ນ້ຳໃຈ ຈາກສະຖາບັນການເງິນຈຸລະພາກ ສິນສັບເມືອງເໜືອ ສາຂາ ແຂວງໄຊຍະບູລີ
ເວລາອອກຂ່າວ: 2026-05-06 09:04:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 94 | ຄວາມນິຍົມ: ![]()
ໃນບໍ່ດົນຜ່ານມານີ້, ສະຖາບັນການເງິນຈຸລະພາກ ສິນສັບເມືອງເໜືອ ສາຂາ ແຂວງໄຊຍະບູລີ ໄດ້ມອບຄອມພິວເຕີໂນດບຸກ ມູນຄ່າ 5.425.000 ກີບ ໃຫ້ພະແນກປະກັນສັງຄົມ ກອງບັນຊາການທະຫານແຂວງໄຊຍະບູລີ, ກ່າວມອບໂດຍ ທ່ານ ນາງ ພິດສະໄໝ ໄຊສົງຄາມ ຮອງຫົວໜ້າໜ່ວຍງານສະຖາບັນການເງິນຈຸລະພາກ ສິນສັບເມືອງເໜືອ ສາຂາ ແຂວງໄຊຍະບູລີ ແລະ ກ່າວຮັບໂດຍສະຫາຍ ພັນໂທ ພູວົງ ບຸນມີໄຊ ຫົວໜ້າພະແນກປະກັນສັງຄົມ ກອງບັນຊາການທະຫານແຂວງໄຊຍະບູລີ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພັນໂທ ພູວົງ ບຸນມີໄຊ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງ ສະຖາບັນການເງິນຈຸລະພາກ ສິນສັບ ເມືອງເໜືອ ສາຂາ ແຂວງໄຊຍະບູລີ ທີ່ໄດ້ປະ ກອບສ່ວນຊຸກຍູ້ເຂົ້າໃນວຽກງານຫ້ອງການ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງກອງບັນຊາການທະຫານແຂວງໄຊຍະບູລີ ເວົ້າລວມ, ເວົ້າສະເພາະແມ່ນເຂົ້າໃນວຽກງານປະກັນສັງຄົມ ໃຫ້ມີຄວາມສະດວກສະບາຍ ທັນກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານກົມກອງ. ພ້ອມກັນນີ້, ຍັງໄດ້ອວຍພອນໃຫ້ສະຫາຍ ນາງ ພິດສະໄໝ ໄຊສົງຄາມ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນດຳເນີນທຸລະກິດ ໃຫ້ເຕີບໃຫຍ່ຂະຫຍາຍ ຕົວຂຶ້ນໄປເລື້ອຍໆ.
ໂດຍ ນາງ ບົວລິວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















