ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ເປີດເຝິກອົບຮົມ ກວດສອບເລຂາ-ຮອງເລຂາ ຮາກຖານພັກ ຄັ້ງທີ II ທົ່ວຄະນະພັກກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2026-05-05 15:27:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1834 | ຄວາມນິຍົມ:



ພິທີ ເປີດເຝິກອົບຮົມວຽກງານກວດສອບ ເລຂາ-ຮອງເລຂາ ຮາກຖານພັກ ຄັ້ງທີ II ທົ່ວຄະນະກົມໃຫຍ່ພະລາທິການກອງທັບ ໄດ້ຈັດຂຶ້ນວັນທີ 5 ພຶດສະພາ 2026 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ພະລາທິການ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກກົມໃຫຍ່, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະບໍລິຫານງານພັກອົງການກົມໃຫຍ່, ກົມຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ, ເລຂາ-ຮອງຄະນະພັກຮາກຖານ, ໜ່ວຍພັກເອກະລາດ, ຄະນະຮັບຜິດຊອບ ແລະ ພະນັກງານ, ວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ສະຫາຍ ພົນຕີຈັນດີ ສຸລິວົງສັກ ໄດ້ມີຄໍາເຫັນໂອ້ລົມ ແລະ ກ່າວເປີດໃນບັ້ນເຝິກອົບຮົມວຽກງານກວດສອບເລຂາ, ຮອງເລຂາໜ່ວຍພັກ ທົ່ວຄະນະກົມໃຫຍ່ພະລາທິການກອງທັບ ໃນຄັ້ງນີ້ວ່າ, ການເປີດເຝິກອົບຮົມວຽກງານກວດສອບເລຂາ, ຮອງເລຂາໜ່ວຍພັກ ທົ່ວຄະນະກົມໃຫຍ່ພະລາທິການກອງທັບ, ສຸດທີ່ມີຄວາມໝາຍສໍາຄັນເປັນຢ່າງຍິ່ງຢູ່ໃນກົມກອງພວກເຮົາ, ເປັນການປະຕິບັດແນວທາງກໍ່ສ້າງພັກໃນໄລຍະໃໝ່, ເພື່ອແນ່ໃສ່ສ້າງພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ຍົກສູງຄວາມສາມາດນໍາພາ, ແບບແຜນວິທີເຮັດວຽກ, ຄວາມຮັບຮູ້ທາງດ້ານທິດສະດີ, ຫຼັກການພື້ນຖານຂອງວຽກງານຈັດຕັ້ງ-ກໍ່ສ້າງພັກໃຫ້ມີການຫັນປ່ຽນອັນໃໝ່, ທັງເປັນການປະຕິບັດຕາມທິດຊີ້ນໍາຂອງຄະນະພັກກະຊວງ, ກົມໃຫຍ່ການເມືອງກອງທັບ, ດໍາເນີນການຈັດຕັ້ງຝຶກອົບຮົມຫັດແອບ ແລະ ກວດສອບຄວາມຮູ້, ຄວາມສາມາດ, ແບບແຜນວິທີເຮັດວຽກໃຫ້ຖັນແຖວເລຂາ, ຮອງເລຂາໜ່ວຍພັກ, ໃຫ້ມີຄວາມຊໍານິ-ຊໍານານ ຕໍ່ວຽກງານກໍ່ສ້າງພັກໃຫ້ເປັນເອກະພາບ, ແນ່ໃສ່ເຮັດໃຫ້ການກໍ່ສ້າງພັກໃນກອງທັບ, ຖືກຕ້ອງຕາມແນວທາງຂອງພັກ, ສົມເປັນກໍາລັງໄວ້ເນື້ອເຊື່ອໃຈຈາກພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ, ກາຍເປັນກອງທັບປະຕິວັດ ທີ່ມີລະບຽບ, ແບບແຜນ ແລະ ທັນສະໄໝ, ການເຝິກອົບຮົມກວດສອບເລຂາ-ຮອງເລຂາຄັ້ງນີ້, ຈະດໍາເນີນໃນໄລຍະເວລາ 10 ວັນ, ເຊິ່ງນັກສໍາມະນາກອນຈະໄດ້ພ້ອມກັນສຸມໃສ່ຄົ້ນຄວ້າບັນດາເນື້ອໃນເອກະສານພາກທິດສະດີ, ພາກປະຕິບັດຕົວຈິງ ແລະ ທົບທວນຄືນບົດຮຽນກໍ່ສ້າງພັກທີ່ຜ່ານມາຂອງກົມກອງຕົນ ເພື່ອພ້ອມກັນກ້າວໄປສູ່ຄວາມເປັນເອກະພາບ, ດ້ານແບບແຜນວິທີເຮັດວຽກຂອງຖັນແຖວເລຂາ, ຮອງເລຂາ, ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍທີ່ເປັນຕົວແທນ, ເປັນແກນນໍາຢູ່ຄະນະພັກ, ຄະນະພັກຮາກຖານ, ໜ່ວຍພັກເອກະລາດທີ່ເຂົ້າຮ່ວມເຝິກອົບຮົມ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນ ສຸມທຸກສະຕິປັນຍາເຂົ້າໃສ່ການຄົ້ນຄວ້າຮໍ່າຮຽນ, ກຳແໜ້ນບັນດາເນື້ອໃນເອກະສານ ແລະ ຍາດແຍ່ງເອົາບົດຮຽນນໍາຄູ-ອາຈານ ເພື່ອໄປໝູນໃຊ້ໃຫ້ແທດເໝາະກັບສະພາບຈຸດພິເສດຂອງກົມກອງຕົນ ແລະ ເຮັດໃຫ້ວຽກງານກໍ່ສ້າງພັກຖືກກັບແນວທາງ, ກົມກອງມີທ່ວງທ່າອັນໃໝ່ , ເປັນການປະກອບສ່ວນອັນສໍາຄັນ, ການຜັນຂະຫຍາຍ ໝາກຜົນການຊີ້ນໍາ-ນໍາ ພາຂອງຄະນະພັກ, ການເຄື່ອນໄຫວຂອງພະນັກງານແຕ່ລະສະຫາຍ, ສ້າງໄດ້ບຸກຄະລາກອນຮູ້ເຮັດວຽກງານກໍ່ສ້າງພັກ, ພະນັກງານນໍາພາ, ເຮັດໃຫ້ວຽກງານກໍ່ສ້າງພັກ-ກໍ່ສ້າງກໍາລັງ ຢູ່ຄະນະພັກ, ຄະນະພັກຮາກຖານ, ໜ່ວຍພັກ ນັບມື້ໜັກແໜ້ນ, ເຂັ້ມແຂງ ແລະ ທັນສະໄໝ. ໂດຍ: ຄໍາປະສົງ ລາດຊະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ