ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ປະກາດ​ການ​ບົ່ງ​ຕົວ​ແຕ່ງຕັ້ງ​ເລຂາ, ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ, ແຕ່ງຕັ້ງ​ໜ້າທີ່​ຂັ້ນ​ພະ​ແນກ ແລະ ປະດັບ​ທຽບ​ຊັ້ນ ໃຫ້​ນາຍ​ທະຫານ ທີ່​ຮຽນ​ຈົບ​ວິຊາ​ສະເພາະ​ຈາກ​ສາຍ​ລັດ
ເວລາອອກຂ່າວ: 2026-05-05 09:11:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 131 | ຄວາມນິຍົມ:



ພິທີ​ປະກາດ​ການ​ບົ່ງ​ຕົວ​ແຕ່ງຕັ້ງ​ເລຂາ, ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ​ຫ້ອງ​ພະລາທິການ-ເຕັກນິກ, ແຕ່ງຕັ້ງ​ໜ້າທີ່ ຂັ້ນ​ພະແນກການ ແລະ ປະດັບ​ທຽບ​ຊັ້ນ​ໃຫ້​ນາຍ​ທະຫານ ທີ່​ຮຽນ​ຈົບ​ວິຊາ​ສະເພາະ​ຈາກ​ສາຍ​ລັດ ຂອງ​ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ເມສາ 2026 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ເພັດ​ສະໝອນ ວິລະ​ວອນ ຮອງ​ເລຂາ​ຄະນະ​ພັກ, ຫົວໜ້າ​ການ​ທະຫານ ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ຄະນະ​ຫ້ອງ, ກອງພັນ, ພະນັກງານ​ຫຼັກ​ແຫຼ່ງ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ອຸໄລ​ກອນ ກົມ​ມະ​ເມືອງ ກຳມະການ​ຄະນະ​ພັກ, ຮອງ​ຫົວໜ້າ​ຫ້ອງ​ການເມືອງ ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ໄດ້​ຂຶ້ນ​ຜ່ານ​ມະຕິ​ຕົກລົງ ຂອງ​ຄະນະ​ປະຈຳ​ພັກ ວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່ງຕັ້ງ ເລຂາ-ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ ຫ້ອງ​ພະລາທິການ-ເຕັກນິກ ໃນ​ນັ້ນ, ບົ່ງ​ຕົວ​ແຕ່ງຕັ້ງ ສະຫາຍ ພັນ​ໂທ ບົວ​ຄິດ ດາລາ​ວົງ ເປັນ​ເລ​​​ຂາ​ຄະນະ​ພັກ​ຮາກ​ຖານ ຫ້ອງ​ພະລາ ທິການ-ເຕັກນິກ ແລະ ສະຫາຍ ພັນ​ໂທ ຕຸ້ຍ​ອຸດອນ ພິລາ​ວົງ ເປັນ​ຮອງ​ເລຂາ​ຄະນະ​ພັກ ຫ້ອງ​ພະລາທິການ-ເຕັກນິກ. ພ້ອມ​ນັ້ນ, ຍັງ​ໄດ້​ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ ​ການ​ແຕ່ງຕັ້ງ​ໜ້າທີ່ຂັ້ນ​ພະແນກການ ໃນ​ນັ້ນ, ແຕ່ງຕັ້ງ ສະຫາຍ ຮ້ອຍ​ເອກ ສົມ​ສັກ ສຸລະ​ພັນ ເປັນ​ຮອງ​ຫົວໜ້າ​ພະ​ແນກ​ກຳ​ລົງ​ພົນ ແລະ ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ປະດັບ​ທຽບ​ຊັ້ນ ໃຫ້​ນາຍ​ທະຫານ​ທີ່​ຮຽນ​ຈົບ​ຈາກ​ສາຍ​ລັດ ຈຳນວນ 35 ສະຫາຍ ໃນ​ນີ້, ປະດັບ​ທຽບ​ຊັ້ນ​ຮ້ອຍ​ໂທ 34 ສະຫາຍ ແລະ ປະດັບ​ທຽບ​ຊັ້ນ​ຮ້ອຍ​ຕີ 1 ສະຫາຍ. ໂດຍ: ໂອ​ລິນ ມິ່ງ​ມີ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ