ໜ່ວຍພັກຫ້ອງການເມືອງ ສະຫຼຸບຖອດຖອນບົດຮຽນການປັບປຸງກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026
ເວລາອອກຂ່າວ: 2026-05-04 15:20:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 499 | ຄວາມນິຍົມ: ![]()
ວັນທີ 30 ເມສາ 2026, ໜ່ວຍພັກຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ໄດ້ສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026, ໂດຍການເປັນປະທານຂອງສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນເອກ ວຽງທອງ ພັດທະສິດ ກຳມະການຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ, ມີຄະນະກວດກາການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ພະແພກການ ຕະຫຼອດຮອດພະນັກງານ-ສະມາຊິກພັກສົມບູນ-ສຳຮອງເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນເອກ ສາຍຄຳ ພົມມະວົງ ຮອງເລຂາໜ່ວຍພັກ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານບົດສະຫຼຸບການນໍາພາປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ແລະ ທິດທາງແຜນການໃນປີ 2027 ໂດຍໃຫ້ຮູ້ວ່າ: ໜ່ວຍພັກຫ້ອງການເມືອງ ແມ່ນເປັນໜ່ວຍພັກໜຶ່ງຢູ່ໃນການຊີ້ນຳ-ນຳພາເດັດຂາດໂດຍກົງ ແລະ ຮອບດ້ານ ຈາກຄະນະພັກກົມໃຫຍ່ເຕັກນິກກອງທັບ; ມີພາລະບົດບາດເປັນເສນາທິການທາງດ້ານວຽກງານພັກ-ວຽກງານການເມືອງໃຫ້ແກ່ຄະນະພັກອົງການກົມໃຫຍ່ເຕັກນິກ, ທັງເຮັດວຽກຊີ້ນຳມະຫາພາກກ່ຽວກັບວຽກງານພັກ, ວຽກງານພະນັກງານ, ວຽກງານໂຄສະນາສຶກສາອົບຮົມການເມືອງແນວຄິດ, ວຽກງານໂຄສະນາ-ປະກັນສັງຄົມ, ວຽກງານປ້ອງກັນ, ກວດກາພັກ-ລັດ ແລະ ວຽກງານອົງການຈັດຕັ້ງມະຫາຊົນ ທັງຢູ່ພາຍໃນໜ່ວຍພັກ ແລະ ບັນດາກົມກອງຮາກຖານ ທີ່ຂຶ້ນກັບຄວາມຮັບຜິດຊອບຕາມທິດຊີ້ນຳຂອງຄະນະກົມໃຫຍ່ເຕັກນິກກອງທັບ, ຄະນະໜ່ວຍພັກ 5 ສະຫາຍ, ມີສະມາຊິກພັກທັງໝົດ 29 ສະຫາຍ, ໃນນັ້ນມີຍິງ 5 ສະຫາຍ ແບ່ງອອກ ເປັນ 5 ຈຸພັກ. ໃນໄລຍະຜ່ານມາຄະນະໜ່ວຍພັກ, ສະມາຊິກພັກແຕ່ລະຂັ້ນໄດ້ຖືເອົາວຽກງານສຶກສາອົບຮົມການເມືອງເປັນວຽກງານສຳຄັນ ສອດຫ້ອຍເຂົ້າທຸກຂົງເຂດວຽກງານ ການກໍ່ສ້າງພັກແມ່ນຍຶດໝັ້ນຕາມ 5 ຫຼັກການ 3 ທິດນຳໃນການປັບປຸງກໍ່ສ້າງພັກ, ບົນພື້ນຖານຖືເອົາການດໍາເນີນຊີວິດການເມືອງພາຍໃນພັກຕິດພັນກັບການເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ແນໃສ່ເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບໃນກົມກອງມີແນວຄິດອຸ່ນອຽນ, ທຸ່ນທ່ຽງ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ມີຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກມີຄວາມສະຫງົບ, ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຮັກສາໄດ້ຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ, ມີຄວາມກະຕືລືລົ້ນຕໍ່ການປະຕິບັດໜ້າທີ່ການເມືອງຂອງກົມກອງໄດ້ເປັນຢ່າງດີ. ຈາກນັ້ນບັນດາສະຫາຍສະມາຊິກພັກກໍໄດ້ຂຶ້ນປະກອບຄຳເຫັນໃສ່ບົດສະຫຼຸບຢ່າງກົງໄປກົງມາພ້ອມທັງລົງຄະແນນສຽງປິດລັບ ແລະ ປະຊາມັດຕິເປັນເອກະພາບ. ຜ່ານການຈັດຕັ້ງປະຕິບັດໃນບັ້ນດໍາເນີນຊີວິດການເມືອງສໍາຫຼວດກວດກາການຄັດເລືອກຕີລາຄາແບ່ງປະເພດຄຸນນະພາບຂອງສະມາຊິກພັກ, ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2026 ຄະນະໜ່ວຍພັກ ແລະ ສະມາຊິພັກແຕ່ລະສະຫາຍ ໄດ້ຮັບການຕີລາຄາຈັດແບ່ງປະເພດເປັນສະມາຊິກພັກແຂງທັງໝົດ 29 ສະຫາຍ, ຍິງ 5 ສະຫາຍ, ສະເລ່ຍສະມາຊິກພັກປະເພດແຂງກວມເອົາ 100 % ຂອງຈໍານວນສະມາຊິກພັກທັງໝົດ; ນໍາສະເໜີຄະນະພັກຂັ້ນເທິງຄົ້ນຄວ້າຮັບຮອງ ແລະ ຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ອິກ 1 ສະໄໝ.
ໂອກາດນີ້, ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ໄດ້ໂອ້ລົມ ພ້ອມທັງເນັ້ນໜັກໃຫ້ບັນດາສະຫາຍໃນຄະນະໜ່ວຍພັກ, ສະມາຊິກພັກແຕ່ລະຂັ້ນກໍາໄດ້ຄວາມໝາຍ, ຄວາມສຳຄັນໃນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ໂດຍປະຕິບັດຕາມ 5 ຫຼັກການ 3 ທິດນໍາຂອງພັກໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບຫຼັກການ, ແນໃສ່ການຈັດແບ່ງປະເພດສະມາຊິກພັກ, ໜ່ວຍພັກໃຫ້ໄດ້ຮັບຄຸນນະພາບດີ, ເປັນເຈົ້າການສຶກສາອົບຮົມຄຸນທາດການເມືອງ-ນຳພາແນວຄິດໃຫ້ໜັກແໜ້ນເຂັ້ມແຂງຮອບດ້ານ, ເຮັດໃຫ້ສະມາຊິກພັກແຕ່ລະຂັ້ນມີຄວາມອຸ່ນອຽນທຸ່ນທ່ຽງ, ບໍ່ຫວັ່ນໄຫວຄອນແຄນຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ມີສະຕິຕໍ່ການຈັດຕັ້ງປະຕິບັດຂໍ້ກຳນົດກົດລະບຽບຂອງກົມກອງວາງອອກຢ່າງເຂັ້ມງວດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ, ສ້າງຄວາມສາມັກຄີພາຍໃນໝູ່ຄະນະໃຫ້ເປັນປຶກແຜ່ນແໜ້ນໜາ ສາມາດເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ.
ໂດຍ: ອານຸສອນ ວິລະວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















