໃນຂົງເຂດພັກເຊົາ ຖືວ່າຫວຽດນາມ ໄດ້ສົມທົບລະ ຫວ່າງຄວາມຕ້ອງການທ່ອງທ່ຽວທີ່ເພີ່ມຂຶ້ນສູງ, ລະດັບການດຳລົງຊີວິດໃນປະເທດໄດ້ຮັບການປັບປຸງ ແລະ ຄວາມສາມາດເຊື່ອມຕໍ່ນັບມື້ນັບສະດວກ.
ຄຽງຄູ່ກັນນັ້ນ, ໂຄງການຂະໜາດໃຫຍ່ ສືບຕໍ່ໄດ້ຈັດຕັ້ງປະຕິບັດ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດໃນການຮັບໃຊ້ນັກທ່ອງທ່ຽວ. ກຸ່ມບໍລິສັດສາກົນຫຼາຍແຫ່ງກຳລັງຮ່ວມມືກັນພັດທະນາຣີສອດ, ໂຮງແຮມໃນສະຖານທີ່ຈຸດສຸມ ເຊັ່ນ: ຟູກວກ ແລະ ວຸ້ງເຕົ່າ, ເຊິ່ງປະກອບສ່ວນເຂົ້າໃນການເປີດກວ້າງແຫຼ່ງສະໜອງຫ້ອງພັກເຊົາໃນຊຸມປີຕໍ່ໜ້າ. ຢູ່ເຂດທີ່ມີທິວທັດທຳມະຊາດທີ່ສວຍງາມ ເຊັ່ນ: ພາກເໜືອ ແລະ ພາກກາງ, ທ່າອ່ຽງການທ່ອງທ່ຽວເພື່ອບຳລຸງ, ຮັກສາສຸຂະພາບ ກໍກຳລັງພັດ ທະນາເຊັ່ນກັນ, ໂດຍມີການເຂົ້າຮ່ວມຂອງເຄື່ອງໝາຍການຄ້າໂຮງແຮມສາກົນ ເຊັ່ນ: Melia Hotels International ແລະ Hilton Hotels & Resorts.
ຄວາມຕ້ອງການທີ່ກ່າວມານັ້ນ, ໄດ້ຮັບການຊຸກຍູ້ຈາກການປັບປຸງການເຊື່ອມຕໍ່ທາງການບິນທີ່ດີຂຶ້ນ, ດ້ວຍການເປີດເສັ້ນທາງບິນໃໝ່ຫຼາຍເສັ້ນທາງ, ເຊິ່ງເຮັດໃຫ້ນັກທ່ອງທ່ຽວສາກົນສາມາດສຳຜັດຫຼາຍຂຶ້ນ. ອີງຕາມຕົວເລກສະຖິຕິຂອງ VNAT ປີ 2025, ຈຳນວນນັກທ່ອງທ່ຽວຈາກສິງກະໂປ ເພີ່ມຂຶ້ນ 15,5% ເມື່ອທຽບໃສ່ປີກາຍ. ເສັ້ນທາງບິນໃໝ່ທີ່ຫາກໍເປີດໃນຊຸມປີມໍ່ໆ ມານີ້ ໄດ້ປະກອບສ່ວນເພີ່ມຄວາມສາມາດເຂົ້າເຖິງຂອງນັກທ່ອງທ່ຽວ ເປັນຕົ້ນ, ສາຍການບິນລາ
ຄາຖືກ ໄດ້ເລີ່ມບິນໄປຍັງ ຟູກວກ ໃນເດືອນທັນວາ 2024, ຕໍ່ຈາກນັ້ນແມ່ນ ຍາຈາງ, ນະຄອນແຄມຝັ່ງທະເລທີ່ຢູ່ພາກໃຕ້ຂອງຫວຽດນາມ, ໃນເດືອນພະຈິກ 2025.
ຢ່າງໃດກໍຕາມ, ຍັງມີປັດໄຈສ່ຽງຫຼາຍຢ່າງ. ຜູ້ຊ່ຽວຊານໄດ້ຕັກເຕືອນກ່ຽວກັບຄວາມເຄັ່ງຕຶງດ້ານພູມສາດການເມືອງ ແລະ ຄວາມຜັນຜວນຂອງລາຄາພະລັງງານອາດຈະສົ່ງຜົນສະ ທ້ອນຕໍ່ການເຕີບໂຕຂອງເສດຖະ ກິດທົ່ວໂລກ, ຜ່ານນັ້ນແມ່ນສົ່ງຜົນກະທົບໃສ່ຄວາມຕ້ອງການການທ່ອງທ່ຽວ. ໃນສະພາບການທີ່ຄ່າໃຊ້ຈ່າຍເພີ່ມຂຶ້ນ, ນັກທ່ອງທ່ຽວມັກຈະມີຄວາມອ່ອນໄຫວຫຼາຍຕໍ່ລາຄາ, ເຊິ່ງອາດຈະເຮັດໃຫ້ຄ່າໃຊ້ຈ່າຍໃນການທ່ອງ ທ່ຽວຫຼຸດລົງ.
ຢ່າງໃດກໍດີ, ແງ່ຫວັງລວມຂອງຂະແໜງທ່ອງທ່ຽວຫວຽດນາມ ຍັງໄດ້ຕີລາຄາວ່າ ດີພໍສົມຄວນ. ອີງຕາມ VNAT, ການເຕີບໂຕ ດ້ານການທ່ອງທ່ຽວຂອງຫວຽດ
ນາມ ສູງສຸດແມ່ນໃນໄຕມາດທຳອິດຂອງປີ 2026 ມີນັກທ່ອງທ່ຽວສາກົນໄປທ່ຽວ 6,76 ລ້ານເທື່ອຄົນ, ເພີ່ມຂຶ້ນ 12,4% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ຕະຫຼາດຈຸດສຸມ ເຊັ່ນ ຈີນ, ສ ເກົາຫຼີ ແລະໄຕ້ຫວັນ (ຈີນ) ຍັງຄົງເປັນປະເທດ ແລະ ເຂດແຄວ້ນຂອງນັກທ່ອງທ່ຽວຈຳນວນຫຼາຍເຂົ້າໄປຂັບເຄື່ອນຫຼັກຊຸກຍູ້ຄວາມຕ້ອງການທ່ອງທ່ຽວຂອງຫວຽດນາມ ນັບມື້ນັບຫຼາຍຂຶ້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















