ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ບໍລິສັດ ເບຍລາວ ຈັດກິດຈະກຳວັນສຸຂະພາບ ແລະ ຄວາມປອດໄພໂລກ 2026 ພາຍໃຕ້ຫົວຂໍ້ “ຄວາມປອດໄພທາງຖະໜົນ” ເພື່ອຂັບເຄື່ອນວັດທະນະທຳຄວາມປອດໄພ ພາຍໃນ ແລະ ນອກອົງກອນ.
ເວລາອອກຂ່າວ: 2026-05-05 15:34:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1831 | ຄວາມນິຍົມ:



ວັນສຸຂະພາບ ແລະ ຄວາມປອດໄພໂລກ ໄດ້ຖືກກຳນົດໃຫ້ຈັດຂຶ້ນໃນວັນທີ 28 ເມສາ ຂອງທຸກປີ ໂດຍ ອົງກອນແຮງງານສາກົນ (ILO) ນັບຕັ້ງແຕ່ປີ 2003. ໃນປີ 2026 ນີ້ ແມ່ນຄົບຮອບ 23 ປີ ຂອງການສ້າງຈິດສຳນຶກດ້ານຄວາມປອດໄພໃນລະດັບໂລກ. ສຳລັບ ກຸ່ມບໍລິສັດ ຄາລສ໌ເບີກ ແລະ ບໍລິສັດ ເບຍລາວ ຈຳກັດ ໄດ້ໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ວັນສຳຄັນດັ່ງກ່າວ ໂດຍມຸ່ງເນັ້ນໃນການສ້າງຈິດສຳນຶກ ແລະ ປັບປ່ຽນພຶດຕິກຳ ເພື່ອຫຼຸດຜ່ອນອຸບັດຕິເຫດ, ການບາດເຈັບ ແລະ ການເສຍຊີວິດ ທັງໃນສະຖານທີ່ເຮັດວຽກ ແລະ ຕາມທ້ອງຖະໜົນ. ໃນປີນີ້ ບໍລິສັດ ເບຍລາວ ຈຳກັດ ໄດ້ຈັດກິດຈະກຳວັນສຸຂະພາບ ແລະ ຄວາມປອດໄພໂລກ ໃນວັນທີ 29 ເມສາ ພ້ອມກັນທີ່ໂຮງງານເບຍລາວ ວຽງຈັນ ແລະ ໂຮງງານເບຍລາວ ແຂວງ ຈຳປາສັກ, ໂດຍການເປັນປະທານເປີດງານໂດຍ ທ່ານ ເຮັນຣິກ ຈູເອລ ແອນເດີເຊັນ ອຳນວຍການໃຫຍ່ ພ້ອມດ້ວຍຄະນະອຳນວຍການ ບໍລິສັດ ເບຍລາວ ຈຳກັດ, ຫ້ອງການຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ຕາງໜ້າໂດຍ ທ່ານ ພັທ ສັງຄົມ ພົມມະລາດຫົວໜ້າພະແນກຕໍາຫຼວດຈະລາຈອນ, ພ້ອມດ້ວຍຄູ່ຮ່ວມທຸລະກິດທີ່ປິ່ນອ້ອມ, ພະນັກງານ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຄຶກຄື້ນ. ພາຍໃນງານ ໄດ້ມີການນຳສະເໜີນະໂຍບາຍ ແລະ ຍຸດທະສາດດ້ານສຸຂະພາບ ແລະ ຄວາມປອດໄພຂອງບໍລິສັດ ເບຍລາວ, ການນຳສະເໜີລະບົບ Telematics ແລະ GPS ເພື່ອຊ່ວຍຍົກລະດັບການຕິດຕາມ ແລະ ມາດຕະຖານການຂັບຂີ່, ການໃຫ້ຄວາມຮູ້ກົດລະບຽບ ແລະ ການຂັບຂີ່ປອດໄພໂດຍເຈົ້າໜ້າທີ່ຕຳຫຼວດຈະລາຈອນ ລວມເຖິງການສົນທະນາແລກປ່ຽນກໍລະນີອຸບັດຕິເຫດທີ່ເກີດຂຶ້ນຈິງ ແລະ ບົດຮຽນທີ່ຄວນນຳໄປປັບໃຊ້, ພ້ອມດ້ວຍກິດຈະກຳຖາມ-ຕອບ ເພື່ອສ້າງການມີສ່ວນຮ່ວມ. ທ່ານ ສິດທິໄຊ ເກດຕະວົງ ຄະນະອຳນວຍການ ແລະ ຊີ້ນຳວຽກກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ ບໍລິສັດ ເບຍລາວ ຈຳກັດ ໄດ້ກ່າວວ່າ: ຊັບສິນສາມາດສ້າງຂຶ້ນໃໝ່ໄດ້ ແຕ່ຊີວິດຄົນຫາກສູນເສຍໄປແລ້ວ ບໍ່ສາມາດນຳກັບຄືນມາໄດ້, ດັ່ງນັ້ນທາງບໍລິສັດ ເບຍລາວ ຈຶ່ງໃຫ້ຄວາມສຳຄັນຢ່າງສູງຕໍ່ສຸຂະພາບ ແລະ ຄວາມປອດໄພຂອງພະນັກງານ; ສຳລັບປີນີ້ ບໍລິສັດໄດ້ມີການຮ່ວມກັບເຈົ້າໜ້າທີ່ຕຳຫຼວດຈະລາຈອນ ເພື່ອໃຫ້ຄວາມຮູ້ ເຜີຍແຜ່ກົດລະບຽບ ແລະ ສ້າງຄວາມເຂົ້າໃຈໃຫ້ພະນັກງານສາມາດປະຕິບັດກົດຈະລາຈອນຢ່າງເຂັ້ມງວດ ເພື່ອຫຼີກລ່ຽງອຸບັດຕິເຫດ. ທ່ານ ແກ່ນແກ້ວ ແກ້ວວິໄລ, ຜູ້ຈັດການຝ່າຍສຸຂະພາບ ແລະ ຄວາມປອດໄພ ບໍລິສັດ ເບຍລາວ ຈຳກັດ ກ່າວວ່າ: ກິດຈະກຳຄັ້ງນີ້ຈັດຂຶ້ນເພື່ອສ້າງຄວາມຮູ້ໃຫ້ພະນັກງານບໍລິສັດ ເບຍລາວ, ພະນັກງານບໍລິສັດທີ່ເປັນຜູ້ສະໜອງ ແລະ ຜູ້ມີສ່ວນກ່ຽວຂ້ອງ ໃຫ້ມີຄວາມເຂົ້າໃຈດ້ານຄວາມປອດໄພຫຼາຍຂຶ້ນ; ປີນີ້ ບໍລິສັດເລືອກຫົວຂໍ້ການຂັບຂີ່ປອດໄພ ເນື່ອງຈາກອຸບັດຕິເຫດຈຳນວນຫຼາຍມັກເກີດຂຶ້ນຕາມທ້ອງຖະໜົນ, ການໄດ້ຮັບກຽດຈາກຫົວໜ້າພະແນກຕຳຫຼວດຈະລາຈອນນະຄອນຫຼວງມາໃຫ້ຄວາມຮູ້ ຈະຊ່ວຍໃຫ້ພະນັກງານໄດ້ແລກປ່ຽນ ຮຽນຮູ້ລະບຽບການໃຊ້ລົດໃຊ້ຖະໜົນ ແລະ ນຳໄປປັບໃຊ້ເພື່ອປົກປ້ອງຊີວິດ ແລະ ຊັບສິນ. ການຈັດກິດຈະກຳຄັ້ງນີ້ ສະທ້ອນເຖິງຄວາມມຸ່ງໝັ້ນຂອງ ບໍລິສັດ ເບຍລາວ ໃນການຂັບເຄື່ອນວັດທະນະທຳຄວາມປອດໄພ ທັງພາຍໃນອົງກອນ ແລະ ສັງຄົມ ໂດຍມີຂໍ້ຄວາມສຳຄັນວ່າ: “ການກັບບ້ານໄປຫາຄອບຄົວຢ່າງປອດໄພ ແມ່ນສິ່ງທີ່ສຳຄັນທີ່ສຸດ.”



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ