ລາວ-ຈີນ ຮ່ວມກັນສະຫຼອງວັນການທູດ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ຢູ່ນະຄອນຫຼວງປັກກິ່ງ
ເວລາອອກຂ່າວ: 2026-05-05 09:25:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 221 | ຄວາມນິຍົມ: ![]()
ໃນຕອນຄ່ຳວັນທີ 30 ເມສາ 2026, ທີ່ນະຄອນຫຼວງປັກກິ່ງ, ສປ ຈີນ, ສະຖານເອກອັກຄະ ລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ຮ່ວມກັບສະມາ ຄົມ ມິດຕະພາບປະຊາຊົນຈີນກັບ ຕ່າງປະເທດ ຈັດພິທີສະເຫຼີມສະ ຫຼອງວັນສ້າງຕັ້ງສາຍພົວພັນ ການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳ ມະການສູນກາງພັກ, ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ; ສະຫາຍ ລີ ຫົງຈົງ ກຳມະການກົມການ ເມືອງສູນກາງພັກ, ຮອງປະທານ ແລະ ຮອງ ເລຂາຄະນະພັກ ຄະນະປະ ຈຳ ສະພາປະຊາຊົນແຫ່ງຊາດ ແຫ່ງ ສປ ຈີນ, ສະຫາຍ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ, ສະຫາຍ ນາງ ຮົວ ຊຸນອິງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ມີຄະນະນຳກະຊວງກ່ຽວຂ້ອງ, ບັນ ດາທູຕານຸທູດຕ່າງ ປະເທດປະ ຈຳ ສປ ຈີນ, ຂະແໜງການກ່ຽວ ຂ້ອງຂອງທັງສອງຝ່າຍ, ອະດີດຊ່ຽວຊານ ແລະ ອະດີດທະຫານ ອາສາສະໝັກຈີນ ເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ແລະ ສະຫາຍ ລີ ຫົງຈົງ ໄດ້ພັດປ່ຽນກັນຂຶ້ນກ່າວຄຳປາໄສ ໂດຍໄດ້ຍົກໃຫ້ເຫັນເຖິງມູນເຊື້ອຂອງການພົວພັນຮ່ວມມື ລາວ-ຈີນ, ຈີນ-ລາວ ຕະຫຼອດໄລຍະ 65 ປີຜ່ານມາ. ລາວ ແລະ ຈີນ ໄດ້ສ້າງ ຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 25 ເມສາ 1961ເຊິ່ງຖືເປັນຂີດໝາຍປະຫວັດສາດທີ່ສຳຄັນໃນການພົວພັນລະຫວ່າງສອງປະເທດ, ທັງໄດ້ເປັນພື້ນ ຖານອັນໜັກແໜ້ນໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມມືຂອງສອງປະເທດ. ໃນຖານະເປັນປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູສາຍນ້ຳຕິດຈອດ ກັນ, ມີມິດຕະພາບອັນຍາວນານ ແລະ ຮ່ວມຊາຕາກຳນຳກັນ, ຕະຫຼອດ 65 ປີຜ່ານມາ ການພົວພັນສອງຝ່າຍ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ຈາກການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ໄດ້ສືບຕໍ່ຍົກ ສູງຂຶ້ນເປັນ ຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ. ໃນເດືອນເມສາ 2019 ການນຳສູງສຸດຂອງສອງປະເທດໄດ້ລົງນາມແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ສະບັບທຳອິດ (2019-2023) ອັນເປັນນິມິດໝາຍທີ່ມີຄວາມໝາຍຍຸດທະສາດ ໃນການຮັດແໜ້ນການພົວພັນຮ່ວມມືສອງຝ່າຍໃນຍຸກສະໄໝໃໝ່, ຊຶ່ງຕອບສະໜອງຕາມຄວາມມຸ່ງມາດປາ ຖະໜາ ຂອງປະຊາຊົນສອງຊາດ, ທັງສອດຄ່ອງກັບທ່າອ່ຽງລວມຂອງຍຸກສະໄໝ.
ປັດຈຸບັນ, ລາວ ແລະ ຈີນ ຢູ່ໃນໄລຍະແຫ່ງການຈັດຕັ້ງປະ ຕິບັດແຜນແມ່ບົດວ່າດ້ວຍການ ສ້າງຄູ່ຮ່ວມ ຊາຕາກຳ ລາວ-ຈີນ, ຈີນ-ລາວ ສະບັບທີ 2 (2024-2028) ຊຶ່ງໄດ້ກຳນົດທິດທາງ ແລະ ລະດັບຄາດໝາຍແນໃສ່ເຮັດໃຫ້ການພົວພັນຮ່ວມມືສອງຝ່າຍກ້າວສູ່ມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບທີ່ສູງຂຶ້ນກວ່າເກົ່າ ແລະ ເປັນພະລັງຂັບເຄື່ອນໃໝ່ ເພື່ອເຮັດໃຫ້ການພົວ ພັນຮ່ວມມືສອງຝ່າຍ ມີຄວາມເຂັ້ມແຂງ ແລະ ມີປະສິດທິຜົນ ຍິ່ງຂຶ້ນ. ທັງສອງປະເທດຍັງໄດ້ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການປົກປ້ອງຜົນປະໂຫຍດແຫ່ງຊາດອັນເປັນແກນກາງ ຂອງກັນ ແລະ ກັນ, ທັງປະສານສົມທົບກັນຢ່າງແໜ້ນແຟ້ນໃນເວທີພາກພື້ນ ແລະ ສາກົນ.
ຕະຫຼອດໄລຍະ 65 ປີຜ່ານມາ, ການພົວພັນ ແລະ ການຮ່ວມມືມິດຕະພາບທີ່ເປັນມູນເຊື້ອອັນດີງາມ ລະຫວ່າງສອງປະເທດ ລາວ-ຈີນ, ຈີນ-ລາວ ໄດ້ຜ່ານການທົດສອບໃນໄລຍະເວລາປະ ຫວັດສາດທີ່ສຳຄັນຕ່າງໆ ຂອງປະຊາຊົນສອງຊາດ, ວາງຮາກຖານອັນແຂງແກ່ນ ແລະ ເປັນມໍລະດົກອັນລ້ຳຄ່າໃຫ້ແກ່ການພົວພັນຮ່ວມມື ຂອງສອງປະເທດໃນປັດຈຸບັນ. ການຮ່ວມມືດ້ານການເມືອງມີຄວາມໜັກແໜ້ນ, ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນລະດັບສູງ, ການພົວພັນຮ່ວມມືລະຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ທີ່ມີມູນເຊື້ອມາແຕ່ດົນນານ ສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເຂົ້າສູ່ລວງເລິກ ອັນໄດ້ເປັນພື້ນຖານທີ່ສຳຄັນໃຫ້ແກ່ ການເປີດກວ້າງ ແລະ ເສີມຂະຫຍາຍການພົວພັນຮ່ວມມືໃນຂົງເຂດອື່ນໆ. ການຮ່ວມມືທາງດ້ານການຄ້າ ແລະ ການ ລົງທຶນ ແມ່ນໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ການລົງທຶນຂອງ ສປ ຈີນ ຍັງຄອງລຳດັບໜຶ່ງຂອງການລົງທຶນຕ່າງ ປະເທດ ຢູ່ ສປປ ລາວ. ການເປີດບໍລິການນຳໃຊ້ ລົດໄຟ ລາວ-ຈີນ ນັບແຕ່ວັນທີ 3 ທັນວາ 2021 ເປັນຕົ້ນມາ ໄດ້ເຮັດໃຫ້ການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ ມີທ່າອ່ຽງເພີ່ມຂຶ້ນທຸກປີ, ອັນໄດ້ເປັນການສະໜັບສະໜູນຍຸດ ທະສາດການເຊື່ອມໂຍງ ແລະ ເຊື່ອມຈອດກັບຂົງເຂດ ແລະ ພາກພື້ນ ຂອງ ສປປ ລາວ ຢ່າງຕັ້ງໜ້າ, ລວມທັງ ໄດ້ເປັນການສົ່ງເສີມການເຊື່ອມໂຍງ ແລະ ເຊື່ອມຈອດ ພາກພື້ນດິນ ລະຫວ່າງ ສປ ຈີນ ແລະ ອາຊຽນ ອີກດ້ວຍ. ນອກຈາກນັ້ນ, ສອງປະເທດ ລາວ ແລະ ຈີນ ຍັງໄດ້ມີການຮ່ວມມືຢ່າງໃກ້ຊິດໃນວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ວັດທະນະທຳ-ສັງຄົມ, ເຕັກນິກ-ວິທະຍາສາດ ແລະ ດ້ານອື່ນໆ.
ໃນໂອກາດດຽວກັນນີ້, ສປປ ລາວ ໄດ້ຍືນຍັນຄືນເຖິງການຍຶດໝັ້ນຫຼັກການຈີນດຽວ ຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນແຕ່ຫົວທີ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າ ໃນຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ສືບຕໍ່ໃຫ້ ການສະໜັບສະໜູນ ແລະ ເຂົ້າຮ່ວມບັນດາຂໍ້ລິເລີ່ມ ວ່າດ້ວຍການພັດ ທະນາໃນທົ່ວໂລກ, ຄວາມໝັ້ນ ຄົງໃນທົ່ວໂລກ, ອະລິຍະທຳໃນທົ່ວໂລກ ແລະ ການປົກຄອງໃນທົ່ວໂລກ ທີ່ສະເໜີໂດຍ ປະທານ ສີ ຈິ້ນຜິງ ເພື່ອຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດທີ່ນຳເອົາສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະ ເລີນຮຸ່ງເຮືອມາສູ່ພາກພື້ນ ແລະ ໃນໂລກ.
ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ຍັງມີການວາງສະແດງຮູບພາບທີ່ສະ ແດງເຖິງມູນເຊື້ອແຫ່ງການພົວ ພັນຮ່ວມມື ລາວ-ຈີນ ແລະ ມີການສະແດງສີລະປະລາວ-ຈີນ ອີກດ້ວຍ. ພິທີສະເຫຼີມສະຫຼອງດັ່ງກ່າວ ໄດ້ດຳເນີນໄປດ້ວຍບັນ ຍາກາດແຫ່ງ ໄມຕີຈິດມິດຕະພາບອັນອົບອຸ່ນ, ຄຶກຄື້ນມ່ວນຊື່ນ ແລະ ສຳເລັດຜົນຢ່າງຈົບງາມ.
ຂໍ້ມູນ: ກະຊວງການຕ່າງປະເທດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















