ແບ່ງປັນນ້ຳໃຈໃຫ້ກັນ ແລະ ກັນ ເພື່ອຜ່ອນຜັນບັນຫາລົດຕິດ
ເວລາອອກຂ່າວ: 2026-05-05 09:24:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 218 | ຄວາມນິຍົມ: ![]()
ໃນຍຸກປັດຈຸບັນນີ້ສັງຄົມມີ ການຂະຫຍາຍຕົວໃນດ້ານເຕັກ ໂນໂລຢີ ຄຽງຄູ່ກັບການເພີ່ມຂຶ້ນ ຂອງຈຳນວນພົນລະເມືອງຢ່າງ ຫຼວງຫຼາຍ ເຊິ່ງໃນແຕ່ລະມື້ຄົນເຫຼົ່ານັ້ນຕ້ອງໄດ້ຕໍ່ສູ້້ດີ້ນຮົນ ເພື່ອຫາລ້ຽງຊີບຈຳເປັນຕ້ອງໄດ້ນຳໃຊ້ລົດປະເພດຕ່າງໆເປັນພາ ຫະນະໃນການເດີນທາງໂດຍ ພາກັນ ຫຼັ່ງໄຫຼອອກສູ່ທ້ອງຖະ ໜົນ ຫຼວງໃນເວລາດຽວກັນ ແລະ ໄດ້ມີການຍາດແຍ່ງແຂ່ງຂັນກັນ ເພື່ອແຊງຂຶ້ນໜ້າ, ຕ່າງຄົນຕ່າງ ຢາກໄປໃຫ້ຮອດເປົ້າໝາຍ ຂອງໃຜມັນສ່ວນຫຼາຍໃນເວລາຕອນເຊົ້າກ່ອນໂມງເຂົ້າການ ແລະ ຕອນແລງຫຼັງຈາກໂມງເລີກການລົດມັກຕິດຢູ່ບໍລິເວນຊຸມຊົນແອອັດ, ບ່ອນທາງແຄບ, ເຂດຕະ ຫຼາດ, ໂຮງຮຽນ ແລະ ອື່ນໆທີ່ມີຄົນສົນລະວົນຜູ້ຂັບຂີ່ບາງຄົນຊ້ຳ ຜັດເປັນຄົນເຫັນ ແກ່ຕົວບໍ່ນັບຖືກົດລະບຽບ ແລະ ບໍ່ປະຕິບັດຕາມ ເຈົ້າໜາທີ່ ແນະນຳຍັງລ່ວງລະ ເມີດຫ້າມ, ລ່ວງໄຟອຳນາດພາ ໃຫ້ເກີດອຸບັດຕິເຫດນຳຄວາມເສຍຫາຍມາສູ່ຕົນເອງ ແລະ ຄົນ ອື່ນ, ສ້າງບັນຫາໃຫ້ສັງຄົມບາງ ຄັ້ງ ຖະຫນົນຕ້ອງກາຍເປັນອຳ ມະພາດລົດຕິດຍາວຢຽດເປັນເວ ລາ ດົນນານຫຼາຍຊົ່ວໂມງ.
ໃນໄລຍະທີ່ຜ່ານມາຍັງປະກົດເຫັນບາງບ່ອນມີບາງຄົນ ກໍສວຍໂອກາດຢຶດເອົາເຂດທາງຍ່າງແຄມທາງຫຼວງໄປເປັນບ່ອນດຳເນີນທຸລະກິດຫາລາຍໄດ້ ສ່ວນບຸກຄົນເປັນຕົ້ນແມ່ນວາງຂາຍເຄື່ອງແຄມທາງ, ມື້ດັບວັນ ສິນຂາຍໝາກເບັງ, ມື້ຫວຍອອກ ເປັນບ່ອນຂາຍ ໂດຍບໍ່ໄດ້ຮັບອະ ນຸຍາດຈາກພາກສ່ວນທີ່ກ່ຽວ ຂ້ອງກໍຍັງເຫັນມີ ດັ່ງນັ້ນ ເພື່ອເຮັດໃຫ້ບັນຫາດັ່ງກ່າວໄດ້ຮັບການແກ້ໄຂນັ້ນມັນຂຶ້ນຢູ່ກັບພວກເຮົາທຸກຄົນທີ່ນຳໃຊ້ລົດໃຊ້ຖະໜົນຫົນທາງຕ້ອງໄດ້ເປັນເຈົ້າການນຳກັນໃນການປະຕິບັດຕໍ່ລະບຽບການຕ່າງໆຢ່າງເຂັ້ມງວດ ແລະ ຮູ້ຈັກແບ່ງປັນນ້ຳໃຈໃຫ້ກຽດເຊິ່ງ ກັນ ແລະ ກັນໃນເວລາຂັບຂີ່ເພື່ອ ຜ່ອນຜັນບັນຫາລົດຕິດຫຼຸດລົງໄດ້.
ຕໍ່ບັນຫາດັ່ງກ່າວນີ້, ໃນທ່າມ ກາງທີ່ທົ່ວພັກທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນ ລາວທັງຊາດຫາກໍສຳເລັດກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມສະພາແຫ່ງຊາດເທື່ອທີ X ຊຸດທີ V ເຖິງເວລາແລ້ວ ທີ່ພວກເຮົາຄົນລາວທຸກຄົນຕ້ອງ ໄດ້ຮັດແໜ້ນຄວາມສາມັກຄີ, ແບ່ງປັນນ້ຳໃຈເອື້ອເຟື້ອເພື່ອແຜ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮ່ວມແຮງຮ່ວມໃຈກັນເປັນເຈົ້າ ການໃນການປະຕິບັດຂໍ້ກຳນົດ. ກົດລະບຽບ, ກົດໝາຍຂອງບ້ານເມືອງບໍ່ສະເພາະແຕ່ການນຳໃຊ້ ຖະໜົນຫົນທາງໃນການສັນຈອນໄປມາເທົ່ານັ້ນເຮົາຕ້ອງພ້ອມກັນເປັນຫູເປັນຕາໃຫ້ແກ່ອຳນາດການປົກຄອງ, ເຈົ້າໜ້າທີ່ ແລະ ການຈັດຕັ້ງນັ້ນເທິງໃນການຕິດ ຕາມ-ລາຍງານຫາກເຫັນມີປະ ກົດການຫຍໍ້ທໍ້ເກີດຂຶ້ນ ຢູ່ໃນສັງ ຄົມ ເພື່ອຫາວິທີແກ້ໄຂໃຫ້ທັນເວ ລາເຮັດໃຫ້ສັງຄົມລາວມີຄວາມສີວິໄລຢູ່ເຢັນເປັນສຸກຍູ້ທ່າງທຳ ມາຫາກິນ ລ້ຽງຊີບໄດ້ຢ່າງສະ ດວກສະບາຍດ້ວຍຄວາມຖືກ ຕ້ອງຕາມກົດໝາຍ, ປອດໃສຂາວສະອາດ ພ້ອມກັນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
ໂດຍ: ບຸນຊ້ອຍ ວິໄລພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















