ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ສະຫະພັນນັກຮົບເກົ່າແຂວງຫຼວງນ້ຳທາ ເປີດກອງປະຊຸມໃຫຍ່ໜ່ວຍພັກ
ເວລາອອກຂ່າວ: 2026-05-04 15:07:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 474 | ຄວາມນິຍົມ:



ກອງປະຊຸມໃຫຍ່ສະມາຊິກພັກ ຂອງໜ່ວຍພັກ ສະຫະພັນນັກຮົບເກົ່າແຂວງຫຼວງນໍ້າທາ ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 30 ເມສາ 2026, ຢູ່ທີ ຫ້ອງປະຊຸມ ຂອງຕົນ, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ບຸນຍີ ແກ້ວຄຸນເມືອງ ກຳມະການສູນກາງນັກຮົບເກົ່າແຫ່ງຊາດລາວ, ເລຂາໜ່ວຍພັກ ສະຫະພັນນັກຮົບເກົ່າແຂວງຫຼວງນ້ຳທາ, ເປັນກຽດເຂົ້າຮ່ວມ ຂອງສະຫານ ພົນໂທ ຄຳກິ່ງ ຜຸ້ຍຫຼ້າມະນີວົງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີສະຫາຍ ຈັນຖະໜອມ ຂັນທະລາດ ກຳມະການພັກແຂວງ ຮອງປະທານກວດກາພັກ-ລັດແຂວງ, ມີຄະນະຮັບຜິດຊອບ 3 ອົງການພັກ, ອານຸກຳມະການ ບຸກຄາລະກອນຂັ້ນແຂວງ, ມີຄະນະພັກ 2 ກອງບັນຊາການ ປກຊ-ປກສ, ມີເລຂາໜ່ວຍພັກອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ພະແນກແຮງງານ ແລະ ສະຫວັດດີການແຂວງ ສະຫາຍ ພັນໂທ ຄຳພັດ ສໍແສງອິນ ຫົວໜ້າຫ້ອງການ ສະຫະພັນນັກຮົບເກົ່າແຂວງ ໄດ້ຜ່ານ ມະຕິຕົກລົງຂອງ ຄະນະປະຈໍາພັກແຂວງ ວ່າດ້ວຍການອານຸມັດເປີດກອງປະຊຸມຂອງ ໜ່ວຍພັກ ສະຫະພັນນັກຮົບເກົ່າ ແລະ ມະຕິຕົກລົງແຕງຕັ້ງກອງເລຂາ. ໂດຍປະຕິບັດຕາມຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ ອີງຕາມ ຄໍາແນະນໍາຂອງຄະນະກວດກາສູນກາງພັກ ວ່າດ້ວຍການກະກຽມດໍາເນີນຊີວິດການເມືອງພາຍໃນພັກຂອງຄະນະບໍລິຫານງານພັກແຕ່ລະຂັ້ນ. ອີງຕາມ ມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າ ດ້ວຍການອານຸມັດເປີດກອງປະຊຸມໃຫຍ່ ສະມາຊິກພັກ ຂອງໜ່ວຍພັກ ສະຫະພັນນັກຮົບເກົ່າແຂວງ. ໃນກອງປະຊຸມ ສະຫາຍ ພັນເອກ ບຸນຍີ ແກ້ວຄຸນເມືອງ ກຳມະການສູນກາງນັກຮົບເກົ່າແຫ່ງຊາດລາວ, ເລຂາໜ່ວຍພັກ ສະຫະພັນນັກຮົບເກົ່າແຂວງຫຼວງນ້ຳທາ ແລະ ສະຫາຍ ພັນໂທ ທອມ ຈິດບຸນຄຳ ຮອງເລຂາໜ່ວຍພັກ ກໍໄດ້ພັດປ່ຽນກັນຜ່ານ ບົດສຳຫຼວດການນຳພາລວມ ແລະ ບົດລາຍງານ ການເມືອງ ຂອງ ໜ່ວຍພັກສະຫະພັນນັກຮົບເກົ່າແຂວງ ຫຼວງນໍ້າທາໄລຍະ 5 ປີ ແລະ ທິດທາງແຜນການ 5 ປີຕໍ່ໜ້າ. ໃນໄລຍະ 5 ປີຜ່ານມາຄະນະພັກ ສະຫະພັນນັກຮົບເກົ່າແຂວງພວກເຮົາໄດ້ຖືເອົາວຽກງານການເມືອງ - ແນວຄິດເປັນກົກ, ເຊິ່ງໄດ້ຊີ້ນຳໆພາ ແລະ ຈັດຕັ້ງການຄົ້ນຄວ້າເຊື່ອມຊຶມບັນດາແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ ແລະ ລະບຽບກົດໝາຍຂອງລັດ ຢ່າງເປັນປົກກະຕິ, ເຮັດໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ເຂົ້າໃຈແນວທາງນະໂຍບາຍຂອງພັກ-ລັດ ແລະ ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ, ມີທັດສະນະຫຼັກໝັ້ນ, ການເມືອງໜັກແໜ້ນ, ຍຶດໝັ້ນອຸດົມການສັງຄົມນິຍົມໂດຍຍຶດຖືລັດທິມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ, ຄະນະພັກພວກເຮົາໄດ້ຖືເອົາການຈັດຕັ້ງດຳເນີນກອງປະຊູມປັບປູງປົວແປງພັກຢູ່ພາຍໃນຢ່າງແຂງແຮງ, ເຮັດວຽກມີແຜນການ- ແຜນງານ, ເຮັດວຽກເປັນໝູ່ຄະນະ ມອບໝາຍວຽກໃຫ້ບຸກຄົນຮັບຜິດຊອບ, ຮັກສາຄວາມສາມາຄີພາຍໃນຢ່າງໜັກແໜ້ນ, ຖືເອົາການຕຳນິຕິຊົມເຊິ່ງກັນ ແລະ ກັນຢ່າງແຂງແຮງ ເພື່ອກໍ່ສ້າງພັກໃຫ້ເຂັ້ມແຂງ ປອດໃສ ໜັກແໜ້ນ ເພື່ອເປັນແກນນຳໃນໜ້າທີ່ວຽກງານຂອງແຕ່ລະດ້ານ, ໄດ້ເອົາໃຈໃສ່ຊີ້ນຳ ພະນັກງານວິຊາການເກັ່ບກຳຂ່າວການເຄື່ອນໄຫວຂອງນັກຮົບເກົ່າອອກທາງວິທະຍຸກະຈາຍສຽງຂອງແຂວງໄດ້ 40 ລາຍການ, ອອກໂທລະພາບເພື່ອນນັກຮົບເກົ່າ 44 ຄັ້ງ ເກັ່ບກຳຜົນງານ ການເຄື່ອນໄຫວດ້ານຕ່າງໆ ລົງໜັງສືພີມສະບັບລາຍເດືອນ ແລະ ວາລະສານໄດ້ 176 ສະບັບ, ສົ່ງພະນັກງານໄປຍົກລະດັບວິຊາສະເພາະວຽກງານຊືມວນຊົນ 4 ຄັ້ງ ພ້ອມດຽວກັນນັ້ນຄະນະໜ່ວຍພັກພວກເຮົາ ແລະ ພະນັກງານບໍານານ ນັກປະຕິວັດອາວຸໂສ ຈໍານວນໜື່ງຍັງເຄື່ອນໄຫວປາຖະກະຖາເລົ່າມູນເຊື້ອຢູ່ສະຖານທີສຳຄັນຕ່າງໆ ແລະ ກົມກອງໃຫ້ແກ່ພະນັກງານນັກຮົບໃນກຳລັງປະກອບອາວຸດ, ເຊື່ອມຊືມມູນເຊື້ອອັນດີງາມຂອງນັກຮົບປະຕິວັດລູ້ນກ່ອນເຊີງໄດ້ທັງໝົດ 53 ຄັ້ງ, ນອກນັ້ນ ຍັງໄດ້ສຸມໃສ່ວຽກງານພະລາທິການ, ພາຍໃນສະມາຊິກ ມີເນື້ອທີທັງໝົດ 6,3 ເຮັກຕາ,ເນື້ອທີສວນຢາງພາລາ 35,5 ຮຕ, ມີຕົ້ນຢາງ15.975 ຕົ້ນ, ພາຍໃນ 05 ປີຜ່ານມາສະມາຊິກພັກພາຍໃນ ສະຫະພັນນັກຮົບເກົ່າແຂວງສາມາດປູກພືດລົ້ມລຸກສ້າງລາຍໄດ້ເຂົ້າໃນຄອບຄົວໄດ້ 215 ລ້ານກີບ, ມີຄວາຍ 10 ໂຕ, ງົວ 104 ໂຕ, ໝູ 161 ໂຕ, ສັດປີກ 1.229 ໂຕ ແລະ ໜອງປາ 8 ໜອງ. ນອກນັ້ນ ຍັງໄດ້ສ້າງຕັ້ງກອງທຶນພັດທະນາໄດ້ 1 ກອງທຶນ, ມີສະມາຊິກກອງທືນ 12 ສະຫາຍ ມີເງີນກອງທືນ 70 ກວ່າລ້ານ ກີບ. ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະພັກ ສະຫະພັນນັກຮົບເກົ່າ ຊຸດໃຫມ່, ຊຸດທີ V ເຊີ່ງມີຜູ້ຮັບສະຫມັກເລືອກຕັ້ງ 05 ສະຫາຍ ແລະ ເລືອກເອົາ 03 ສະຫາຍ ໄດ້ຕາມລະດັບຄາດໝາຍ. ໂອກາດນີ້, ສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນໍາ-ນໍາພາຂອງ ຄະນະພັກຊຸດເກົ່າທີ່ໄດ້ຊີ້ນໍາ-ນໍາພາພະນັກງານ,ສະມາຊິກພັກ, ປະຕິບັດຫນ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສໍາເລັດ ຫຼາຍດ້ານ, ພ້ອມກັນນັ້ນທ່ານຍັງໄດ້ເປັນຫ່ວງເປັນໃຍ ແລະ ໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ໃຫ້ສືບຕໍ່ປັບປຸງ, ແກ້ໄຂໃຫ້ທິດຊີ້ນໍາວຽກງານແຕ່ລະດ້ານໃນທາງທີ່ສ້າງສັນ, ມີຄວາມເຊື່ອຫມັ້ນຕໍ່ຄະນະພັກຊຸດໃໝ່ທີ່ຈະສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃຫ້ຍາດໄດ້ຜົນງານ, ຍົກສູງຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນເລື້ອຍໆ ເຮັດໃຫ້ວຽກງານນັກຮົບເກົ່າ ຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ເຮັດ ໃຫ້ໜ່ວຍພັກມີຄວາມປອດໃສ, ເຂັ້ມແຂງ, ຫນັກແໜ້ນ ແລະ ມີຜົນສໍາເລັດຍິ່ງໃຫ່ຍກວ່າເກົ່າ. ໂດຍ: ບຸນປັນ ປັນຍາລິນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ