ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 21 ພຶດສະພາ 2026

  

ແມ່ຍິງ​ ໂຮງຮຽນ​ກໍ່ສ້າງ​ນາບ​ສິບ​ ເລກ 2 ວຽງ​ໄຊ ເຜີຍແຜ່​ຜົນສຳເລັດ ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ແມ່ຍິງ​ລາວ ທົ່ວ​ປະເທດ ຄັ້ງ​ທີ IX
ເວລາອອກຂ່າວ: 2026-05-06 09:00:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 96 | ຄວາມນິຍົມ:



ວັນ​ທີ 25 ມີນາ 2026 ນີ້, ສະຫະພັນແມ່​ຍິງ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ 2 ວຽງ​ໄຊ​ ໄດ້​ຈັດ​ຕັ້ງ​ເຜີຍແຜ່​ຜົນສໍາເລັດກອງປະຊຸມ​ໃຫຍ່ຜູ້​ແທນ​ແມ່ຍິງ​ລາວ​ທົ່ວ​ປະເທດ ຄັ້ງ​ທີ IX, ໂດຍ​ການເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ບຸນ​ມີ ໄຕ​ໄຊ​ຍະ​ວົງ ຮອງ​ຫົວໜ້າ​ການເມືອງ​ໂຮງຮຽນ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ຫ້ອງ ການ, ກອງພັນ ແລະ ຄະນະ​ນຳ​ສະຫະພັນແມ່​ຍິງ ໃນ​ທົ່ວ​ໂຮງຮຽນ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນາງ ແພງ​ສີ ແກ້ວ​ວັນ​ດີ ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ​ໂຮງຮຽນ ພ້ອມ​ຄະນະ ໄດ້​ຜັດປ່ຽນ​ກັນຜ່ານ​ເອກະສານ​ໃນ​ນີ້​ມີ: ມະຕິ​ກອງ​ປະ ຊຸມ​ໃຫຍ່​ຜູ້​ແທນ​ແມ່ຍິງ​ລາວ​ທົ່ວ​ປະເທດ ຄັ້ງ​ທີ IX, ວິໄສ​ທັດ ພັດທະນາ​ແມ່ຍິງ​ກອງທັບ ຮອດ​ປີ 2035, ທິດ​ທາງ​ລວມ, ເປົ້າ​ໝາຍ, ຄາດໝາຍ ແລະ ແຜນ​ວຽກ​ຈຸດ​ສຸມ ຂອງ​ແຜນ​ພັດທະນາ​ແມ່ຍິງ​ກອງທັບ 5 ປີ (2026-2030). ກອງ​ປະຊຸມ​ດັ່ງກ່າວ ໄດ້​ດຳເນີນ​ໃນ​ລະຫວ່າງ ວັນ​ທີ 9-10 ກັນຍາ 2025 ທີ່​ຜ່ານ​ມາ, ມີ​ຜູ້​ແທນ​ສົມບູນ​ເຂົ້າ​ຮ່ວມ​ທັງ​ໝົດ 373 ສະຫາຍ, ແຂກ​ຖືກ​ເຊີນ 150 ສະຫາຍ, ກອງ​ປະຊຸມ​ໃຫຍ່ໄດ້​ເປັນ​ເອກະສັນ​ຮັບຮອງ​ເອົາ​ຫຼາຍ​ເນື້ອ​ໃນ​ສຳຄັນ ເພື່ອ​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ໃນ​ຕໍ່​ເປັນຕົ້ນ​ແມ່ນ ໄດ້​ຮັບຮອງ​ເອົາ​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ ເຊິ່ງ​ໄດ້​ວາງ​ຄາດໝາຍ​ສູ້​ຊົນ (2026-2030), ຮັບຮອງ​ເອົາ​ວິໄສ​ທັດ​ຮອດ​ປີ 2035, ແຜນ​ພັດທະນາ​ແມ່ຍິງ​ລາວ 5 ປີ (2026-2030), ຮັບຮອງ​ເອົາ​ກົດ​ລະບຽບ​ຂອງ​ສະຫະພັນ​ແມ່ຍິງ​ລາວ ສະໄໝ​ທີ IX, ຮັບຮອງ​ເອົາ​ຄຳ​ຂວັນ ແລະ ຂໍ້​ແຂ່ງຂັນ​ຂອງ​ສະຫະພັນ​ແມ່ຍິງ​ລາວ ສະໄໝ​ທີ IX ແລະ ຮັບຮອງ​ເອົາ​ຜົນ​ການ​ປ່ອນ​ບັດ​ຄັດ​ເລືອກ ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ສະໄໝ​ທີ IX ຈຳນວນ 61 ສະຫາຍ. ພ້ອມ​ນີ້ ສະຫາຍ ພັນ​ເອກ ບຸນ​ມີ ໄຕ​ໄຊ​ຍະ​ວົງ ​ໄດ້​ຜ່ານບົດ​ຄຳ​ເຫັນ​ໂອ້​ລົມ ຂອງ ສະຫາຍ ​ປອ ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ, ຮອງ​ປະທານ​ປະເທດ ​ສປປ ລາວ ກ່າວ​ຕໍ່​ກອງ​ປະຊຸມ​ຜູ້​ແທນ​ແມ່ຍິງ​ລາວ ທົ່ວ​ປະເທດ ຄັ້ງ​ທີ lX ແລະ ສະຫາຍ ໄດ້​ໂອ້​ລົມ ແລະ ຕີ​ລາຄາ​ສູງ ທັງ​ເນັ້ນ​ໃຫ້​ຄະນະ​ສະຫະພັນ​ແມ່ຍິງ​ຢູ່​ໃນ​ໂຮງຮຽນ ຕະຫຼອດ​ຮອດ​ຄະນະ​ນຳ​ແມ່ຍິງ​ທີ່​ເຂົ້າ​ຮ່ວມ​ຈົ່ງ​ພ້ອມ​ກັນ​ນຳ​ເອົາ​ເນື້ອ​ໃນ​ຈິດໃຈ​ກອງ​ປະຊຸມ​ເຂົ້າ​ໃນ​ການ​ພັດທະນາ​ວຽກ​ງານ​ຂອງ​ຕົນ​ດ້ວຍ​ຄວາມ ​ຮັບຜິດຊອບ​ສູງ ແລະ ມີ​ຜົນສຳເລັດ​ໃນ​ໜ້າທີ່​ວຽກ​ງານ​ທີ່​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້​ເຊີດ​ຊູ​ຄວາມ​ເປັນ​ແບບຢ່າງ​ນຳ​ໜ້າ​ໃນ​ທຸກ​ດ້ານ ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ສ້າງ​ໄດ້​ແມ່ຍິງ3ດີ, ສ້າງ​ໄດ້​ໜ່ວຍ​ແມ່ຍິງ 3ດີ ແລະ ເພື່ອ​ສ້າງ​ໄດ້​ຄອບຄົວ​ໄດ້​ຮັບ​ການ​ພັດທະນາ​ດີ​ມີ​ຄວາມ​ອົບ​ອຸ່ນ ແລະ ມີ​ຄວາມ​ຜາ​ສຸກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ