ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ກອງພົນທີ 2 ປະກາດການຈັດຕັ້ງ ແລະ ປະກາດເລື່ອນຊັ້ນນາຍທະຫານ
ເວລາອອກຂ່າວ: 2026-05-05 15:32:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1881 | ຄວາມນິຍົມ:



ໃນວັນທີ 5 ພຶດສະພາ 2026 ນີ້, ກອງພົນທີ 2 ໄດ້ຈັດພິທີ ປະກາດການຈັດຕັ້ງ ແລະ ປະກາດເລື່ອນຊັ້ນໃຫ້ນາຍທະຫານ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ປອ ຄຳຜິວ ມະນີວົງ ເລຂາຄະນະພັກ, ຫົວໜ້າການເມືອງກອງພົນທີ 2, ມີຄະນະຫ້ອງ, ພະແນກການ, ຄະນະພັກ - ຄະນະບັນຊາກົມກອງ, ຕະຫຼອດຮອດພະນັກງານທີ່ໄດ້ຮັບໜ້າທີ່່ໃໝ່ ແລະ ເລື່ອນຊັ້ນໃໝ່ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ສົມຈິດ ແກ້ວໄຊຍະວົງ ກຳມະການຄະນະພັກກອງພົນ, ຮອງຫົວໜ້າຫ້ອງການເມືອງກອງພົນທີ 2 ໄດ້ຜ່ານມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງປ່ຽນແທນ ກຳມະການຄະນະພັກກອງພົນ ໃນນັ້ນ, ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ສົມໝາຍ ດອນພະຈັນ ຫົວໜ້າການເມືອງກອງພັນໃຫຍ່ 202 ເປັນກຳມະການຄະນະພັກກອງພົນທີ 2, ຈາກນັ້ນ, ສະຫາຍ ພັນໂທ ໄຊຊະນະ ສີສົມພອນ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກອງພົນທີ 2 ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນເທດ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າພະແນກການເມືອງສູນເຝິກອົບຮົມ ແລະ ຮອງຫົວໜ້າພະແນກການເມືອງກອງພັນໃຫຍ່ 202 ໃນນີ້, ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ແພງໄຊ ມະໂນທຳ ເປັນຮອງຫົວໜ້າພະແນກການເມືອງ ສູນຝືກອົບຮົມ ກອງພົນທີ 2, ສະຫາຍ ຮ້ອຍເອກ ອຳພອນ ສີສະໝອນ ເປັນຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 202 ກອງພົນທີ 2, ສະຫາຍ ຮ້ອຍໂທ ນາງ ບົວສອນ ລັດຕະນະວອວນ ຊ່ວຍວຽກພະແນກວິທະຍາສາດ-ປະຫວັດສາດ ແລະ ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ ຢູ່ກອງພົນທີ 2 ຈໍານວນ 156 ສະຫາຍ, ໃນນັ້ນ, ເລື່ອນຊັ້ນຮ້ອຍເອກຂຶ້ນຊັ້ນພັນຕີ ຈໍານວນ 52 ສະຫາຍ, ຊັ້ນຮ້ອຍໂທຂຶ້ນຊັ້ນຮ້ອຍເອກ ຈໍານວນ 52 ສະຫາຍ ແລະ ເລື່ອນຊັ້ນຮ້ອຍຕີ ຂຶ້ນຊັ້ນຮ້ອຍໂທ ຈໍານວນ 52 ສະຫາຍ. ໂອກາດນີ້, ສະຫາຍ ພົນຈັດຕະວາ ປອ ຄຳຜິວ ມະນີວົງ ໄດ້ມີຄໍາເຫັນໂອ້ລົມຕໍ່ຄະນະພັກ ຄະນະບັນຊາແຕ່ລະຂັ້ນ ແລະ ຜູ້ທີ່ໄດ້ຮັບໜນ້າທີ່ໃໝ່ ຈົ່ງຍົກສູງພາລະບົດບາດຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ, ເປັນແບບຢ່າງໃນການປະຕິບັດລະບຽບວິໄນຂອງກອງທັບ ສືບຕໍ່ປະກອບສ່ວນປັບປຸງກໍ່ສ້າງກົມກອງ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ, ພ້ອມທັງຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ, ເພີ່ມທະວີຄວາມສະມັກຄີພາຍໃນໃຫ້ແໜ້ນແຟ້ນ, ພ້ອມທັງເອົາໃຈໃສ່ປະຕິບັດຂໍ້ກຳນົດກົດລະບຽບຕ່າງໆ ຂອງກອງທັບ, ຂອງກົມກອງຢ່າງເຂັ້ມງວດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ເປັນແບບຢ່າງທີ່ດີໃຫ້ແກ່ກົມກອງ ແລະ ພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້. ໂດຍ: ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ