ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ຫົວໜ້າການທະຫານ ກອງບັນຊາການທະຫານແຂວງເຊກອງ ລົງຊຸກຍູ້ພະນັກງານຫຼັກແຫຼ່ງຢູ່ກອງພັນ 103
ເວລາອອກຂ່າວ: 2026-05-05 15:08:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1281 | ຄວາມນິຍົມ:



ໃນວັນທີ 01 ພືດສະພາ 2026 ນີ້, ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ຫົວໜ້າການທະຫານ ກອງບັນຊາການທະຫານເເຂວງເຊກອງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ພະນັກງານຫຼັກແຫຼ່ງ ຢູ່ກອງພັນ 103. ໂອກາດນີ້, ສະຫາຍ ພັນໂທ ບຸນສຸກ ບອນຄຳເວັນ ໄດ້ລາຍງານສະພາບການເຄື່ອນໄຫວ ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງກົມກອງໃນໄລຍະຜ່ານມາ, ໂດຍສະເພາະແມ່ນວຽກງານຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ ແລະ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງນໍາພາ-ແນວຄິດ, ຂໍ້ກໍານົດກົດລະບຽບຕ່າງໆ ມາຈັດຕັ້ງຜັນຂະຫຍາຍໃຫ້ພະນັກງານ - ນັກຮົບ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ກໍາ ແໜ້ນແນວທາງແຜນນະໂຍບາຍຂອງພັກ-ລັດ ເຮັດໃຫ້ແຕ່ລະສະຫາຍ ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິຕໍ່ການຈັດຕັ້ງ, ພ້ອມກັນປະຕິບັດໜ້າທີ່ວິຊາສະເພາະ ຕິດພັນກັບ ການນຳເອົາ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ເຮັດໃຫ້ຂອບເຂດຂອງກົມກອງຕັ້ງທັບ ມີຄວາມສະຫງົບ ແລະ ປອດໄພໂດຍພື້ນຖານ. ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ໄດ້ມີຄຳເຫັນໂອ້ລົມ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານ ທີ່ຍາດມາໄດ້ ແລະ ມີຜົນສຳເລັດຫຼາຍດ້ານໃນໄລຍະຜ່ານມາ, ພ້ອມທັງໄດ້ເໜັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງແຕ່ລະສະຫາຍຕ້ອງເປັນເຈົ້າການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບໃຫ້ຕໍ່ເນື່ອງ, ໂດຍຫັນເອົາການຈັດຕັ້ງດຳເນີນຊີວິດການເມືອງເປັນປົກກະຕິ, ເພື່ອແນ່ໃສ່ເຮັດໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ແນວທາງແຜນນະໂຍບາຍຂອງພັກ-ລັດ, ກໍຄືຂອງກອງທັບ, ຮູ້ຈຳແນກມິດ - ສັດຕູຢ່າງຈະແຈ້ງ, ສາມາດຕອບຕ້ານຕໍ່ກົນອຸບາຍ, ເລ້ຫຼ່ຽມຂອງກຸ່ມຄົນທີ່ບໍ່ຫວັງດີໄດ້ຢ່າງມີປະສິດທິຜົນ, ເອົາໃຈໃສ່ປະຕິບັດລະບົບປະຈຳການ 3 ຂັ້ນ, ເພື່ອຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ, ໂດຍການປະສານສົມທົບແໜ້ນກັບພາກສ່ວນທີ່ກ່ຽວຂ້ອງ, ເຄື່ອນໄຫວກວດກາຕິດຕາມການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ ເເລະ ສຸມໃສ່ປັບປຸງກໍ່ສ້າງກົມກອງ ໃຫ້ເຂັ້ມແຂງຮອບດ້ານ, ໂດຍຕັ້ງໜ້າປະຕິບັດ 7 ລະບອບ 18 ວຽກ, ຂໍ້ກຳນົດ, ກົດລະບຽບຕ່າງໆ ຢ່າງເຂັ້ມງວດ, ປັບປຸງແບບແຜນວິທີເຮັດວຽກຢ່າງມີວິທະຍາສາດ ບົນພື້ນຖານປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ມອບໝາຍວຽກງານໃຫ້ບຸກຄົນຮັບຜິດຊອບ ພ້ອມທັງມີການຊຸກຍູ້, ຕິດຕາມ, ກວດກາ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີຄວາມສາມັກຄີພາຍໃນຢ່າງຮອບດ້ານ, ຕິດພັນກັບຂະບວນການກໍ່ສ້າງກົມກອງປອດໃສ ເຂັ້ມແຂງ ໜັກແໜ້ນ, ເພີ່ມທະວີການຄຸ້ມຄອງປົກປັກຮັກສາ, ບົວລະບັດຜັດເຊັດພາຫະນະເຕັກນິກ, ອາວຸດ-ລູກກະສູນ ບໍ່ໃຫ້ເປ່ເພເສຍຫາຍໂດຍບໍ່ມີເຫດຜົນ, ເພື່ອຮັບປະກັນກຽມພ້ອມເຮັດສຳເລັດໜ້າທີ່, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ພ້ອມກັນສ້າງກອງທັບປະຊາຊົນລາວ ໃຫ້ເປັນກອງທັບປະຕິວັດ ແລະ ມີລະບຽບແບບແຜນທັນສະໄໝກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ຄອນລະສິດ ວໍລະຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ